Homeຂ່າວການພັດທະນາໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ

ໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ

Published on

ໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວັດໄຕ ການກໍ່ສ້າງ ມາຮອດປັດຈຸບັນ ຄືບໜ້າແລ້ວ 6,55% ພາຍຫລັງເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນ ທັນວາ 2015 ໂດຍແມ່ນ ບໍລິສັດຮາຊາມາ ເອັນໂດ ຄໍໂປເຣຊັນ ເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າການກໍ່ສ້າງທັງໝົດ 61 ລ້ານໂດລາສະຫະລັດ, ຄາດວ່າ ຈະໃຫ້ສຳເລັດ 100% ໃນທ້າຍເດືອນມິຖຸນາ 2018.

ທ່ານ ແສງສະຫງວນ ຈັນທະວົງ ຫົວໜ້າໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວຽງຈັນ ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໂຄງການດັ່ງກ່າວ, ແມ່ນໂຄງການບູລິມະສິດຂອງລັດຖະບານ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ໂດຍສະເພາະການເຕີບໂຕຢ່າງວ່ອງໄວຂອງຜູ້ໂດຍສານ ໃນປັດຈຸບັນ ເຊິ່ງເປົ້າໝາຍໂຄງການແມ່ນເພື່ອປັບປຸງ, ຂະຫຍາຍອາຄານຜູ້ໂດຍສານຕ່າງປະເທດ ແລະ ກໍ່ສ້າງອາຄານພາຍໃນຫລັງໃໝ່, ກໍ່ສ້າງເຮືອນສອມແປງສະໜາມບິນ, ສ້າງທາງແວ່ (Taxiway) ເສັ້ນໃໝ່, ປັບປຸງເສັ້ນທາງເຂດບໍລິການ, ບ່ອນຈອດລົດ ແລະ ບັນດາສິ່ງອຳນວຍຄວາມສະດວກຕ່າງໆ ເຊິ່ງມາຮອດປັດຈຸບັນ ສຳເລັດການທຸບມ້າງ, ຮື້ຖອນສາງສິນຄ້າ ຫລັງເກົ່າ, ສຳເລັດການຕອກເສົາເຂັມ ແລະ ກໍ່ສ້າງຮາກຖານ ຂອງອາຄານຜູ້ໂດຍສານສາກົນ, ສຳເລັດບາງສ່ວນໃນການຂຸດລອກໜ້າດິນ ບໍລິເວນການກໍ່ສ້າງ Taxiway, ລານຈອດລົດ ແລະ ສຳເລັດການກໍ່ສ້າງອາຄານພາຍໃນຊົ່ວຄາວ. ສຳລັບໜ້າວຽກທີ່ຈະເຮັດໃນຕໍ່ໜ້າ ແມ່ນສືບຕໍ່ດຳເນີນການກໍ່ສ້າງການຕໍ່ເຕີມອາຄານຜູ້ໂດຍສານສາກົນ, ດຳເນີນການກໍ່ສ້າງເຮືອນສອມແປງສະໜາມບິນ, ດຳເນີນການກໍ່ສ້າງ Taxiway ເສັ້ນໃໝ່, ສືບຕໍ່ປະຕິບັດໃຫ້ສຳເລັດບັນດາໜ້າວຽກປີກຍ່ອຍ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຕາມແຜນການຂອງໂຄງການ.

ທ່ານ ແສງສະຫງວນ ຈັນທະວົງ ໃຫ້ຮູ້ອີກວ່າ: ສະໜາມບິນສາກົນວັດໄຕ ມີຈຳນວນຜູ້ໂດຍສານເພີ່ມຂຶ້ນ 9% ສະເລ່ຍຈາກໄລຍະ 5 ປີຜ່ານມາ, ປັດຈຸບັນ ປະລິມານຂອງຜູ້ໂດຍສານທີ່ເຂົ້າມາໃຊ້ບໍລິການມີ 950.000 ຄົນ ເຊິ່ງຄາດວ່າຈຳນວນຜູ້ໂດຍສານຈະເພີ່ມຂຶ້ນເປັນ 2 ລ້ານຄົນໃນປີ 2023 ແລະ 2,8 ລ້ານຄົນໃນປີ 2028.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...