Homeຂ່າວຕ່າງປະເທດກຸ່ມໄອເອັສຖືກຕັດເສັ້ນທາງລຳລຽງ ກອງທັບອີຣັກ ແລະ ພັນທະມິດ ປິດລ້ອມເມືອງໂມຊູນຮອບດ້ານ

ກຸ່ມໄອເອັສຖືກຕັດເສັ້ນທາງລຳລຽງ ກອງທັບອີຣັກ ແລະ ພັນທະມິດ ປິດລ້ອມເມືອງໂມຊູນຮອບດ້ານ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ພະຈິກຜ່ານມານີ້ວ່າ ກຸ່ມນັກຮົບພັນທະມິດຂອງກອງທັບອີຣັກ ໄດ້ດຳເນີນການປິດເສັ້ນທາງລຳລຽງ ຊຶ່ງເຊື່ອມຕໍ່ລະຫວ່າງເມືອງໂຊມູນ ເຂດທີ່ໝັ້ນສຸດທ້າຍຂອງກຸ່ມລັດອິດສະລາມ ຫລື ກຸ່ມໄອເອັສໃນປະເທດອີຣັກ ກັບພື້ນທີ່ຍຶດຄອງຂອງກຸ່ມດັ່ງກ່າວໃນປະເທດຊີຣີ ໂດຍການປິດຖະໜົນສາຍຕາເວັນຕົກ ທີ່ມຸ່ງໜ້າສູ່ເມືອງ ທັນ-ອາຟາ ຫ່າງຈາກເມືອງໂມຊູນທາງທິດຕາເວັນຕົກ ພຽງ 60 ກິໂລແມັດເທົ່ານັ້ນ ເທົ່າກັບເປັນການຕັດເສັ້ນທາງລຳລຽງສະບຽງ ແລະ ຍຸດໂທປະກອນ ຂອງກຸ່ມໄອເອັສ, ໃນຂະນະທີ່ກອງກຳລັງອື່ນໆຂອງອີຣັກ ແລະ ພັນທະມິດ ໄດ້ດຳເນີນການປິດປ້ອມທາງດ້ານທິດເໜືອ, ທິດໃຕ້ ແລະ ທິດຕາເວັນອອກຂອງເມືອງໂມຊູນ ພ້ອມທັງບຸກຄືບເຂົ້າປົດປ່ອຍພື້ນທີ່ໄດ້ຢ່າງຕໍ່ເນື່ອງ.

ທັງນີ້ ປະຕິບັດການບັ້ນຮົບປົດປ່ອຍເມືອງໂມຊູນ ຊິ່ງເລີ່ມຕົ້ນໃນວັນທີ 17 ຕຸລາຜ່ານມາ ໂດຍໄດ້ຮັບການສະໜັບສະໜູນ ທັງພາກພື້ນດິນ ແລະ ທາງອາກາດ ຈາກກອງກຳລັງພັນທະມິດ ນຳໂດຍສະຫະລັດອາເມຣິກາ ໄດ້ກາຍເປັນບັ້ນຮົບຄັ້ງໃຫຍ່ທີ່ສຸດ ໃນຮອບ 13 ປີ ຢູ່ປະເທດອີຣັກ ນັບຕັ້ງແຕ່ກອງທັບອາເມຣິກາ ນຳກຳລັງບຸກໂຄ່ນລົ້ມ ອຳນາດການປົກຄອງຂອງ ທ່ານ ຊັດດຳ ຮຸສແຊນ ເມື່ອປີ 2013 ທີ່ຜ່ານມາ.

 

 
 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...