spot_img
Homeຂ່າວຕ່າງປະເທດຈີນກຽມເປີດນຳໃຊ້ ເສັ້ນທາງລົດໄຟຄວາມໄວສູງ ຊຽງໄຮ້-ຄຸນໝິງ ເດືອນໜ້ານີ້

ຈີນກຽມເປີດນຳໃຊ້ ເສັ້ນທາງລົດໄຟຄວາມໄວສູງ ຊຽງໄຮ້-ຄຸນໝິງ ເດືອນໜ້ານີ້

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ພະຈິກນນີ້ວ່າ ລັດຖະບານຈີນ ໄດ້ປະກາດກຽມເປີດໃຫ້ບໍລິການ ເສັ້ນທາງລົດໄຟຄວາມໄວສູງ ນະຄອນຊຽງໄຮ-ຄຸນໝິງ ແຂວງຢູນນານ ໃນເດືອນໜ້ານີ້ ໂດຍເສັ້ນທາງລົດໄຟດັ່ງກ່າວ ມີຄວາມຍາວ 2,300 ກິໂລແມັດ ຕັດຜ່ານບັນດາເມືອງໃຫຍ່ທີ່ສຳຄັນເຊັ່ນ ເມືອງຫາງໂຈວ ແລະ ອີ້ອູ ແຂວງເຈີ້ຈຽງ, ເມືອງໜານຊາງ ແຂວງຈຽງຊີ ແລະ ເມືອງສາງຊາ ໃນແຂວງຫູໜານ ຊຶ່ງຈະຫລຸດຜ່ອນໄລຍະເວລາເດີນທາງໄປ-ກັບ ລະຫວ່າງຊຽງໄຮ້ ແລະ ຄຸນໝິງ ຈາກເມື່ອກ່ອນທີ່ໃຊ້ເວລາປະມານ 35-40 ຊົ່ວໂມງ ເຫລືອພຽງແຕ່ 9 ຊົ່ວໂມງເທົ່ານັ້ນ.

ສຳນັກງານການທ່ອງທ່ຽວຄຸນໝິງ ໄດ້ຄາດໝາຍວ່າ ຕົວເລກນັກທ່ອງທ່ຽວຈະເພີ່ມຂຶ້ນປະມານ 10.25-20% ຫລັງຈາກເສັ້ນທາງລົດໄຟດັ່ງກ່າວນີ້ ເປີດໃຫ້ບໍລິການ, ນອກຈາກນີ້ ຍັງຄາດວ່າ ຈະມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມຄຸນໝິງ ປະມານ 150 ລ້ານຄົນ ພາຍໃນປີ 2020 ໂດຍໃນຈຳນວນດັ່ງກ່າວ ປະມານ 30 ລ້ານຄົນ ຈະເດີນທາງດ້ວຍລົດໄຟຄວາມໄວສູງ.

559000012112103

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...