Homeຂ່າວຕ່າງປະເທດຝ່າຍຄ້ານເກົາຫລີໃຕ້ ກຽມຖອດຖອນ ປາກ ກຶນເຮ ອອກຈາກຕຳແໜ່ງປະທານາທິບໍດີ ຕົ້ນເດືອນໜ້ານີ້

ຝ່າຍຄ້ານເກົາຫລີໃຕ້ ກຽມຖອດຖອນ ປາກ ກຶນເຮ ອອກຈາກຕຳແໜ່ງປະທານາທິບໍດີ ຕົ້ນເດືອນໜ້ານີ້

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ພະຈິກນີ້ວ່າ ສະມາຊິກລັດຖະສະພາເກົາຫລີໃຕ້ ນຳໂດຍກຸ່ມ ສ.ສ ຝ່າຍຄ້ານ ວູ ຊັງໂຮ ຜູ້ນຳພັກຝ່າຍຄ້ານ ຈາກພັກເດໂມຄຣາຕິກ ໄດ້ອອກມາລະບຸວ່າ ຈະມີການລົງຄະແນນໃນລັດຖະສະພາ ເພື່ອຖອດຖອນ ທ່ານ ນາງ ປາກ ກຶນເຮ ອອກຈາກຕຳແໜ່ງປະທານາທິບໍດີຂອງປະເທດ ໃນວັນທີ 2 ທັນວາ ຫລື ຢ່າງຊ້າສຸດພາຍໃນວັນທີ 9 ທັນວານີ້ ພາຍຫລັງທີ່ໄອຍະການນະຄອນຫລວງເຊອູນ ໄດ້ອອກມາຖະແຫລງ ໃນວັນທີ 20 ຜ່ານມານີ້ວ່າ ຈາກການສອບສວນພິເສດ ນາງ ຊອຍ ຊຸນຊິນ ຊຶ່ງຖືກຕັ້ງຂໍ້ຫາແຊກແຊງກິດຈະການຂອງລັດ ໃຊ້ອິດທິພົນກົດດັນໃຫ້ບໍລິສັດຕ່າງໆ ບໍລິຈາກເງິນສະໜັບສະໜູນໃຫ້ແກ່ມູນນິທິ ແລ້ວດຳເນີນການຍັກຍອກເງິນດັ່ງກ່າວ ໄປນຳໃຊ້ສ່ວນຕົວນັ້ນ ສະຫລຸບຈາກຫລັກຖານທັງໝົດວ່າ ປະທານາທິບໍດີ ປາກ ກຶນເຮ ຂອງເກົາຫລີໃຕ້ ສົມຮູ້ຮ່ວມຄິດໃນຄະດີດັ່ງກ່າວນີ້ ສົ່ງຜົນເຮັດໃຫ້ເກີດແຮງກະຕຸ້ນ ທີ່ຮຽກຮ້ອງໃຫ້ຜູ່້ນຳເກົາຫລີໃຕ້ຄົນປັດຈຸບັນ ລາອອກຈາກຕຳແໜ່ງ.

ພ້ອມກັນນັ້ນ ສ່ວນປະຊາຊົນຊາວເກົາຫລີໃຕ້ ຈຳນວນນັບແສນຄົນ ໄດ້ພ້ອມກັນອອກມາເດີນຂະບວນໂຮມຊຸມນຸມ ຢູ່ໃຈກາງນະຄອນຫລວງເຊອູນ ໃນມື້ວັນເສົາທີ 19 ພະຈິກທີ່ຜ່ານມານີ້ ຊຶ່ງເປັນການໂຮມຊຸມນຸມໃຫຍ່ທ້າຍອາທິດ 4 ຄັ້ງຕິດຕໍ່ກັນ ເພື່ອຮຽກຮ້ອງໃຫ້ ທ່ານ ນາງ ປາກ ກຶນເຮ ລາອອກຈາກຕຳແໜ່ງ, ນັບເປັນການເດີນຂະບວນປະທ້ວງ ທີ່ໃຫຍ່ທີ່ສຸດໃນປະຫວັດສາດເກົາຫລີໃຕ້ ນັບຕັ້ງແຕ່ຊຸມປີ 1980 ເປັນຕົ້ນມາ.

SKOREA-POLITICS-SCANDAL
ຊາວເກົາຫລີໃຕ້ນັບແສນກວ່າຄົນ ອອກມາໂຮມຊຸມນຸມ ຮຽກຮ້ອງໃຫ້ ປາກ ກຶນເຮ ລາອອກຈາກຕຳແໜ່ງ

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...