Homeຂ່າວຕ່າງປະເທດສະໜາມບິນຈີນສ້າງຢູ່ເທິງໜ່ວຍພູ ຝຣັ່ງຍັງຕື່ນເຕັ້ນແນວຄິດສ້າງສໍາເລັດ

ສະໜາມບິນຈີນສ້າງຢູ່ເທິງໜ່ວຍພູ ຝຣັ່ງຍັງຕື່ນເຕັ້ນແນວຄິດສ້າງສໍາເລັດ

Published on

ຝຣັ່ງຕ່າງຕື່ນເຕັ້ນ ສະໜາມບິນເຫ່ສີໃນເຂດປົກຄອງຕົນເອງກວ່າງຊີຈ້ວງ ສ້າງຢູ່ເທິງໜ່ວຍພູສູງ 600 ແມັດ ເປັນສິ່ງກໍ່ສ້າງທີ່ໜ້າຕື່ນຕາ ເປີດໃຫ້ບໍລິການມາແລ້ວ 2 ປີແລ້ວ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ່ 29 ພະຈິກ ວ່າ: ສະໜາມບິນເຫ່ສີໃນເຂດປົກຄອງຕົນເອງກວ່າງຊີຈ້ວງ ທາງຕອນໃຕ້ຂອງປະເທດຈີນ ກາຍເປັນສະຖານທີ່ສໍາຄັນຂອງພື້ນທີ່ ຫຼັງໄດ້ຮັບການຍົກຍ້ອງຈາກໂລກວ່າເປັນສິ່ງປູກສ້າງທີ່ໜ້າຕື່ນເຕັ້ນດ້ວຍການສ້າງສະໜາມບິນເອົາໄວ້ເທິງໜ່ວຍພູສູງ.

ສະໜາມບິນເຫ່ສີ ກາຍເປັນພາບສວຍງາມເບິ່ງຈາກມຸມສູງ ລັນເວຍ ແລະອາຄານຜູ້ໂດຍສານຖືກສ້າງໄວ້ຕາມແນວໜ່ວຍພູຂະໜານໄປກັບທໍາມະຊາດປ່າໄມ້ສີຂຽວອ້ອມຮອບ ເທິງລະດັບຄວາມສູງ 677 ແມັດ ຈາກລະດັບນໍ້າທະເລ ນັບເປັນການກໍ່ສ້າງທີ່ຕ່າງຊາດໃຫ້ຄວາມສົນໃຈ ເນື່ອງຈາກພວກເຂົາຕັດສິນໃຈເຂ່ຍພື້ນທີ່ເທິງໜ່ວຍພູເປັນເດີ່ນພຽງ ກ່ອນຈະສ້າງລັນເວຍເປັນທາງຍາວເກືອ 2 ກິໂລແມັດ.

ສໍໍຫຼັບ ສະໜາມບິນເຫ່ສີ ສ້າງສໍາເລັດ ແລະເປີດໃຫ້ບໍລິການຕັ້ງແຕ່ປີ 2014 ປັດຈຸບັນໃຊ້ງານມາແລ້ວ 2 ປີ ກາຍເປັນສະໜາມບິນທີ່ສ້າງຢູ່ສະຖານທີ່ທີ່ມີຄວາມສູງທີ່ສູດໃນທ້ອງຖິ່ນ ຢູ່ກາງຕົວເມືອງເກືອບ 40 ກິໂລແມັດ ສະໜາມບິນແຫ່ງນີ້ມີສາຍການບິນພາຍໃນປະເທດໃຫ້ບໍລິການ ບິນຈາກເມືອງສົງຊິ່ງ ແລະເກາະໄຫຫຼໍາເປັນປະຈໍາທຸກວັນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...