spot_img
Homeຍ້ອງຍໍຄົນດີເດັ່ນສຕລ ມອບໃບຍ້ອງຍໍໃຫ້ກັບ ຄະນະຄູຝຶກ-ນັກເຕະທີມຊາດລາວຊຸດໃຫຍ່ ແລະ ທີມຊາດຍິງ ຢູ 16

ສຕລ ມອບໃບຍ້ອງຍໍໃຫ້ກັບ ຄະນະຄູຝຶກ-ນັກເຕະທີມຊາດລາວຊຸດໃຫຍ່ ແລະ ທີມຊາດຍິງ ຢູ 16

Published on

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈັດພິທີມອບໃບຍ້ອງຍໍໃຫ້ກັບ ບັນດາຄະນະຄູຝຶກ ແລະ ນັກກີລາຂອງ ທີມຊາດລາວ ຊຸດໃຫຍ່ ແລະ ທີມຊາດຍິງ ລຸ້ນອາຍຸບໍ່ເກີນ 16 ປີ ເມື່ອວັນທີ 26 ພະຈິກທີ່ຜ່ານມາ ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ມອບກໍາລັງໃຈອັນສໍາຄັນນັກກີລາ ສືບຕໍ່ສ້າງຜົນງານອັນໂດດເດັ່ນມາສູ່ວົງການບານເຕະລາວ ຂະນະທີ່ ບໍລິສັດ ເອັສເອັນຈີ (SNG) ມອບເງິນອັດສີດໃຫ້ກັບທີມຊາດຍິງ ຢູ 16 ຈໍານວນເງິນ 20 ລ້ານກີບ.
ເມື່ອວັນທີ 26 ພະຈິກທີ່ຜ່ານມາ ທີ່ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ເຊິ່ງໃຫ້ກຽດມອບໃບຍ້ອງຍໍໂດຍ ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ປະສາດໄຊ ພິລາພັນເດຊ ຮັກສາການປະທານ ສຕລ, ທ່ານ ສີຈັນ ຈິດຕະປັນຍາ ຕົວແທນຈາກ ກະຊວງສຶກສາທິການ ແລະ ກີລາ ແລະ ຕົວແທນຈາກບໍລິສັດ ເອັສເອັນຈີ ພ້ອມດ້ວຍຄະນະນໍາ, ຄູຝຶກ, ນັກກີລາ, ຜູ້ປົກຄອງຂອງນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດດັ່ງກ່າວ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ ເລຂາທິການ ສຕລ ກ່າວວ່າ: ການຈັດພິທີໃນມື້ນີ້ຂຶ້ນ ເພື່ອມອບໃບຍ້ອງຍໍໃຫ້ກັບທີມຊາດຍິງ ລຸ້ນອາຍຸບໍ່ເກີນ 16 ປີ ທີ່ຍາດໄດ້ຜົນງານໂດດເດັ່ນ ໃນການແຂ່ງຂັນບານເຕະ ຊີງແຊັມອາຊີ 2017 ຮອບຄັດເລຶອກ ທີ່ປະເທດໄທ ແລະ ສ້າງປະຫວັດສາດດ້ວຍການຄວ້າອັນດັບ 2 ຂອງກຸ່ມ A ພ້ອມດ້ວຍສິດໄປຮ່ວມການແຂ່ງຂັນຮອບສຸດທ້າຍໃນປີໜ້າ ແລະ ຖ້າຫາກສາມາດຕິດ 1 ໃນ 4 ໃນຮອບສຸດທ້າຍ ກໍ່ມີສິດໄປຫຼິ້ນບານໂລກອີກດ້ວຍ ສ່ວນທີມຊາດລາວ ຊຸດໃຫຍ່ ສາມາດຍາດໄດ້ອັນດັບ 3 ດ້ວຍການບຽດເອົາຊະນະ ບຣູໄນ 3-2 ເຊິ່ງຜົນງານນີ້ກໍ່ເປັນຜົນສໍາເລັດຂອງນັກກີລາເອງ ລວມທັງຂອງ ສຕລ ແລະ ລັດຖະບານທີ່ໃຫ້ການຊ່ວຍເຫຼືອຕ່າງໆ ໂດຍກໍ່ຈະສືບຕໍ່ຊຸກຍູ້ ແລະ ພັດທະນາທີມຊາດລາວທັງສອງຊຸດນີ້ ຢ່າງສຸດຂີດ ເພື່ອສ້າງຜົນງານໂດດເດັ່ນຕໍ່ໆໄປ.

ຂະນະດຽວກັນ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າບໍລິຫານກົມກີລາລະດັບສູງ ຕ່າງໜ້າຈາກ ກະຊວງສຶກສາທິການ ແລະ ກີລາ ໄດ້ຂຶ້ນມາຜ່ານຂໍຕົກລົງຂອງ ທ່ານລັດຖະມົນກະຊວງສຶກສາທິການ ແລະ ກີລາ ທີ່ມີຂໍຕົກລົງຢ່າງເປັນທາງການ ມອບໃບຍ້ອງຍໍໃຫ້ກັບ ບັນດາຄະນະຄູຝຶກ ແລະ ນັກກີລາຂອງທີມຊາດທັງສອງຊຸດ ເຊິ່ງທາງ ກະຊວງສຶກສາທິການ ແລະ ກີລາ ໄດ້ບັນທຶກຜົນງານດັ່ງກ່າວໄວ້ໃນໜ້າປະຫວັດສາດຂອງກະຊວງ ປະກອບດ້ວຍ ທີມຊາດລາວ ຊຸດໃຫຍ່ປະກອບມີ ຄະນະຄູຝຶກ 8 ຄົນ ແລະ ນັກກີລາ 23 ຄົນ ສ່ວນທີມຊາດຍິງ ລຸ້ນອາຍຸ 16 ປີປະກອບມີ ຄະນະຄູຝຶກ 9 ຄົນ ແລະ ນັກກີລາອີກ 23 ຄົນ ທີ່ສ້າງຜົນງານດັ່ງກ່າວມາສູ່ປະເທດພວກເຮົາ.

ຂະນະທີ່ ບໍລິສັດ ເອັສເອັນຈີ (SNG) ໄດ້ມອບເງິນອັດສີດໃຫ້ກັບ ທີມຊາດຍິງ ຢູ 16 ຈໍານວນເງິນ 20 ລ້ານກີບ ເພື່ອເປັນການຍ້ອງຍໍ ແລະ ໃຫ້ກໍາລັງໃຈນັກກີລາ ສືບຕໍ່ສ້າງຜົນງານຕໍ່ໄປ ຈາກຜົນງານທີ່່ ທີມຊາດຍິງ ຢູ 16 ລາວ ຝາກຜົນງານໃນໜ້າປະຫວັດສາດບານເຕະ ຊີງແຊັມອາຊີ 2017 ຮອບຄັດເລຶອກກຸ່ມໆ A ທີ່ປະເທດໄທ ລະຫວ່າງວັນທີ 27 ສິງຫາ ເຖິງ 5 ກັນຍາທີ່ຜ່ານມາ ໂດຍນັດທໍາອິດແຈ້ງເກີດດ້ວຍການຖະຫຼົ່ມ ມຽນມາ 5-2, ນັດທີ 2 ເສຍໃຫ້ ໄທ 2-5, ນັດທີ 3 ເອົາຊະນະ ຈໍແດນ 2-0 ແລະ ນັດສຸດທ້າຍ ຖະຫຼົ່ມ ກວມ ແບບບໍ່ເຫັນຝຸ່ນ 14-1 ຄວ້າອັນດັບ 2 ຂອງກຸ່ມຈາກການມີ 9 ຄະແນນ ກອດຄໍ ທີມຊາດໄທ ໄປຫຼິ້ນຮອບສຸດທ້າຍ ທີ່ປະເທດໄທ ໃນປີໜ້າ.

ສ່ວນຜົນງານ ທີມຊາດລາວ ຊຸດໃຫຍ່ ແມ່ນສ້າງຜົນງານຢ່າງໂດດເດັ່ນໃນການແຂ່ງຂັນ ບານເຕະ ໂຊລິດາຣິຕີ້ ຄັບ ທີ່ປະເທດມາເລເຊຍ ລະຫວ່າງວັນທີ 2-15 ພະຈິກທີ່ຜ່ານມາ ດ້ວຍການຄວ້າອັນດັບ 3 ໄປຄອງ ຈາກຜົນງານ ຊະນະ ສີລັງກາ 2-1, ເສຍໃຫ້ ມາເກົາ 1-4 ແລະ ຊະນະ ມົງໂກລີ 3-0 ໃນຮອບແບ່ງກຸ່ມ, ຜ່ານເຂົ້າຮອບຮອງຊະນະເລີດໄປເສຍໃຫ້ກັບ ເນປານ ໃນການດວນຈຸດໂທດ 5-2 ແລະ ໄປຊີງທີ 3 ບຽດເອົາຊະນະ ບຣູໄນ 3-2 ຄວ້າອັນດັບ 3 ໄປປອບໃຈ.

 

ຂອບໃຈຂໍ້ມູນ ແລະ ຮູບພາບຈາກ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...