Homeຂ່າວຕ່າງປະເທດຫວຽດນາມ ຢຶດງາຊ້າງ 619 ກິໂລກຣາມຈາກອັບຟະລິກາ

ຫວຽດນາມ ຢຶດງາຊ້າງ 619 ກິໂລກຣາມຈາກອັບຟະລິກາ

Published on

ພາສີ​ອາກອນ ​ສສ ຫວຽດນາມ ຢຶດງາ​ຊ້າງ​ຜິດ​ກົດໝາຍ​ລວມນ້ຳໜັກ 619 ກິ​ໂລກຣາມ ທີ່​ລັກລອບ​ຂົນ​ສົ່ງ​ທາງ​ເຮືອ​ຈາກ​ອັບ​ຟະລິກາ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ງາ​ຊ້າງ​ທີ່ຢຶດ​ໄດ້​ມໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ ຊຸກ​ເຊື່ອງ​ຢູ່​ຕູ້​ຄອນ​ເທ​ນ​ເນີ​ບັນທຸກ​ສິນຄ້າ 2 ຕູ້ ​​ໃນ​ເຮືອ​ສິນຄ້າ​ທີ່​ເດີນທາງ​ເຖິງ​ທ່າ​ເຮືອ​ກັດ​ລາຍ​ໃນ​ນະຄອນ​ໂຮ​ຈີ​ມິນ ທາງ​ພາກ​ໃຕ້​ຂອງ​ຫວຽດນາມ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ ທ່ານ ​ເລີ ດິນ ​ໂຫລ​ຍ ຜູ້​ຊ່ວຍ​ຫົວໜ້າ​ສຳນັກງານ​ພາສີ​ອາກອນ​ໂຮ​ຈີ​ມິນ​ລະ​ບຸ​ວ່າ ກຸ່ມ​ຜູ້​ລັກລອບ​ໃຊ້​ກົນອຸບາຍ​ຫຼາຍ​ຂຶ້ນ ​ເພື່ອ​ພະຍາຍ​າມລົບ​ໜີ​ການ​ກວດກາ ດ້ວຍ​ການ​ຟອກ​ຂີ້​ຜິ້ງຫຸ້ມ​ງາ​ຊ້າງ ​ແລ້ວບັນຈຸ​ໃນ​ໄມ້​ທ່ອນ ​ແລະ ​ໃຊ້​ຕະປູ​ໄມ້​ຕອກ​ປິດ​ແທນ​ເຫຼັກ​ຕະປູ ​ເພື່ອ​ລວງ​ການກວດກາ.

ການ​ຈັບ​ກຸມ​ມີ​ຂຶ້ນ​ຫຼັງຈາກ​ເຈົ້າ​ໜ້າ​ທີ່​ພາສີ​ອາກອນ​ທ່າ​ເຮືອ​ດຽວ​ກັນ ຢຶດງາ​ຊ້າງ​ທີ່​ລັກລອບ​ຂົນ​ທາງ​ເຮືອ​ຈາກ​ອັບຟະລິກາ​ລວມນ້ຳໜັກ 4 ​ໂຕນ ​ໃນ​ໄລຍະ 2 ​ເດືອນ​ທີ່​ຜ່ານ​ມາ ​ແລະ ມີ​ຂຶ້ນ​ພຽງ 1 ອາທິດ ຫຼັງ​ຈາກ​ບັນດາ​ຜູ້ນຳ ​ແລະ ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຈາກ​ຫຼາຍ​ກວ່າ 40 ປະ​ເທດ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ວ່າ​ດ້ວຍ​ການ​ຄ້າ​ສັດ​ປີກ​ຜິດ​ກົດໝາຍ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ.

ຂ່າວຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...