spot_img
Homeຂ່າວພາຍ​ໃນສຕລ ຈະໄດ້ຈັດການຝຶກອົບຮົມ ຄູຝຶກບານເຕະ

ສຕລ ຈະໄດ້ຈັດການຝຶກອົບຮົມ ຄູຝຶກບານເຕະ

Published on

ໂອກາດທຸກທ່ານຢາກເປັນຄູຝຶກມາຮອດແລ້ວ ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ: ທາງ ສຕລ ຈະໄດ້ຈັດການຝຶກອົບຮົມຄູຝຶກບານເຕະ ໂດຍການຮັບຮອງຈາກ ສະຫະພັນບານເຕະອາຊີ ຂອງລະຂັ້ນ,ແຕ່ລະ ລະດັບ,ປະຈຳປີ 2017,ໂດຍອາຈານສອນ ແມ່ນມາຈາກ ສະຫະພັນບານເຕະອາຊີ(AFC) ເຊິ່ງຈະຈັດຂື້ນຢູ່ທີ່ ຫ້ອງການ ສະຫະພັນບານເຕະແຫ່ງຊາດລາວ(ບ້ານ ຫ້ວຍຫົງ) ນະຄອນຫຼວງວຽງຈັນ, ສປປລາວ,ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

ແຜນການຝຶກອົບຮົມຄູຝຶກບານເຕະ ປະຈຳປີ 2017:
1. ການຝຶກອົບຮົມຄູຝຶກຜູ້ຮັກສາປະຕູ ລະດັບ1,ວັນທີ 16-21ມັງກອນ 2017.
(AFC Goalkeeping Coaching Certificate Course Level1, 16-21 January 2017)
2. ການຝຶກອົບຮົມຄູຝຶກບານເຕະ ຂັ້ນ ‘ຊີ’ ຂອງ ສະຫະພັນບານເຕະອາຊີ,ວັນທີ 20ມີນາ – 1ເມສາ 2017.
(AFC “C” Coaching Certificate Course, 20 March – 01 April 2017)
3. ການຝຶກອົບຮົມຄູຝຶກບານເຕະ ຂັ້ນ ‘ຊີ’ ຂອງ ສະຫະພັນບານເຕະອາຊີ,ວັນທີ 19ມິຖຸນາ – 1ກໍລະກົດ 2017.
(AFC “C” Coaching Certificate Course, 19 June – 1 July 2017)
4. ການຝຶກອົບຮົມຄູຝຶກບານເຕະ ຂັ້ນ ‘ບີ’ ຂອງ ສະຫະພັນບານເຕະອາຊີ,ວັນທີ 07 – 26 ສິງຫາ 2017.
(AFC “B” Coaching Certificate Course, 07 – 26 August 2017)
5. ການຝຶກອົບຮົມຄູຝຶກບານເຕະ ຂັ້ນ ‘ເອ’ ຂອງ ສະຫະພັນບານເຕະອາຊີ,ວັນທີ 09 ຕຸລາ – 04 ພະຈິກ 2017.
(AFC “A” Coaching Certificate Course, 09 October – 04 November 2017)
6. ການຝຶກອົບຮົມຄູຝຶກບານເຕະ ຂັ້ນ ‘ບີ’ ຂອງ ສະຫະພັນບານເຕະອາຊີ,ວັນທີ 04 – 23 ທັນວາ 2017.
(AFC “B” Coaching Certificate Course, 04 – 23 December 2017)
#ໝາຍເຫດ:
ສາມາດມາພົວພັນເອົາ ແບບຟອມສະໝັກກ່ອນ ຂອງທຸກໆການຝຶກອົບຮົມໃດ້ທີ່ ສະຫະພັນບານເຕະແຫ່ງຊາດລາວ ຫ້ອງການ ເຕັກນິກວິທະຍາ ໃນວັນ,ເວລາ ທາງ ລັດທະການ.
ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ ທ່ານ ກັນລະຍາ ສີສົມຫວັງ ເບີໂທ 020 99707053.

ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...