Homeຂ່າວຕ່າງປະເທດຫວຽດນາມຍົກເລີກແຜນສ້າງໂຮງໄຟຟ້ານິວເຄຣຍ 2 ແຫ່ງທຳອິດໃນປະເທດ

ຫວຽດນາມຍົກເລີກແຜນສ້າງໂຮງໄຟຟ້ານິວເຄຣຍ 2 ແຫ່ງທຳອິດໃນປະເທດ

Published on

ສະພາແຫ່ງຊາດຫວຽດນາມລົງມະຕິໃນກອງປະຊຸມແບບປິດ ເມື່ອວັນທີ 22 ພະຈິກ 2016 ທີ່ຜ່ານມາ ຫຼັງຈາກຄະນະລັດຖະບານໄດ້ມີການປຶກສາຫາລືກັນ ກ່ຽວກັບການກໍ່ສ້າງໂຮງໄຟຟ້ານິວເຄຣຍ 2 ແຫ່ງທຳອິດໃນປະເທດ ທີ່ມີແຜນສ້າງຮ່ວມກັບ ຣັດເຊຍ ແລະ ຢີ່ປຸ່ນ ທີ່ມີມູນຄ່າການສ້າງຫຼາຍພັນລ້ານຫຼຽນສະຫະລັດ

ລັດຖະບານຂອງຫວຽດນາມໄດ້ລະບຸໃນລະຫວ່າງການຖະແຫຼງຂ່າວວ່າ ໄດ້ມີການຍົກເລີກແຜນສ້າງໂຮງໄຟຟ້ານິວເຄຣຍ 2 ແຫ່ງທຳອິດໃນປະເທດ ເຫດຜົນຍ້ອນທາງດ້ານເສດຖະກິດເທົ່ານັ້ນ ເພາະລັດຖະບານມີຄວາມຈຳເປັນທີ່ຈະນຳເງິນທີ່ຈະໃຊ້ໃນໂຄງການນີ້ໄປໃຊ້ໃນໂຄງການອື່ນທີ່ມີຄວາມສຳຄັນຫຼາຍກວ່າ ເພາະໃນຂະນະນີ້ລັດຖະບານຫວຽດ ນາມ ກຳລັງຄວບຄຸມລາຍຈ່າຍເງິນຄັງຂອງປະເທດ ເນື່ອງຈາກມີໜີ້ຈາກສາທາລະນະເພີ່ມສູງຂຶ້ນຈົນເກືອບເກີນກົດໝາຍກຳນົດໄວ້ ເຊິ່ງເຮັດໃຫ້ຄວາມສາມາດໃນການໃຊ້ຈ່າຍເງິນແມ່ນມີຈຳກັດ.

ໂຮງໄຟຟ້ານິວເຄຣຍທັງສອງແຫ່ງຂອງຫວຽດນາມ ມີແຜນຈະສ້າງໃນແຂວງ ນິງຕ່ວນ ທາງພາກກາງຂອງປະເທດ ເຊິ່ງຈະມີກຳລັງການຜະລິດກະແສໄຟຟ້າຮວມກັນເຖິງ 4,000 ເມກະວັດ ແຜນການສ້າງໂຮງໄຟຟ້ານິວເຄຣຍ 2 ແຫ່ງ ຖືກອະນຸມັດແຜນສ້າງເມື່ອປີ 2009 ເຊິ່ງເປັນຊ່ວງໄລຍະເວລາທີ່ຫວຽດນາມມີຄວາມຕ້ອງການໃຊ້ພະລັງງານເພີ່ມຂຶ້ນ 17% – 20% ຕໍ່ປີ

 

ເຄຣດິດຂ່າວ: http://news.mthai.com/hot-news/world-news/534781.html
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...