Homeຂ່າວພາຍ​ໃນອາລີບາບາທຸ່ມ 2 ພັນລ້ານຢວນ ຊື້ຫຸ້ນໃນກຸ່ມບໍລິສັດຊັ່ງຈ່ຽງ

ອາລີບາບາທຸ່ມ 2 ພັນລ້ານຢວນ ຊື້ຫຸ້ນໃນກຸ່ມບໍລິສັດຊັ່ງຈ່ຽງ

Published on

ອາລີບາບາ ກຣຸບ ໂຮນດິ້ງ ອີ-ຄອມເມີດຍັກໃຫຍ່ຂອງຈີນ ບັນລຸຂໍ້ຕົກລົງເຂົ້າຖືຫຸ້ນໃຫຍ່ໃນກຸ່ມບໍລິສັດຊັງຈຽງ ໂດຍທຸ່ມເງິນຫຼາຍກວ່າ 2,000 ລ້ານຢວນ ຊື້ຫຸ້ນຈາກຜູ້ຖືຫຸ້ນເກົ່າແລະລະດົມທຶນເພິ່ມ.

ສຳນັກຂ່າວຕ່າງປະເທດລາຍງານວ່າ ອາລີບາບາ ບໍລິສັດ ອີ-ຄອມເມີສລາຍໃຫຍ່ຂອງຈີນ ປະກາດເຂົ້າຊື້ກິດຈະການແລະລົງທຶນເພິ່ມໃນກຸ່ມບໍລິສັດຊັ່ງຈ່ຽງປະເທດຈີນ ເຊິ່ງການລົງທຶນໃນຄັ້ງນີ້ ອາລີບາບາ ໃຊ້ເງິນລວມທັງໝົດ 2,000 ລ້ານຢວນ ຫຼືປະມານ 2,370,000 ລ້ານກີບ (1 ຢວນ = 1185 ກີບ).

ທັງນີ້ ຈຸດມຸ່ງໝາຍຂອງແຈັກ ໝ່າ ຜູ້ກໍ່ຕັ້ງບໍລິສັດອາລີບາບາແລະມະຫາເສດຖີອັນດັບໜຶ່ງຂອງຈີນ ຄື ຕ້ອງການເຂົ້າມາແທນທີ່ຜູ້ຈັດຈຳໜ່າຍຕ່າງໆ ຕະຫຼອດຮອດພໍ່ຄ້າຄົນກາງ ແລະໃຫ້ຮ້ານຄ້າຊື້ຈາກຜູ້ຈັດສົ່ງໂດຍກົງ ໂດຍຕັ້ງເປົ້າທີ່ຈະຮອງຮັບການຄ້າທັງໃນແບບອອຟລາຍແລະອອນລາຍ.

ທັງນີ້, ເມື່ອຕົ້ນເດືອນພະຈິກ ອາລີບາບາ ລາຍງານວ່າ ລາຍໄດ້ໃນໄຕມາດທີ 2 ເຊິ່ງສິ້ນສຸດເມື່ອວັນທີ 30 ກັນຍາເພິ່ມຂຶ້ນ 55% ເປັນ 34,300,000 ລ້ານຢວນ ຈາກ 22,170,000 ລ້ານຢວນໃນໃຕມາດດຽວກັນໃນປີກ່ອນ ບົ່ງຊີ້ໃຫ້ເຫັນເຖິງການເຕີບໂຕທີ່ແຂງແຮງຂອງເສດຖະກິດຈີນແລະທຸລະກິດການຄ້າຍ່ອຍ ຂະນະທີ່ລາຍໄດ້ຈາກທຸລະກິດຄ້າຍ່ອຍໃນຕ່າງປະເທດ 1.34 ພັນລ້ານຢວນ ເພິ່ມຂຶ້ນ 178.6%.

ຈຳນວນຜູ້ຊື້ສິນຄ້າເທິງແຟລຕຟອມຂອງອາລີບາບາເພິ່ມຂຶ້ນເປັນ 439 ລ້ານຄົນໃນໄຕມາດ 2 ຫຼືເພິ່ມຂຶ້ນ 1.2% ຈາກ 434 ລ້ານຄົນໃນໄຕມາດກ່ອນໜ້າທີ່ສິ້ນສຸດເມື່ອເດືອນມິຖຸນາ. ສ່ວນຈຳນວນຜູ້ໃຊ້ງານຜ່ານທາງອຸປະກອນໂມບາຍໃນໄຕມາດຫຼ້າສຸດເພິ່ມຂຶ້ນເປັນ 450 ລ້ານຄົນ ເພິ່ມຂຶ້ນ 5.4% ຈາກ 427 ລ້ານຄົນໃນໄຕມາດເດືອນມິຖຸນາ.

ກ່ອນໜ້ານີ້ມີລາຍງານຈາກ ໜັງສືພິມຖານເສດຖະກິດ (ໄທ) ວັນທີ 24-26 ພະຈິກ 2016 ວ່າ ອາລີບາບາ ທຸ່ມເງິນຊື້ຕະຫຼາດຊັ່ງຈ່ຽງນັ້ນ ຕາມການກວດສອບຂອງທີມຂ່າວລາວໂພສແລ້ວ ເຫັນວ່າເປັນຂ່າວທີ່ຍັງບໍ່ຊັດເຈນ ແລະມີຂໍ້ມູນວ່າ ອາລີບາບາ ຊື້ຫຸ້ນກຸ່ມບໍລິສັດຊັ່ງຈ່ຽງປະເທດຈີນ (ບໍ່ແມ່ນສັ່ງຈ່ຽງປະເທດລາວແຕ່ປະການໃດ) ແຕ່ເປັນການຊື້ຫຸ້ນໃນກຸ່ມບໍລິສັດຊັ່ງຈ່ຽງປະເທດຈີນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...