spot_img
Homeຂ່າວຕ່າງປະເທດທຣັມ ຈະຍົກເລີກຂໍ້ຕົກລົງທີພີພີທັນທີທີ່ເຂົ້າເຮັດວຽກ

ທຣັມ ຈະຍົກເລີກຂໍ້ຕົກລົງທີພີພີທັນທີທີ່ເຂົ້າເຮັດວຽກ

Published on

ທ່ານ​ ໂດ​ນັລ ທຣັມ ປະກາດ​ຈະ​ຍົກ​ເລີກ​ຂໍ້​ຕົກລົງ​ທີ​ພີ​ພີ​ທັນທີ​ທີ່​ເຂົ້າ​ເຮັດ​ວຽກ​ຢູ່​ທຳນຽບຂາວ​ມື້​ທຳ​ອິດລະຫວ່າງ ​ການ​ປະກາດ​ນະ​ໂຍບາຍ​ຕໍ່​ຄົນ​ອາ​ເມ​ລິ​ກາ​ເຖິງ​ພາລະກິດ​ເບື້ອງ​ຕົ້ນ​ຫຼັງ​ຮັບ​ຕຳ​ແໜ່​ງປະທານາທິບໍດີ​ຄົນ​ໃໝ່​ອາ​ເມ​ລິ​ກາ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານທີ 23 ພະຈິກ​ວ່າ: ທ່ານ ​ໂດ​ນັລ ທຣັມ ວ່າ​ທີ່​ປະທານາທິບໍດີ​ຄົນ​ໃໝ່​ອາ​ເມ​ລິກາປະກາດ​ຜ່ານ​ຄລິບ​ວີ​ດີ​ໂອ​ເຖິງ​ຄວາມ​ຕັ້ງ​ໃຈ​ໃນ​ພາລະກິດ​ອັນ​ດັບ​ທຳ​ອິດເມື່ອ​ເຮັດ​ພິທີ​ສາບານ​ຕົນ​ເຂົ້າ​ຮັບ​ຕຳ​ແໜ່​ງປະທານາທິ ບໍດີ​ຄົນ​ໃໝ່​ໃນ​ວັນ​ທີ 20 ມັງກອນ​ປີໜ້າ​ວ່າລາວ​ຈະ​ຖອນ​ຕົວ​ຈາກ​ການ​ທີ່​ອາ​ເມ​ລິ​ກາ​ເປັນ​ພາຄີ​ໃນ​ຂໍ້​ຕົກລົງ​ຫຸ້ນ​ສ່ວນຍຸດ​ທະ​ສາດ​ເສດຖະກິ​ດພາກ​ພື້ນ​ປາຊິ​ຟິກ(ທີ​ພີ​ພີ)​ໃນ​ມື້​ທຳ​ອິດ​ທີ່ເຮັດ​ວຽກ​ຢູ່​ທຳນຽບຂາວ​ທັນທີຫຼັງ​ຈາກ​ເລື່ອງ​ນີ້​ເປັນ​ນະ​ໂຍບາຍ​ທີ່ ທ່ານ ທຣຳ​ໄດ້​ປະກາດ​ໄວ້​ຕັ້ງ​ແຕ່​ຕອນ​ຫາ​ສຽງ​ວ່າລາວ​ບໍ່​ເຫັນ​ດີ​ກັບ​ຂໍ້​ຕົກລົງ​ທີ​ພີ​ພີເນື່ອງ​ຈາກ​ເຫັນ​ວ່າເຮັດ​​ໃຫ້​ແຮງ​ງານ​ຄົນ​ອາ​ເມ​ລິ​ກາ​ສູນ​ເສຍ​ວຽກ​ໃຫ້​ກັບ​ແຮງ​ງານ​ໃນ​ປະ​ເທດ​ທີ່​ມີຄ່າ​ແຮງ​ຖືກ​ກວ່າ.

ນອກຈາກ​ທຣັມປະກາດ​ທ່າ​ທີຈະ​ແຈ້ງວ່າ​ຈະ​ຍົກ​ເລີກ​ຂໍ້​ຕົກ​ລົງ​ທີ​ພີ​ພີທີ່​ຄວບ​ຄຸມ​ເສດຖະກິດ​ໂລກ​ເຖິງ 40% ​ແລະ 12 ປະ​ເທດແຖບ​ມະຫາ​ສະໝຸດ​ປາຊິ​ຟິກ ທຣັມ ຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ຫຼຸດ​ກົດ​ເຂັ້ມ​ງວດ​ຄ່າ​ຈ້າງ​ແຮງ​ງານ​ໃນ​ປະ​ເທດ ​ແລະ ຈະ​ຢັບຢັ້ງ​ການລະ​ເມີດ​ວີ​ຊາ​ດ້ວຍຢ່າງ​ໃດ​ກໍ​ຕາມການ​ປະກາດ​ພາລະກິດ​ທຳ​ອິດ​ໃນ​ການ​ເຮັດ​ວຽກ​ຂອງ​ທຣັມບໍ່​ໄດ້​ລະບຸ​ເຖິງ​ນະ​ໂຍບາຍ​ປະກັນ​ສຸຂະພາບ“​ໂອ​ບາ​ມາ​ແຄ” ​ແລະ ການ​ສ້າງ​ກຳ​ແພງ​ກັ້ນ​ຊາຍ​ແດນ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ເມັກ​ຊິກ​ແຕ່​ຢ່າງ​​ໃດຫຼັງ​ຈາກ​ທັງ​ສອງ​ເລື່ອງ​ນີ້​ທຣັມ​ໄດ້​ປະກາດ​ຕອນ​ຫາ​ສຽງ​ຈະ​ລົງມື​ເຮັດ​ທັນທີ​ຖ້າ​ໄດ້​ເປັນ​ປະທານາທິບໍດີ​ອາ​ເມ​ລິ​ກາ.

ຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...