Homeຂ່າວພາຍ​ໃນສະພາສະເໜີ ໃຫ້ລັດຖະບານຄຸ້ມຄອງບໍ່ແຮ່ຢ່າງເຂັ້ມງວດ

ສະພາສະເໜີ ໃຫ້ລັດຖະບານຄຸ້ມຄອງບໍ່ແຮ່ຢ່າງເຂັ້ມງວດ

Published on

ອີງຕາມການລາຍງານຂອງຄະນະປະຈຳດັ່ງກ່າວໃຫ້ຮູ້ວ່າ: ສປປ ລາວ ເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນແຮ່ທາດທີ່ມີຄ່າ, ຂະນະດຽວກັນ ການລົງທຶນສຳຫລວດ ແລະ ຂຸດຄົ້ນແຮ່ທາດຢູ່ລາວແມ່ນພວມໄດ້ຮັບຄວາມສົນໃຈຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດຢ່າງກວ້າງຂວາງ, ເປັນຕົ້ນ: ໂຄງການຂຸດຄົ້ນແຮ່ຄຳ-ທອງເຊໂປນ, ໂຄງການພູເບ້ຍມາຍນິງ, ໂຮງໄຟຟ້າຖ່ານຫີນຫົງສາລິກໄນ ແລະ ໂຄງການອື່ນໆ ທີ່ມີການເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ແລະ ມີປະສິດທິຜົນ, ອັນໄດ້ປະກອບສ່ວນເຮັດໃຫ້ເສດຖະກິດຂອງຊາດ ຂະຫຍາຍຕົວຕໍ່ເນື່ອງ ທັງປະກອບສ່ວນສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນ ເພື່ອໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນເທື່ອລະກ້າວ.

ແຕ່ຄຽງຄູ່ກັນນັ້ນ ກໍສັງເກດເຫັນວ່າຍັງມີຫລາຍໂຄງການບໍ່ປະຕິບັດໄດ້ຕາມຂັ້ນຕອນຂອງລະບຽບກົດໝາຍກຳນົດໄວ້, ຕາມການລາຍງານຈາກຂະແໜງກ່ຽວຂ້ອງ ໃນການອະນຸມັດ ໃຫ້ຊອກຄົ້ນສຳຫລວດແຮ່ທາດຢູ່ລາວ ເຮົາມີຫລາຍກວ່າ 200 ໂຄງການ ແຕ່ມີພຽງ 3 ໂຄງການເທົ່ານັ້ນ ທີ່ເຄື່ອນໄຫວປະຕິບັດຖືກຕ້ອງຕາມກົດໝາຍກຳນົດໄວ້. ນອກນັ້ນມີບາງໂຄງການອະນຸມັດບໍ່ຖືກຕ້ອງຕາມຫລັກການ, ມີການສວຍໃຊ້ໃບອະນຸຍາດຈາກຂະແໜງການໜຶ່ງ ໄປດຳເນີນທຸລະກິດໃນອີກຂະແໜງໜຶ່ງ ດັ່ງກໍລະນີຢູ່ແຂວງວຽງຈັນ. ນອກຈາກນີ້ ເຖິງວ່າໄດ້ມີຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການໂຈະພິຈາລະນາ ແລະ ອະນຸມັດໂຄງການລົງທຶນໃໝ່ສຳລັບການຊອກຄົ້ນ, ສຳຫລວດແຮ່ທາດ ລວມທັງການຂຸດຄົ້ນຄຳຕົກຂ້ອນຕາມແມ່ນ້ຳລຳເຊຕ່າງໆແລ້ວກໍຕາມ, ແຕ່ກໍປາກົດຍັງມີສະພາບການລະເມີດບຸກລຸກເຂົ້າໄປລັກຂຸດຄົ້ນແຮ່ຄຳຕົກຂ້ອນຂອງປະຊາຊົນໃນຫລາຍເຂດ, ໂດຍການນຳໃຊ້ສານເຄມີອັນຕະລາຍສະກັດເອົາແຮ່ຄຳ ໂດຍສະເພາະຢູ່ເຂດເມືອງແມດ, ຊະນະຄາມ ແຂວງວຽງຈັນ, ຊຽງຂວາງ ແລະ ແຂວງອື່ນໆ ອັນໄດ້ສົ່ງຜົນກະທົບບໍ່ດີຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດຢ່າງຮ້າຍແຮງ ແລະ ສາເຫດທີ່ພາໃຫ້ສະພາບດັ່ງກ່າວແຜ່ຫລາຍນັ້ນກໍເປັນຍ້ອນການປະຕິບັດບັນດານິຕິກຳທີ່ກ່ຽວຂ້ອງຕ່າງໆຍັງບໍ່ທັນໄດ້ດີ ແລະ ເຂັ້ມງວດ, ການສະໜອງ ແລະ ເຜີຍແຜ່ຂໍ້ມູນຂ່າວສານການນຳໃຊ້ສານເຄມີອັນຕະລາຍຕ່າງໆຍັງບໍ່ທັນຫລາກຫລາຍ ແລະ ກວ້າງຂວາງ, ບາງລະບຽບ, ຫລັກການຍັງກຳນົດບໍ່ທັນຈະແຈ້ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາ, ການແບ່ງຄວາມຮັບຜິດຊອບ ແລະ ກົນໄກການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນຍັງບໍ່ຊັດເຈນ.

ສະນັ້ນ ຈຶ່ງສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດບາງມາດຕະການຕົ້ນຕໍ ຄືໃຫ້ກວດຄືນບັນດາກົດໝາຍ ແລະ ນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງກັບການຄຸ້ມຄອງວຽກງານແຮ່ທາດທີ່ເຫັນວ່າອັນໃດບໍ່ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນແມ່ນໃຫ້ປັບປຸງໂດຍໄວ, ກວດຄືນບັນດາສັນຍາຂອງໂຄງການຕ່າງໆທີ່ໄດ້ລົງນາມກັນແລ້ວ ອັນໃດຄວນໃຫ້ສືບຕໍ່, ອັນໃດຄວນໂຈະ, ລຶບລ້າງ ຫລື ຍົກເລີກ, ຮີບຮ້ອນແກ້ໄຂຜົນກະທົບດ້ານຕ່າງໆທີ່ມີຕໍ່ປະຊາຊົນ ແລະ ສິ່ງແວດລ້ອມຕ່າງໆ

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...