Homeຂ່າວຕ່າງປະເທດຄົນເກົາຫຼີໃຕ້ຮ່ວມຊຸມນຸມກັນຄັ້ງໃຫຍ່ ຂັບໄລ່ປະທານາທິບໍດີລາອອກຈາກຕຳແໜ່ງ

ຄົນເກົາຫຼີໃຕ້ຮ່ວມຊຸມນຸມກັນຄັ້ງໃຫຍ່ ຂັບໄລ່ປະທານາທິບໍດີລາອອກຈາກຕຳແໜ່ງ

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 26 ພະຈິກ 2016 ຜ່ານມາວ່າ ປະຊາຊົນເກົາຫຼີໃຕ້ ຍັງມາລວມໂຕກັນເດີນຂະບວນປະທ້ວງໃນກຸງໂຊນ ຕໍ່ເນື່ອງກັນເປັນອາທິດທີ 5 ເພື່ອກົດດັນໃຫ້ ປາກກຶນເຮ ປະທານາທິບໍດີ ໃຫ້ລາອອກຈາກຕຳແໜ່ງ ຈາກເລື່ອງທີ່ລາວປ່ອຍໃຫ້ ນາງຊອຍຊຸນຊິນ ໝູ່ສະໜິດ ເຂົ້າມາຮູ້ກ່ຽວກັບການບໍລິຫານປະເທດ

ແກນນຳຜູ້ຊຸມນຸມເວົ້າວ່າ ໃນກຸງໂຊນ ມີຜູ້ຮ່ວມຊຸມນຸມຫຼາຍເຖິງ 1,500,000 ຄົນ ແລະໃນພາກອື່ນໆອີກ 400,000 ຄົນໃນທົ່ວປະເທດ ແລະທາງການໄດ້ວາງກຳລັງ 25,000 ຄົນ ເຂົ້າມາຄວບຄຸມສະຖານະການ ຮັກສາການໃນກຸງໂຊນ ແລະຖະໜົນທຸກສາຍທີ່ເດີນທາງສູ່ບຣູເຮົາ ທຳນຽບສີຟ້າ ເຊິເປັນທີ່ພັກຂອງປະທານາທິບໍດີເກົາຫຼີໃຕ້ຖືກປິດກັ້ນ ເພື່ອບໍ່ໃຫ້ກຸ່ມປະທ້ວງເຂົ້າເຖິງ

%e0%ba%9b%e0%ba%b2%e0%ba%81%e0%ba%81%e0%ba%b6%e0%ba%99%e0%bb%80%e0%ba%ae%e0%ba%ae

ກ່ອນນີ້ ປະທານາທິບໍດີ ປາກ ກຶນເຮ ຍັງມີວາລະເຫຼືອອີກ 15 ເດືອນ ໄດ້ອອກມາຂໍໂທດປະຊາຊົນແລ້ວ 2 ເທື່ອ ແຕ່ຢືນຢັນຈະບໍ່ລາອອກຈາກຕຳແໜ່ງ, ລາວກໍຍອມຮັບວ່າທີ່ຜ່ານມາເຊື່ອໝັ້ນຄວາມສຳພັນສ່ວນຕົວຫຼາຍເກີນໄປ ແລະຮັບປາກວ່າ ຈະໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ໃນການສອບສວນສາເຫດທັງໝົດ

%e0%ba%9b%e0%ba%b2%e0%ba%81%e0%ba%81%e0%ba%b6%e0%ba%99%e0%bb%80%e0%ba%ae%e0%ba%ae%e0%ba%ae

ລ່າສຸດ ໄອຍະການໄດ້ແຈ້ງຄວາມຂໍ້ຫາ ແລະສອບສວນ ຊອຍຊຸນຊິນ ເຊິ່ງຖືກຈັບໃນຊ່ວງຕົ້ນເດືອນຜ່ານມາ ໃນຄວາມຜິດທຸຈະລິດຄໍລັບຊັນແລ້ວ, ນອກຈາກນີ້ ໄອຍະການຍັງແຈ້ງຂໍ້ຫາກັບຜູ້ຊ່ວຍປະທານາທິບໍດີ ປາກ ກຶນເຮ ອີກ 2 ຄົນ ແລະຍັງບອກອີກວ່າ ປະທານາທິບໍດີ ກໍາລັງຕົກເປັນຜູ້ຕ້ອງສົງໄສວ່າ ອາດສົມຮູ້ຮ່ວມຄິດໃນການເຮັດຜິດອາຍາກັບໝູ່ຂອງລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...