Homeຂ່າວຕ່າງປະເທດລານສະເກັດນ້ຳແຂງແຫ່ງໜຶ່ງຂອງຢີ່ປຸ່ນ ໃຊ້ປາແຊ່ແຂງຕົບແຕ່ງ ຄົນດ່າຂາດສິນທຳ

ລານສະເກັດນ້ຳແຂງແຫ່ງໜຶ່ງຂອງຢີ່ປຸ່ນ ໃຊ້ປາແຊ່ແຂງຕົບແຕ່ງ ຄົນດ່າຂາດສິນທຳ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ລານສະເກັດນ້ຳແຂງໃນສວນສະໜຸກຂອງປະເທດຢີ່ປຸ່ນ ຖືກວິຈານຢ່າງໜັກ ຫຼັງນຳເອົາປາແຊ່ແຂງເປັນຕົ້ນໆ ມາຕົບແຕ່ງປະດັບທີ່ລານສະເກັດ ເກີດການປະນາມວ່າເປັນການກະທຳທີ່ຂາດສິນທຳ ແລະ ປ່າເທື່ອນ ບໍ່ເຫັນຄຸນຄ່າຂອງສັດນ້ຳ

ຕາມລາຍງານລະບຸວ່າ ທາງການຢີ່ປຸ່ນໄດ້ສັ່ງປິດລານສະເກັດນ້ຳແຂງທີ່ມີຊື່ວ່າ “ສະເປຊເວີລດ” ຕັ້ງຢູ່ໃນເມືອງ ຄິຕະຄິວຊູ ຈັງຫວັດຟຸກຸໂອກາດ ເນື່ອງຈາກເກີດກະແສຕໍ່ຕ້ານຢ່າງໜັກໃນໂລກອອນໄລນ໌ ເນື່ອງຈາກມີການນຳເອົາສັດນ້ຳແຊ່ແຂງ ນຳມາປະດັບຕົບແຕ່ງພື້ນລານສະເກັດນ້ຳແຂງ ເພື່ອຫວັງດຶງດູດຄວາມສວຍງາມ ແ່ຕ່ກັບໄດ້ຜົນທີ່ກົງກັນຂ້າມ

 ລານສະເກັດນ້ຳແຂງແຫ່ງນີ້ໄດ້ຊື້ປາແຊ່ແຂງຈາກຕະຫຼາດປະມານ 5,000 ໂຕ ເພື່ອມາຕົບແຕ່ງໃຫ້ມັນໄດ້ບັນຍາກາດຄືກັບການຫຼິ້ນສະເກັດເທິງໜ້ານ້ຳທີ່ເຕັມໄປດ້ວຍສັດນ້ຳນານາຊະນິດ ສັດນ້ຳທີ່ມາຕົບແຕ່ງນັ້ນມີທັງ ປາ. ຫອຍ, ປູ ຂະໜາດນ້ອຍໃຫຍ່ຕ່າງກັນອອກໄປ ເຊິ່ງສື່ທ້ອງຖິ່ນຂອງຢີ່ປຸ່ນໄດ້ລົງພື້ນທີ່ສຳຫຼວດທີ່ລານສະເກັດແຫ່ງນີ້ ພົບວ່າປາບາງຊະນິດເຖິງຈະຖືກແຊ່ແຂງຄືກັບເຊຍຊີວິດແລ້ວ ແຕ່ເບິ່ງແລ້ວຄືພວກມັນຢູ່ໃນພາວະຈຳສິນ ແລະ ຍັງຟື້ນກັບມາລອຍນ້ຳໄດ້ອີກ ເຮັດໃຫ້ເກີດກະແສວິພາກວິຈານຢ່າງໜັກຈາກສັງຄົມ

ດັ່ງນັ້ນເຈົ້າຂອງລານສະເກັດນ້ຳແຂງແຫ່ງນີ້ຈິ່ງໄດ້ປິດທຳການຊົ່ວຄາວເພື່ອລະລາຍນ້ຳແຂງເອົາປາອອກໃຫ້ໝົດ ແລະ ຄາດວ່າຈະເປີດບໍລິການໃໝ່ອີກຄັ້ງໃນໄລຍະກາງເດືອນທັນວານີ້

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...