spot_img
Homeວົງການສື່ມວນຊົນ10 ປີ CRI ມີຜົນສໍາເລັດ ໃນການປະກອບສ່ວນ ວຽກງານສື່ມວນຊົນຢູ່ ສປປ ລາວ

10 ປີ CRI ມີຜົນສໍາເລັດ ໃນການປະກອບສ່ວນ ວຽກງານສື່ມວນຊົນຢູ່ ສປປ ລາວ

Published on

ເນື່ອງ​ໃນ​ໂອກາດຄົບຮອບ 10 ປີ ​ເລີ່​ມອອກ​ອາກາດ ​ຢ່າງ​ເປັນ​ທາງ​ການ​ ຢູ່​ນະຄອນຫລວງ​ວຽງ​ຈັນ ໃນ​ວັນ​ທີ 22 ພະຈິກ​ນີ້. ທ່ານ Meng Long ຫົວໜ້າ CRI ປະ​ຈໍາ​ລາວ ​ໄດ້​ຖະ​ແຫລ​ງຂ່າວ​ຕໍ່​ສື່​ມວນ​ຊົນ​ໃຫ້​ຮູ້​ວ່າ: ​ຕະຫລອດໄລຍະ 10 ປີ ຜົນສໍາເລັດ ໃນການປະກອບສ່ວນ ວຽກງານສື່ມວນຊົນ ຂອງວິທະຍຸ​ສາກົນ ​ແຫ່ງ​ປະ​ເທດ​ຈີນ FM93 ຫລື CRI ນັບ​ແຕ່​ເລີ່​ມອອກ​ອາກາດ ​ຢ່າງ​ເປັນ​ທາງ​ການ ​ຢູ່​ນະຄອນຫລວງ​ວຽງ​ຈັນ ແຕ່ປີ 2006 ​ແລະ ໃນປີ 2011 ໄດ້ສ້າງຕັ້ງສໍານັກງານ CRI ປະຈໍາລາວ ເຊິ່ງ​ໄດ້​ມີ​ການ ​ປະກອບສ່ວນ​ອັນ​ສໍາຄັນ​ ເຂົ້າ​ໃນ​ການ​ການ​ເຜີ​ຍ​ແຜ່ ​ຂໍ້​ມູນ​ຂ່າວສານ, ​ເນື້ອ​ໃນ, ສາລະ​ບັນເທິງຕ່າງໆ ​ເພື່ອ​ຕອບ​ສະໜອງ​ໃຫ້​ແກ່​ສັງຄົມ ນັບ​ມື້​ນັບ​ດີ​ຂຶ້ນ​ເປັນ​​ກ້າວໆ. ​​​ປັດຈຸບັນ ​​ໄດ້​ມີການອອກອາກາດ 19 ຊົ່ວ​ໂມງ​ ນັບ​ແຕ່ 5:00 ​ໂມງ​ເຊົ້າ-24:00 ​ໂມງ​ຄໍ່າ ຂອງ​ທຸກມື້​ ມີ 17 ລາຍການ ​ເຊັ່ນ: ​ແດນ​ມັງກອນ, ວັດທະນະ​ທໍາ​ຈີນ, ຮຽນ​ພາສາ​ຈີນ, ຂ່າວ​ພາຍ​ໃນ​ລາວ ​ແລະ ຕ່າງປະ​ເທດ, ລາຍການ​ພາ​ເພີນ, ລາຍການ​ສາລະ​ໜ້າ​ຮູ້ ​ແລະ ອື່ນໆ.

ປັດຈຸບັນ​ນອກຈາກ​ການ​ລາຍ​ງານ​ຂ່າວ ​ແລະ ອອກ​ອາກາດ ​ເປັນ​ປະ​ຈໍາ​ແລ້ວ CRI ​ຍັງໄດ້​ອອກ​ແຮງ​ພັດທະນາ​ວຽກ​ງານ​ສື່​ໃໝ່ ​ໂດຍ​ໄດ້​ສ້າງ​ໜ້າ​ເພສ CRI-FM93, ລາຍການສອງສ່ຽວ, ລາຍການກິນທີ່ນີ້ທ່ຽວທີ່ນີ້ ແລະ ລາຍການກະວີ ເພື່ອ​ເຈົ້າຢູ່ໃນເຟດບຸກ (facebook) ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຫລາຍກວ່າ 4 ແສນຄົນ. ວີ​ແຊດຂອງ CRI ຄື (cri_lao) ໄດ້ເປີດການນໍາໃຊ້ ຢ່າງເປັນທາງການ ໃນປີ 2014 ທີ່ໄດ້ເຜີຍແຜ່ເນື້ອໃນທັງພາສາລາວ ແລະ ພາສາຈີນ, ນອກນັ້ນ ກໍຍັງມີວາລະສານພາເພີນຂອງ CRI ໄດ້ພິມຈໍາໜ່າຍຢູ່ລາວ ໃນປີ 2013 ເຊິ່ງເປັນວາລະສານລາຍເດືອນ, ທັງໝົດມີ 84 ໜ້າ, ແຕ່ລະເດືອນ ພິມຈໍາໜ່າຍ 10 ພັນຫົວ, ເນື້ອໃນລວມ​ແມ່ນກ່ຽວກັບ ວັດທະນະທໍາຈີນ, ການໄປມາຫາສູ່ກັນ ລະຫວ່າງ ລາວ-ຈີນ, ຂ່າວໂລກ ແລະ ອື່ນໆ.

ທ່ານ ກ່າວຕື່ມວ່າ: ນອກຈາກການປະກອບສ່ວນ ອັນສໍາຄັນຕ່າງໆແລ້ວ CRI ຍັງໄດ້ກາຍເປັນຂົວແຫ່ງຄວາມເຂົ້າໃຈ, ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ປະຊາຊົນ ລາວ-ຈີນ ແລະ​ ການ​ແລກປ່ຽນ​ຮ່ວມ​ມື​ກັບ​ ວົງ​ການ​ຕ່າງໆ​ຂອງ​ລາວ​ ໂດຍ​ຜ່ານ​ກິດຈະ​ກໍາ​ຕ່າງໆ​ ໃນ​ການ​ລະນຶກ​ ການ​ສ້າງສາ​ຍພົວພັນ ​ທາງ​ການ​ທູດ​ ລະຫວ່າງ​ ຈີນ-ລາວ ຄົ​ບຮອບ 55 ປີ. ພ້ອມ​ນັ້ນ​, ກໍ​ໄດ້​ຮ່ວມ​ມື​ກັບ ​ພາກສ່ວນ​ສື່​ມວນ​ຊົນ​ລາວ​, ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ ກັບ​ສຳນັກ​ຂ່າວສານປະ​ເທດ​ລາວ, ໜັງສື​ພີ​ມປະຊາຊົນ, ສະຖານີ​ໂທລະພາບ​ ແຫ່ງ​ຊາດ​ລາວ, ວິທະຍຸ​ກະ​ຈາຍ​ສຽງ ​ແຫ່ງ​ຊາດ​ລາວ ແລະ ໃນປີ 2015 CRI ແລະ ສຳນັກຂ່າວສານ ປະເທດລາວ ໄດ້ເຊັນສັນຍາການຮ່ວມມື ເຊິ່ງສອງຝ່າຍເຫັນດີ ເພີ່ມທະວີການແລກປ່ຽນ ດ້ານຂໍ້ມູນຂ່າວສານ ແລະ ບຸກຄະລາກອນ ຕື່ມອີກ.

ທ່ານ ຍັງໃຫ້ຮູ້ຕື່ມວ່າ: CRI ແມ່ນໄດ້ສ້າງຕັ້ງຂຶ້ນ ໃນປີ 1941, ຈັດລາຍການກະຈາຍສຽງ ດ້ວຍພາສາຕ່າງປະເທດ ກວ່າ 60 ພາສາ, ກະຈ່າຍສຽງ 2000 ກວ່າຊົ່ວໂມງ ຕໍ່ພາຍໃນ ແລະ ຕ່າງປະເທດ. ປັດຈຸບັນ ກໍາລັງພັດທະນາ ເປັນກຸ່ມສື່ສານສາກົນ ທັນສະໄໝ ທີ່ມີໜັງສືພິມ, ວາລະສານ, ວິທະຍຸ, ເວັບໄຊ, ໂທລະພາບ ແລະ ອື່ນໆ. ໃນຫລາຍປີມານີ້ CRI ໄດ້ເລັ່ງສ້າງສໍານັກງານ ຢູ່ຕ່າງປະເທດ ດ້ວຍຫລາຍຮູບການ ໂດຍໄດ້ສ້າງປະຈໍາຢູ່ຕົວເມືອງໃຫຍ່ ຂອງຕ່າງປະເທດ ຈໍານວນ 90 ແຫ່ງ, ສໍານັກຂ່າວໃຫຍ່ 7 ແຫ່ງປະຈໍາຢູ່ 7 ພາກພື້ນໃນໂລກ, ສໍານັກຂ່າວ ປະຈໍາຕ່າງປະເທດ 30 ກວ່າແຫ່ງ, ຄື້ນວິທະຍຸ 100 ກວ່າແຫ່ງ, ຫ້ອງຮຽນຂົງຈື້ທາງວິທະຍຸ 10 ກວ່າແຫ່ງ ແລະ ໄດ້ຕັ້ງສໍານັກຂ່າວ ຢູ່ບັນດາແຂວງ, ກໍາແພງນະຄອນ, ເຂດປົກຄອງຕົນເອງ, ພ້ອມທັງຮົງກົງ ແລະ ມາກາວຂອງຈີນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...