spot_img
Homeຂ່າວຕ່າງປະເທດສະໜາມບິນຈີນສ້າງຢູ່ເທິງໜ່ວຍພູ ຝຣັ່ງຍັງຕື່ນເຕັ້ນແນວຄິດສ້າງສໍາເລັດ

ສະໜາມບິນຈີນສ້າງຢູ່ເທິງໜ່ວຍພູ ຝຣັ່ງຍັງຕື່ນເຕັ້ນແນວຄິດສ້າງສໍາເລັດ

Published on

ຝຣັ່ງຕ່າງຕື່ນເຕັ້ນ ສະໜາມບິນເຫ່ສີໃນເຂດປົກຄອງຕົນເອງກວ່າງຊີຈ້ວງ ສ້າງຢູ່ເທິງໜ່ວຍພູສູງ 600 ແມັດ ເປັນສິ່ງກໍ່ສ້າງທີ່ໜ້າຕື່ນຕາ ເປີດໃຫ້ບໍລິການມາແລ້ວ 2 ປີແລ້ວ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ່ 29 ພະຈິກ ວ່າ: ສະໜາມບິນເຫ່ສີໃນເຂດປົກຄອງຕົນເອງກວ່າງຊີຈ້ວງ ທາງຕອນໃຕ້ຂອງປະເທດຈີນ ກາຍເປັນສະຖານທີ່ສໍາຄັນຂອງພື້ນທີ່ ຫຼັງໄດ້ຮັບການຍົກຍ້ອງຈາກໂລກວ່າເປັນສິ່ງປູກສ້າງທີ່ໜ້າຕື່ນເຕັ້ນດ້ວຍການສ້າງສະໜາມບິນເອົາໄວ້ເທິງໜ່ວຍພູສູງ.

ສະໜາມບິນເຫ່ສີ ກາຍເປັນພາບສວຍງາມເບິ່ງຈາກມຸມສູງ ລັນເວຍ ແລະອາຄານຜູ້ໂດຍສານຖືກສ້າງໄວ້ຕາມແນວພູເຂົາຂະໜານໄປກັບທໍາມະຊາດປ່າໄມ້ສີຂຽວອ້ອມຮອບ ເທິງລະດັບຄວາມສູງ 677 ແມັດ ຈາກລະດັບນໍ້າທະເລ ນັບເປັນການກໍ່ສ້າງທີ່ຕ່າງຊາດໃຫ້ຄວາມສົນໃຈ ເນື່ອງຈາກພວກເຂົາຕັດສິນໃຈເຂ່ຍພື້ນທີ່ເທິງໜ່ວຍພູເປັນເດີ່ນພຽງ ກ່ອນຈະສ້າງລັນເວຍເປັນທາງຍາວເກືອ 2 ກິໂລແມັດ.

ສໍໍຫຼັບ ສະໜາມບິນເຫ່ສີ ສ້າງສໍາເລັດ ແລະເປີດໃຫ້ບໍລິການຕັ້ງແຕ່ປີ 2014 ປັດຈຸບັນໃຊ້ງານມາແລ້ວ 2 ປີ ກາຍເປັນສະໜາມບິນທີ່ສ້າງຢູ່ສະຖານທີ່ທີ່ມີຄວາມສູງທີ່ສູດໃນທ້ອງຖິ່ນ ຢູ່ກາງຕົວເມືອງເກືອບ 40 ກິໂລແມັດ ສະໜາມບິນແຫ່ງນີ້ມີສາຍການບິນພາຍໃນປະເທດໃຫ້ບໍລິການ ບິນຈາກເມືອງສົງຊິ່ງ ແລະເກາະໄຫຫຼໍາເປັນປະຈໍາທຸກວັນ.

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...