Homeນານາສາລະຄວາມເຊື່ອໃນການແຕ່ງຊຸດດຳ ຫຼື ຊຸດຂາວໄປງານສົບ

ຄວາມເຊື່ອໃນການແຕ່ງຊຸດດຳ ຫຼື ຊຸດຂາວໄປງານສົບ

Published on

ຄວາມເຊື່ອໃນການແຕ່ງຊຸດດຳໃນງານສົບ :

ການແຕ່ງຊຸດດຳໃນງານສົບ ເຊິ່ງຄາດວ່າແມ່ນມີຂຶ້ນໃນປີ ຄສ 1861 ເນື່ອງຈາກການແຕ່ງຊຸດດຳຂອງພຣະຣາຊີນີວິກຕໍເຣຍ ແຫ່ງອັງກິດ ທີ່ຊົງເລືອກຊຸດຂອງພຣະອົງດ້ວຍຊຸດສີດຳຕະຫລອດຊີວິດ ເພື່ອສະແດງເຖິງຄວາມເສຍພຣະໄທ ແລະຣະນຶກເຖິງພຣະສາມີທີ່ສະຫວັນນະຄົດໄປ ຈາກນັ້ນການໃສ່ເສື້ອຜ້າສີດຳຈຶ່ງຖືເປັນການສະແດງຄວາມເຄົາລົບແລະລະນຶກເຖິງຜູ້ເສຍຊີວິດຂອງຄົນຕາເວັນຕົກ.

ນັກບູຮານຄະດີຝຣັ່ງໃຫ້ ເຫດຜົນ ແລະແນວຄິດຂອງການໃສ່ຊຸດດຳຂອງຄົນຕາເວັນຕົກ ໂດຍສັນນິຖານວ່າ ເລື້ອງນີ້ເປັນເລື້ອງຂອງສີຜິວ ເພາະຄົນສະໄຫມກ່ອນກີ້ ຄົນຜິວຂາວຍຸກທຳອິດ ມັກຈະທາຕົວດ້ວຍສີດຳໃນງານສົບ ເພື່ອແຍກຄວາມແຕກຕ່າງ ລະຫວ່າງຄົນກັບວິນຍານ ແລະແນວຄິດນີ້ຍັງມີກັບຄົນອັບຟິລິກາບາງເຜົາ ທີ່ຈະທາສີຂາວໃຫ້ກົງກັນຂ້າມກັບສີຜິວຕົນເອງ ເພື່ອເປັນການບໍ່ໃຫ້ເຫັນແລະເຂົ້າສິງ ຈົນມາເຖິງສັດຕະວັດນີ້ກໍ່ຍັງມີໃຫ້ເຫັນກັນຢູ່ ສ່ວນຄົນຜິວຂາວໄດ້ປ່ຽນຈາກການທາສີຕາມຕົນຕົວ ມາໃສ່ເສື້ອຜ້າອາພອນທີ່ມີສີດຳແທນ … ເຊິ່ງການທາຕົວດ້ວຍສີດຳນັ້ນຍັງມີໃຫ້ເຫັນໃນປະມານປີ 40-50 ປີທີ່ຜ່ານມາ .

ຄວາມເຊື່ອໃນການແຕ່ງຊຸດຂາວໃນງານສົບ :

ຄວາມເຊື່ອໃນການແຕ່ງຊຸດຂາວໃນງານສົບ ນັ້ນສ່ວນຫລາຍຈະມີຢູ່ໃນບັນດາປະເທດໃນປະເທດຕາເວັນອອກໄກ ເຊິ່ງໄດ້ຮັບອິດທິພົນ ປະເພນີ ແລະຄວາມເຊື່ອ ອິນເດຍ ແລະຈີນ ເປັນຫລັກ ແລະໃນປະເທດລາວເຮົາ ກໍ່ໄດ້ຮັບອິດທິພົນຄວາມເຊື່ອມາຈາກແຫ່ງອະລິຍະທັມເຫລົ່ານັ້ນ ເພາະວ່າຜູ້ທີ່ຈະໄດ້ຈາກໂລກນີ້ໄປ ບັນດາຍາດຕິພີ່ນ້ອງກໍ່ມີຄວາມມຸ້ງຫວັງຂໍໃຫ້ໄປສູ່ແດນສຸຂາວະດີ ດິນແດນທີ່ບໍລິສຸດຂາວແຈ້ງ ດິນແດນທີ່ສະຫວ່າງສະໄຫວ ແນວຄິດນີ້ອາດຈະປຽບດັ່ງວ່າດິນແດນທີ່ເປັນຍາມກາງເວັນ ທີ່ເຫັນໄດ້ທຸກສິ່ງຢ່າງ ບໍ່ມິດເມົາ ດັ່ງນັ້ນ ບັນດາຍາດຕິພິ່ນ້ອງ ລູກຫລານ ເພື່ອນສະນິດ ມິດສະຫາຍ ຈຶ່ງນິຍົມພາກັນແຕ່ງຊຸດຂາວ ເພື່ອນ້ອມມຸທິຕາຈິດ ອັນບໍລິສຸດ ປຽບດັ່ງຄວາມຂາວບໍລິສຸດ ສົ່ງດວງວິຍານຂອງຜູ້ທີ່ຈາກໂລກນີ້ໄປສູ່ດິນແດນສຸຂາວະດີທີ່ຮຸ່ງເຮືອງພຸ້ນ .

ແຕ່ໃນປະຈຸບັນນີ້ ໃນປະເທດລາວເຮົາ ແນວຄິດໃສ່ຊຸດຂາວ ສ່ວນຫລາຍແມ່ນມີແຕ່ຍາດພິນ້ອງສະເພາະໃນຕອນແຫ່ງສົບເທົ່ານັ້ນ ຫລືວ່າບໍ່ແມ່ນເຄືອງຍາດກໍ່ຈະເສື້ອຂາວ ສິ້ນຫລືໂສ້ງດຳ ໄປຮ່ວມ ນອກນັ້ນຄົນສ່ວນຫລາຍແມ່ນຈະໃສ່ຊຸດດຳ ກັນແລ້ວໃນທຸກມື້ນີ້.

ແນວໃດກໍ່ຕາມ ຫລັກການປະຕິບັດການໃສ່ຊຸດຂາວ ແລະຊຸດດຳນີ້ ກໍ່ບໍ່ໄດ້ເປັນຫລັກສາກົນ ເພາະຍັງມີຫລາຍບ່ອນ ຫລາຍແຫ່ງ ທີ່ໃຊ້ສີອື່ນ ນອກຈາກສີດຳ ເຊັ່ນ : ຄົນຈີນ ຄົນອິນເດຍ ທີ່ໃສ່ຊຸດສີຂາວ ( ຍົນເວັ້ນຊາວຈີນທີ່ອາຍຸເກີນ 100 ປີ ກໍ່ຈະໃຊ້ສີແດງແທນ ) ສ່ວນຄົນເປີເຊຍ(ອີຣານ) ຈະນິຍົມໃຊ້ສີນ້ຳຕານ ອັນເປັນສີທີ່ສະແດງເຖິງໃບໄມ້ທີ່ແຫ້ງຫລົ່ນຈາກກົກ, ແລະຊາວຊີເຣຍໂບຮານຈະໃຊ້ສີຟ້າ ເຊິ່ງເປັນສີທີ່ຫມາຍເຖິງສວງສະຫວັນ, ສ່ວນຊາວອິຢີບໂບຮານ ຈະໃຊ້ສີເຫລືອງ ຄ້າຍຄືແສງພະອາທິດ ທີ່ຮຸ່ງແຈ້ງ ເຫລົ່ານີ້ເປັນຕົ້ນ .

ເມື່ອເຮົາຮູ້ການໃຊ້ສີຊຸດແຕ່ງກາຍນີ້ແລ້ວ ເຮົາເປັນຄົນລາວ ຈະເລືອກໃຊ້ສີຫຍັງຈຶ່ງຈະຖຶກຕ້ອງການຫລັກຄວາມເຊື່ອ ປະເພນີ ໃນພິທີງານສົບໃນຄັ້ງຕໍ່ໄປ.

 

ຂໍ້ມູນຈາກ: Art and Culture of Laos
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...