Homeຂ່າວຕ່າງປະເທດແຜ່ນດິນໄຫວ 7.0 ນອກຝັ່ງອາເມລິກາກາງ ປະກາດເຕືອນໄພສຶນາມິ

ແຜ່ນດິນໄຫວ 7.0 ນອກຝັ່ງອາເມລິກາກາງ ປະກາດເຕືອນໄພສຶນາມິ

Published on

ອີງຕາມສໍານັກຂ່າວຕ່າງປະເຫດລາຍງານ ວັນທີ 25 ພະຈິກວ່າ: ເກີດແຜ່ນດິນໄຫວລະດັບ 7.0 ນອກແຄມຝັ່ງມະຫາສະໝຸດປາຊີຟິກ ຂອງປະເທດນິກາຣາກົວ ແລະປະເທດເອວຊັນວາດອນ ເມື່ອເວລາ 12:43 ນາທີ ວັນທີ 24 ພະຈິກ ເຮັດໃຫ້ທາງການຂອງທັງສອງປະເທດຕ້ອງປະກາດເຕືອນໄພຄື່ນສຶນາມິ ຄະນະທີນິກາຣາກົວປະກາດພາວະສຸກເສີນເນື່ອງຈາກພາຍຸເລີຣິເຄນເຄື່ອນຕົວເຂົ້າສູ່ປະເທດແລ້ວ.

ຕາມການລາຍງານຂອງສໍານັກລວມສະຖານີວິທະຍຸແຫ່ງຊາດສາຫະລັດ ( USGS ) ຈຸດສູນກາງແຜ່ນດິນໄຫວຢູ່ເລິກລົງໄປໃຕ້ທະເລຍາວ 10.3 ກມ ແລະຢູ່ຫ່າງຈາກເມືອງທ່າ ເອວ ຕໍຣິອຸນໂຟ ຂອງເອວຊັນວາດອນໄປທາງຕະເວັນຕົກຊຽງໃຕ້ 153 ກມ. ໂດຍໃນເບື່ອງຕົ້ນຍັງບໍ່ມີລາຍງານຄວາມເສຍຫາຍ ແລະຜູ້ບາດເຈັບຈາກແຜ່ນດິນໄຫວຄັ້ງນີ້ ແຕ່ນາງ ລິນາໂພ ລັດຖະມົນຕີວ່າການກະຊວງສິ່ງແວດລ້ອມເອວຊັນວາດອນກ່າວວ່າ: ມີການະກາດເຕືອນໄພຄື່ນສຶນາມິ ແລະຄາດວ່າ ຄື່ນສູງສຸດ 3 ແມັດ ອາດພັດເຂົ້າສູ່ແຄມຝັ່ງ.

ຂະນະທີ່ສໍານັກງານປ້ອງກັນພົນລະເຮືອນເອວຊັນວາດອນອອກປະກາດເຕືອນປະຊາຊົນທີອາໃສຢູ່ບໍລິເວນແຄມຝັ່ງມະຫາສະໝຸດປາຊີຟິກ ໃຫ້ອົບພະຍົບອອກຈາກແຄມຝັ່ງປະມານ 1 ກມ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...