Home​ຂ່າວບັນເທິງ"ຈັສຕິນ ບີເບີຣ" ຊົກໜ້າແຟນຄຣັບຈົນປາກແຕກ

“ຈັສຕິນ ບີເບີຣ” ຊົກໜ້າແຟນຄຣັບຈົນປາກແຕກ

Published on

ບັນເທີງຕ່າງປະເທດ ມື້ນີ້ເຮົາຈະມາອັບເດດຂ່າວບັນເທີງທາງຝັ່ງຕະເວັນຕົກ ເມື່ອນັກຮ້ອງໜຸ່ມຊຸບຕາຣ໌ ຂັວນໃຈສາວໆຢ່າງ ຈັສຕິນ ບີເບີຣ ເກີດມີຂ່າວອື້ສາວອີກຮອບ ໃນລະຫວ່າງທົວຄອນເສີດຮອບສຸດທ້າຍ ທີ່ເມືອງ ບາຣເຊໂລນາ ປະເທດ ສະເປນ ເຊິ່ງກ່ອນໜ້ານີ້ກໍ່ເຄີຍມີຂ່າວຊົກຕີກັບນັກຮ້ອງໜຸ່ມ ອໍຣແລນໂດ ບລູມ ມາແລ້ວ ແລະ ບໍ່ນັບຮວມເຖິງກໍະນີຕ່າງໆກ່ຽວກັບຄວາມສຳພັນກັບສາວໆຂອງເຂົາ .

ຫຼ້າສຸດ ເມື່ອວັນທີ 22 ພະຈິກ 2016 ທີ່ຜ່ານມາ ທາງເວັບໄຊ໌ເດລີເມລ ກໍ່ໄດ້ມີລາຍງານວ່າຊຸບຕາຣ໌ໜຸ່ມໄວອາຍຸ 22 ປີ ໄດ້ກໍ່ເລື່ອງຂຶ້ນອີກຄັ້ງ ດ້ວຍການຊົກໜ້າແຟນຄຣັບຈົນປາກແຕກ ໃນຂະນະທີ່ເຂົາກຳລັງເດີນທາງເຂົ້າມາສະຖານ ທີ່ຈັດຄອນເສີດສຸດທ້າຍໃນທົວ Purpose ທີ່ເມືອງ ບາຣເຊໂລນາ ປະເທດ ສະເປນ ໃນຂະນະທີ່ ຈັສຕິນ ນັ່ງຢູ່ໃນລົດ ແລະ ເປີດແວ່ນລົດເພື່ອໃຫ້ແຟນຄຣັບໄດ້ເຫັນເຂົາຢ່າງໃກ້ຊິດ ແຕ່ມີຊາຍຄົນໜຶ່ງທີ່ເບິ່ງແລ້ວອາດຈະຕື່ນເຕັ້ນກັບການມາຂອງນັກຮ້ອງຂັວນໃຈ ຈິ່ງໄດ້ພະຍາຍາມຍື່ນມືເຂົ້າໄປແຕະຕົວນັກຮ້ອງໜຸ່ມພາຍໃນລົດ ຈິ່ງເຮັດໃຫ້ລາວຖືກ ຈັສຕິນ ໃຊ້ມັດສວນເຂົ້າໜ້າແບບເຕັມໆ

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...