ສະຫາຍເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ

ຂປລ. ຕອບ​ສະໜອງ​ຕາມ​ຄໍາ​ເຊີນ​ ຂອງ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່ ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກປະຊາຊົນ​ປະຕິວັດ​ລາວ ປະທານ​ປະ​ເທດ ​ແຫ່ງສາທາລະນະ​ລັດ​ ປະຊາທິປະ​ໄຕ ປະຊາຊົນ​ລາວ, ສະຫາຍ​ ຫງວຽນ ຟູຈ້ອງ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກກອມ​ມູນິດຫວຽດນາມ ພ້ອມ​ດ້ວຍ​ຄະນະ ​ຜູ້​ແທນ​ຂັ້ນ​ສູງ ​ພັກ-ລັດ ​ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ ​ໄດ້​ເດີນທາງ​ເຖິງນະຄອນຫລວງ​ວຽງ​ຈັນ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ ສັນຖະວະ​ໄມຕີ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ຢ່າງ​ເປັນ​ທາງ​ການ ​​ແຕ່​ວັນ​ທີ 24-26 ພະຈິກ 2016 ນີ້.

ອອກ​ຮັບສະຫາຍ​ ເລຂາທິການ​ໃຫຍ່ ຫງວຽນ ຟູຈ້ອງ ພ້ອມ​ຄະນະ ທີ່​ສະ​ໜາມ​ບິນ​ສາກົນ​ວັດ​ໄຕມີ​ ສະຫາຍ ພັນ​ຄໍາ ວິພາ​ວັນ ກໍາມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້​ປະ​ຈໍາ​ການຄະນະ​ເລຂາທິການ​ສູນ​ກາງ​ພັກ ຮອງ​ປະທານ​ປະ​ເທດ ສປປ ລາວ ພ້ອມ​ດ້ວຍ​ບັນດາ​ສະຫາຍ​ການ​ນໍາ​ຂັ້ນ​ສູງ​ພັກ-ລັດ ຈາກ​ອົງການ​ສໍານັກງານ​ສູນ​ກາງ ​ແລະ ນະຄອນຫລວງ​ວຽງ​ຈັນ, ພະນັກງານ​ສະຖານທູດ, ຊາວ​ໜຸ່ມ, ນັກ​ສຶກສາ, ຊາວ​ຫວຽດນາມ ​ແລະ ​ມວນ​ຊົນ​ຊາວ​ນະຄອນຫລວງ​ວຽງ​ຈັນ​ຈໍານວນ​ຫລວງຫລາຍ ​ໂບກ​ທຸງ​ຊາດ​ສອງ​ປະ​ເທດ ​ເພື່ອ​ຂໍ່ານັບ​ຊົມ​ເຊີຍການ​ເດີນທາງ​ມາ​ເຖິງ ​ນະຄອນຫລວງ​ວຽງ​ຈັນ ​ຂອງ​ຄະນະ​ຢ່າງ​ຄຶກຄື້ນ.

ພິທີ​ຕ້ອນຮັບ​ສະຫາຍ​ ຫງວຽນ ຟູຈ້ອງ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ ​ສູນ​ກາງ ​ພັກກອມ​ມູນິດ​ຫວຽດນາມ​ ຢ່າງ​ເປັນ​ທາງ​ການ​ ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ທີ່​ທໍານຽບປະທານ​ປະ​ເທດ ​ໂດຍ​ ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່ ​ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກ ປະຊາຊົນປະຕິວັດ​ລາວ ​ແລະ ບັນດາ​ສະ​ຫາຍການ​ນໍາ​ຂັ້ນ​ສູງ​ຂອງ​ລາວ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ ​ພັກປະຊາຊົນປະຕິວັດ​ລາວ ປະທານ​ປະ​ເທດ​ ​ໄດ້​ນໍາ​ສະຫາຍ ​ເລຂາທິຫານ​ໃຫຍ່ ຫງວຽນ ຟູຈ້ອງ ​ໄປ​ຍັງ​ແທ່ນ​ກຽດຕິຍົດ​ ເພື່ອ​ເຄົາລົບ​ທຸງຊາດ ຫວຽດນາມ-ລາວ​ ຕາມ​ລໍາດັບ ສະຫາຍ ບຸນ​ຍັງ ວໍລະ​ຈິດ ນໍາ​ສະຫາຍ​ ຫງວຽນ ຟູຈ້ອງ ກວດ​ແຖວ​ທະຫານ​ກອງ​ກຽດຕິຍົດ ​ກອງທັບ​ປະຊາຊົນ​ລາວ ​ແລະ ​ແນະ​ນໍາ ຄະນະ​ຕ້ອນຮັບ​ທາງ​ການ ​ຝ່າຍ​ລາວ ​ແລະ ຄະນະ​ຜູ້​ແທນ​ຝ່າຍ​ຫວຽດນາມ.
15178982_544744852401911_8237022000917224624_n
ພາຍຫລັງ​ສໍາ​ເລັດພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ ທີ່​ທໍານຽບປະທານ​ປະ​ເທດ ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ພ້ອມ​ດ້ວຍ​ການ​ນໍາ​ຂັ້ນ​ສູງ ​ພັກ-ລັດ ສປປ ລາວ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ ສະຫາຍ ຫງວຽນ ຟູຈ້ອງ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານສູນ​ກາງ​ ພັກ​ກອມ​ມູນິດ​ຫວຽດນາມ ພ້ອມ​ຄະນະ​ ຜູ້​ແທນ​ຂັ້ນ​ສູງ​ພັກ-ລັດ ສສ ຫວຽດນາມ. ​ໃນ​ການ​ພົບ​ປະ​ເຈ​ລະ​ຈາ ສະຫາຍ ບຸນ​ຍັງ ວໍລະ​ຈິດ ກ່າວ​ສະ​ແດງ​ ຄວາມ​ຍິນ​ດີ​ຕ້ອນຮັບ ສະຫາຍ ຫງວຽນ ຟູຈ້ອງ ພ້ອມ​ດ້ວຍ​ຄະນະ ທີ່​ມາ​ຢ້ຽມຢາມ​ສັນຖະວະ​ໄມຕີ ສປປ ລາວ ຢ່າງ​ເປັນ​ທາງ​ການ​ ໄດ້​ນໍາ​ເອົາ​ມິດ​ຈິດມິດ​ໃຈ​ອັນ​ດູດ​ດື່ມ, ຄວາມ​ສາມັກຄີ​ພິ​ເສດ​ອັນ​ສະໜິດສະໜົມ, ບໍລິສຸດ​ຜຸດ​ຜ່ອງ​ຈາກ​ ພັກ-ລັດ ​ແລະ ປະຊາຊົນ​ຫວຽດນາມ​ ອ້າຍ​ນ້ອງ​ມາສູ່​ ພັກ-ລັດ ​ແລະ ປະຊາຊົນ​ລາວ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ບຸນ​ຍັງ ວໍລະ​ຈິດ ​ໄດ້​ຕີ​ລາຄາ​ສູງ​ຕໍ່ການ​ມາ​ຢ້ຽມຢາມ​ຂອງສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ ຟູຈ້ອງ ​ເຊິ່ງ​ເປັນ​ການປະກອບສ່ວນ​ອັນ​ສໍາຄັນ ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບ​ບພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ທີ່​ປະທານ​ໂຮ່ຈີ່ມິງ ຜູ້​ຍິ່ງ​ໃຫຍ່, ປະທານ ​ໄກສອນ ພົມວິຫານ ​ແລະ ປະທານ​ສຸພາ​ນຸວົງ ທີ່​ເຄົາລົບ​ຮັກ​ເປັນ​ຜູ້​ສ້າງ, ຖະນຸຖະຖອມ ​ແລະ ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ໂດຍ​ບັນດາ​ການ​ນໍາ​ຮຸ່ນ​ຕ່າງໆ, ບັນດາ​ນັກຮົບ​ປະຕິວັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ​ເລິກ​ເຊີ່ງ ​ແລະ ​ເກີດ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.

bounyung1

ສະຫາຍ ຫງວຽນ ຟູຈ້ອງ ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນກາງ ພັກ​ກອມ​ມູນິດ​ຫວຽດນາມ ກ່າວສະ​ແດງ​ຄວາມ​ປິ​ຕິ​ຍິນດີ ​ເປັນ​ຢ່າງ​ຍິ່ງ ​ທີ່​ໄດ້​ນໍາພາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ພັກ​-ລັດ ສສ ຫວຽດນາມ ເດີນ ທາງ​ມາ​ຢ້ຽມຢາມ​ສັນຖະວະ​ໄມຕີ ສປປ ລາວ ຢ່າງ​ເປັນ​ທາງ​ການ​ເປັນ​ຄັ້ງ​ທໍາ​ອິດ​ ພາຍຫລັງ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ ​ເປັນ​ເລຂາທິການ​ໃຫຍ່​ອີກ​ຄັ້ງ​ໃໝ່​ ໃນ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ ເຊິ່ງ​ເປັນ​ການສະ​ແດງ​ເຖິງ ​ຄວາມ​ມີ​ຊີວິດ​ຊີວາ​ແຫ່ງ​ສາຍ​ພົວພັນ​ມິດຕະພາບ ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ​ ຫວຽດນາມ-ລາວ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ສູງ​ ຕໍ່​ການ​ຕ້ອນຮັບ​ສົມ​ກຽດ ​ແລະ ສະໜິດສະໜົມ ​ບົນ​ນ້ຳ​ໃຈ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດຖານ​ສະຫາຍ​ອ້າຍ​ນ້ອງ ​ຈາກ​ສະຫາຍ​ການ​ນໍາ​ຂັ້ນ​ສູງ ​ພັກ-ລັດ ​ແລະປະຊາຊົນ​ລາວ​ ທີ່​ມີ​ຕໍ່​ຄະນະ ສະຫາຍ ​ເລຂາທິການ​ໃຫຍ່ ຫງວຽນ ຟູຈ້ອງ ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ນໍາພາ​ຂອງ​ ພັກ​ປະຊາຊົນປະຕິວັດ​ລາວ ​ຈະ​ສືບ​ຕໍ່​ຍາດ​ໄດ້ຜົນ​ງານ​ອັນ​ໃໝ່​ໃຫຍ່​ຫລວງ​ກວ່າ​ເກົ່າ, ຈັດ​ຕັ້ງ​ປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ X ຂອງ​ພັກ​ ໃຫ້​ປະກົດ​ຜົນ​ເປັນ​ຈິງ.

ສອງ​ຝ່າຍ​ຍັງ​ໄດ້​ແຈ້ງ​​ ໃຫ້​ກັນຊາ​ບ ສະພາບ​ການ​ພົ້ນ​ເດັ່ນ ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ, ຕີ​ລາຄາ​ການ​ພົວພັນ​ຮ່ວມ​ມື​ ໃນ​ໄລຍະ​ຜ່ານ​ມາ ​ແລະ ປຶກສາ​ຫາລື​ທິດ​ທາງ​ ຮ່ວມ​ມື​ໃນ​ຕໍ່ໜ້າ ​ເພື່ອ​ນໍາ​ເອົາ​ການ​ພົວພັນ​ພິ​ເສດ ລະຫວ່າງ ສອງ​ປະ​ເທດ​ກ້າວ​ສູ່​ຈຸດ​ສູງ​ອັນ​ໃໝ່, ພາຍຫລັງ​ການ​ພົບ​ປະ​ສອງ​ຝ່າຍ ສະຫາຍ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ບຸນ​ຍັງ ວໍລະ​ຈິດ  ​ແລະ ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ ຟູຈ້ອງ ​ໄດ້​ເປັນ​ສັກຂີ​ພິຍານ​ ໃນ​ການ​ລົງ​ນາມ​ບັນດາ​ເອກະສານ​ຮ່ວມ​ມື ລະຫວ່າງ ສອງ​ພັກ-ລັດຖະບານ ຈໍານວນ 6 ສະບັບ ຄື: ບົດ​ບັນທຶກ​ຊ່ວຍ​ຈໍາ​ ວ່າ​ດ້ວຍ​ການ​ຊ່ວຍ​ເຫລືອ ​ການ​ກໍ່ສ້າງ​ໂຮງຮຽນ​ສາມັນ​ຢູ່​ແຂວງ​ບໍລິ​ຄໍາ​ໄຊ, ບົດ​ບັນທຶກ​ຊ່ວຍ​ຈໍາ ລະຫວ່າງ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ສປປ ລາວ ​ແລະ ກະຊວງ​ຄົມມະນາຄົມ ​ແລະ ຂົນ​ສົ່ງ ສສ ຫວຽດນາມ​ ວ່າ​ດ້ວຍ​ການ​ກໍ່ສ້າງ​ເສັ້ນທາງ​ດ່ວນ ​ວຽງ​ຈັນ-ຮ່າ​ໂນ​ຍ, ຂໍ້ຕົກລົງ​ ລະຫວ່າງ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ສປປ ລາວ ​ແລະ ກະຊວງ​ຄົມມະນາຄົມ ​ແລະ ຂົນ​ສົ່ງ ສສ ຫວຽດນາມ​ ວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ ບົດ​ບັນທຶກ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ດ້ານ​ຄົມມະນາຄົມ​ຂົນ​ສົ່ງ​ ໄລຍະ​ 2016-2020, ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື​ຍຸດ​ທະ​ສາດ ​ລາວ-ຫວຽດນາມ ຢູ່​ແຂວງ​ຫົວພັນ ​ແລະ ​ແຂວງ​ຊຽງ​ຂວາງ ​ແລະ ຂໍ້​ຕົກລົງ​ວ່າ​ດ້ວຍ​ ການ​ຮ່ວມ​ມື​ລະຫວ່າງ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ແລະ ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ຫວຽດນາມ.

15171039_544796335730096_5296986079808491236_n

ໃນ​ຕອນ​ແລງ ສະຫາຍ ຫງວຽນ ຟູຈ້ອງ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຜູ້​ແທນ​ຂັ້ນ​ສູງ​ພັກ-ລັດ ສສ ຫວຽດນາມ ​ໄດ້​ພົບ​ປະ​ຢ້ຽມຢາມ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ທີ່​ສໍານັກງານ​ນາຍົກລັດຖະມົນຕີ, ພົບ​ປະ​ຢ້ຽມຢາມ ສະຫາຍ ນາງ ປານີ ຢ່າ​ທໍ່​ຕູ້ ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ປະທານ​ສະພາ​ແຫ່ງ​ຊາດ ທີ່​ຫໍ​ສະພາ​ແຫ່ງ​ຊາດ, ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບຂອງ​ ສະຫາຍ ​ໄຊ​ສົມ​ພອນ ພົມວິຫານ ກໍາມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສູນ​ກາງແນວ​ລາວ​ສ້າງ​ຊາດ ​ແລະ ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ ​ຂອງ​ສະຫາຍ ວິ​ໄລ​ວົງ ບຸດ​ດາ​ຄໍາ ກໍາມະການ​ສູນ​ກາງ​ພັກ, ປະທານ​ກໍາມາ​ທິການ​ແຜນການ, ການ​ເງິນ ​ແລະ ກວດ​ສອບ ສະພາ​ແຫ່ງ​ຊາດ ທັງ​ເປັນ​ປະທານ​ ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ ​ຂັ້ນ​ສູນ​ກາງ.

​ໃນ​ຕອນ​ຄໍ່າ ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານສູນ​ກາງ​ ພັກປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ​ເປັນ​ເຈົ້າພາບ​ຈັດ​ງານ​ລ້ຽງ​ ຕ້ອນຮັບ​ເປັນ​ກຽດ​ແກ່ ສະຫາຍ ຫງວຽນ ຟູຈ້ອງ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານສູນ​ກາງ ​ພັກກອມ​ມູນິ​ດຫວຽດນາມ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ພັກ-ລັດ ສສ ຫວຽດນາມ ທີ່​ທໍານຽບປະທານ​ປະ​ເທດ. ​ໃນ​ບົດ​ປາ​ໄສກ່າວ​ໃນ​ງານ​ລ້ຽງ ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ໄດ້​ສະ​ແດງ​ຄວາມ​ຂໍ່ານັບ​ຮັບ​ຕ້ອນ ​ແລະ ຕີ​ລາຄາ​ສູງ​ ຕໍ່​ການ​ມາ​ຢ້ຽມຢາມ​ຂອງ ສະຫາຍ ຫງວຽນ ຟູຈ້ອງ ​ເລຂາທິການ​ໃຫຍ່ ​ແລະ ຜົນ​ສໍາ​ເລັດ​ຂອງ​ການ​ພົບ​ປະ​ເຈລະຈາ​ສອງ​ຝ່າຍ ​ເຊິ່ງຈະ​ເປັນ​ການ​ປະກອບສ່ວນ​ ນໍາ​ເອົາ​ການ​ພົວພັນ​ພິ​ເສດ​ ກ້າວ​ສູ່​ຈຸດ​ສຸມ​ອັນ​ໃໝ່ ສະຫາຍ ບຸ​ນຍັງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ ຕໍ່​ບັນດາ​ຜົນ​ສໍາ​ເລັດ​ທີ່​ສໍາຄັນໃຫຍ່​ຫລວງ​ຮອບດ້ານ ​ຂອງ​ປະຊາຊົນຫວຽດນາມ​ອ້າຍ​ນ້ອງ​ ພາຍ​ໃຕ້​ການ​ນໍາພາ​ອັນ​ສະຫລາດ​ສ່ອງ​ໃສ ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ເຮັດ​ໃຫ້​ປະ​ເທດ​ຊາດ​ຫວຽດນາມ​ ມີ​ສະຖຽນ​ລະ​ພາບທາງ​ດ້ານ​ການ​ເມືອງ, ເສດຖະກິດ​ຂະຫຍາຍຕົວ ​ຢ່າງ​ຕໍ່​​ເນື່ອງ ຖານະ​ບົດບາດ​ຂອງ​ຫວຽດນາມ​ ໄດ້​ຮັບ​ການ​ຍົກ​ສູງ​ ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ. ພ້ອມ​ທັງ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ແລະ ຄວາມ​ຮູ້​ບຸນຄຸນ​ອັນ​ເລິກ​ເຊິ່ງຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ​ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ຊ່ວຍ​ເຫລືອ​ອັນ​ລໍ້າ​ຄ່າ, ທັນ​ການ ​ແລະ ມີ​ປະສິດທິ​ຜົນ ​ແກ່​ພາລະກິດ​ຕໍ່ສູ້​ກູ້​ຊາດ​ເມື່ອ​ກ່ອນ ກໍ​ຄືໃນ​ພາລະກິດປົກ​ປັກ​ຮັກສາ ​ແລະ ສ້າງສາພັດທະນາ​ປະ​ເທດ​ຊາດ ຂອງ​ປະຊາຊົນ​ລາວ​ ໃນ​ປັດຈຸບັນ ​ແລະ ​​ຢືນຢັນ​ວ່າ: ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ ສະຫາຍ​ຫວຽດນາມ​ອ້າຍ​ນ້ອງ, ສືບ​ຕໍ່​ເພີ່​ມທະວີ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ ​ແຫ່ງ​ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່​ໄດ້​ຜ່ານ​ການ​ທົດ​ສອບ​ ດ້ວຍ​ເລືອດ​ເນື້ອ​ ແລະ ການ​ເວລາ​ເປັນ​ເວລາ​ຫລາຍ​ທົດ​ສະວັດ​ນັ້ນ ​ໃຫ້​ໝັ້ນຄົງ​ທະ​ນົງ​ແກ່ນ​ ຕະຫລອດ​ໄປ ​ແລະ ອວຍພອນ​ໃຫ້​ ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ ຈົ່ງ​ສືບ​ຕໍ່​ຍາດ​ໄດ້ ຜົນ​ສໍາ​ເລັດ​ໃໝ່​ ໃຫຍ່​ຫລວງ​ກວ່າ​ເກົ່າ ​ໃນ​ພາລະກິດ​ສ້າ​ງສາ​ ພັດທະນາ​ ປະ​ເທດ​ຊາດ, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XII ຂອງ​ພັກ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

ສະຫາຍ ຫງວຽນ ຟູຈ້ອງ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານສູນ​ກາງ​ ພັກກອມ​ມູນິດ​ຫວຽດນາມ ສະ​ແດ​ງຄວາມ​ດີ​ໃຈ​ ເປັນ​ຢ່າງ​ຍິ່ງ ​ທີ່​ໄດ້​ມາ​ຢ້ຽມຢາມ​ລາວ ​ເປັນ​ປະ​ເທດ​ທໍາ​ອິດ ພາຍຫລັງ​ທີ່​ຖືກ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່ ​ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກກອມ​ມູນິດ​ຫວຽດນາມ ​ອີກ​ສະ​ໄໝ​ໜຶ່ງ ​ໃນ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XII ຂອງ​ພັກຜ່ານ​ມາ, ສະ​ແດງ​ຄວາມ​ຂອບ​ໃຈຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ​ແລະ ສະໜິດສະໜົມ ​ຖານ​ສະຫາຍ​ອ້າຍ​ນ້ອງ, ຕີ​ລາຄາ​ການ​ພົວພັນ​ ຮ່ວມ​ມື​ສອງ​ຝ່າຍ ​ທີ່​ຍາດ​ໄດ້ຜົນ​ສໍາ​ເລັດ​ໃນ​ຫລາຍ​ດ້ານ ​ແລະ ຈະ​ພ້ອມ​ກັບ​ສະຫາຍ​ລາວ ສືບ​ຕໍ່​ເພີ່ມ​ທະວີ​ສາ​ຍພົວພັນມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ, ສືບ​ຕໍ່​ນັບ​ມື້​ນັບໜັກ​ແໜ້ນ ​ເລິກ​ເຊິ່ງ ​ແລະ ​ເກີດ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ, ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ ຟູຈ້ອງ ​ໄດ້​ຕີ​ລາຄາ ​ແລະ ຊົມ​ເຊີຍ​ບັນດາ​ຜົນ​ສໍາ​ເລັດ​ທີ່​ສໍາຄັນຫລາຍ​ດ້ານ ​ຂອງ​ປະຊາຊົນ​ລາວອ້າຍ​ນ້ອງ​ທີ່​ຍາດ​ມາ​ໄດ້​ ໃນ​ໄລຍະ​ຜ່ານ​ມາ ​ໂດຍ​ພາຍ​ໃຕ້​ການ​ນໍາພາ​ອັນ​ຖືກຕ້ອງ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ອວຍພອນ​ໃຫ້​ປະຊາຊົນ​ລາວ ​ຈົ່ງ​ຍາດ​ໄດ້ຜົນ​ສໍາ​ເລັດ ​ໃນ​ການ​ປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ X ຂອງ ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ສ້າງ​ໃຫ້​ປະ​ເທດ​ລາວ​ຕາມ​ທິດປະຊາຊົນ​ຮັ່ງມີ, ປະ​ເທດ​ເຂັ້ມ​ແຂງ, ສົງ​ຄົມ​ມີ​ຄວາມ​ປອງ​ດອງ, ຍຸຕິ​ທໍາ ​ແລະ ສີວິ​ໄລ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!