Homeນານາສາລະປານ, ຂີ້ແມງວັນເກີດຈາກຫຍັງ? ເປັນຫຍັງຄົນຈຶ່ງມີ

ປານ, ຂີ້ແມງວັນເກີດຈາກຫຍັງ? ເປັນຫຍັງຄົນຈຶ່ງມີ

Published on

ການມີຂີ້ແມງວັນ, ປານ ເປັນຄວາມເຊື່ອມາຕັ້ງແຕ່ບູຮານວ່າ ຄົນທີ່ມີຂີ້ແມງວັນ, ປານ ຕາມຈຸດຕ່າງໆຂອງຮ່າງກາຍ ກໍຈະບົ່ງບອກເຖິງລັກສະນະທີ່ແຕກຕ່າງກັນໄປ ລວມເຖິງໂຊກ ວາດສະໜາຕາມຄວາມເຊື່ອ, ສ່ວນທາງວິທະຍາສາດ ຂີ້ແມງວັນ ແລະປານເປັນຄວາມຜິດປົກກະຕິຂອງຜິວໜັງ ເຖິງແມ່ນວ່າຄົນນັ້ນໆຈະມີເປັນຄົນທີ່ຜິວກ້ຽງ, ຜິວພັນຜ່ອງໃສພຽງໃດ ກໍຕ້ອງມີຂີ້ແມງວັນຢູ່ຈັກອັນສອງອັນ, ສ່ວນໃຜຈະມີໜ້ອຍ ຫຼືຫຼາຍພຽງໃດ ຫຼືຂີ້ແມງວັນຊະນິດໃດ ກໍແຕກຕ່າງກັນໄປ, ຂີ້ແມງວັນ ແລະປານເກີດຈາກຫຍັງ, ເປັນຫຍັງຄົນເຮົາເຖິງມີ ໄປຮູ້ນຳກັນເລີຍ

ຂີ້ແມງວັນເກີດຈາກ ເມລາໂນໄຊ (ເຊວສ້າງສີ) ລວມໂຕກັນສ້າງເມລານິນຫຼາຍຜິດປົກກະຕິ ຫຼືເປັນຕຸ່ມເນື້ອທີ່ມີຂະໜາດແຕກຕ່າງກັນ ທັງສີ ແລະຮູບຮ່າງ ສາມາດເກີດຂຶ້ນກັບຄົນໜຶ່ງ ຫຼາຍກວ່າໜຶ່ງອັນ, ຂີ້ແມງວັນອາດເກີດຂຶ້ນ ໄດ້ຕັ້ງແຕ່ເກີດມາ, ບາງຄົນກໍມີຂີ້ແມງວັນເມື່ອໃຫຍ່ແລ້ວ ແລະຈະເພີ່ມຂຶ້ນຫຼາຍທີ່ສຸດໃນຊ່ວງເປັນໄວລຸ້ນ ຫຼັງຈາກນັ້ນຈະບໍ່ເກີດເພີ່ມຂຶ້ນອີກ

ປານແມ່ນ ຮອຍສີທີ່ເກີດຈາກຄວາມຜິດປົກກະຕິຂຶ້ນຢູ່ຜິວໜັງ ຫາກເປັນແຕ່ຕອນກຳເນີດນັ້ນ ອາດຈະມີຂະໜາດນ້ອຍ ແລະໃຫຍ່ຂຶ້ນ ຫຼືສີເຂັ້ມຂຶ້ນ ເມື່ອອາຍຸຫຼາຍຂຶ້ນ

  1. ຊະນິດຂອງປານ ແລະຂີ້ແມງວັນ:
  • ຂີ້ແມງວັນ ມັກເກີດຂຶ້ນຫຼາຍທີ່ສຸດແມ່ນໃນໃບໜ້າ ແລະຄໍ ມີລັກສະນະເປັນຕຸ່ມນູນຂອບລຽບ, ສີດຳ, ມີຂະໜາດເທົ່າກັບເມັດຖົ່ວຂຽວ, ຫາກເປັນຂີ້ແມງວັນທີ່ໃຫຍ່ ມັກຈະມີຂົນຂຶ້ນ ແລະໃຫຍ່ຫຼາຍອາດເປັນອັນຕະລາຍໄດ້
  • ປານແດງ: ມີລັກສະນະສີແດງ ມັກເກີດຂຶ້ນນຳຜູ້ທີ່ອາຍຸສູງ ເພາະເປັນຊ່ວງທີ່ມີຫຼອດເລືອດຝອຍກ້ອງຜິວໜັງມີການປ່ຽນແປງ, ມັກເກີດໃນບໍລິເວນຄໍ, ຫົວ, ໃບໜ້າ
  • ປານດຳ: ມີລັກສະນະເປັນຮອຍດຳ, ມັກເກີດໃນໃບໜ້າຫຼາຍກວ່າບ່ອນອື່ນໆ ຂອງຮ່າງກາຍ, ຄວາມເຂັ້ມຂອງປານນີ້ ຂຶ້ນຢູ່ກັບຈຳນວນສີຂອງເມລານິນ
  • ປານຂາວ: ມີລັກສະນະເປັນສີຂາວ ແຕ່ບໍ່ຂາວຫຼາຍ, ສາເຫດຈາກບໍລິເວນເປັນປານຂາວບໍ່ມີສີເມລານິນ ຫຼືເຊວສ້າງສີ
  1. ລັກສະນະຂອງຂີ້ແມງວັນ ແລະປານທີ່ຕ້ອງລະວັງ:
  • ຂີ້ແມງວັນທີ່ມີສີເຂັ້ມຜິດປົກກະຕິ, ມີອາການຄັນ ຫຼືເຈັບຕະຫຼອດ
  • ຂີ້ແມງວັນໃຫຍ່ ຫຼືມີປະມານ 5 ມິລີແມັດ
  • ມີສີປ່ຽນກະທັນຫັນ ຂອບບໍ່ລຽບ
  • ມີຂະໜາດໃຫຍ່ໄວຜິດປົກກະຕິເວລາສັ້ນໆ
  • ມີເລືອດອອກງ່າຍຜິດປົກກະຕິ
  • ມີຂີ້ແມງວັນນ້ອຍອ້ອມຢູ່ນຳ ຂີ້ແມງວັນໃຫຍ່ນັ້ນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...