Homeຂ່າວເຫດການຮອງປະທານປະເທດ ຕ້ອນຮັບປະທານອົງການກາແດງ ແລະ ຊີກວົງເດືອນແດງສາກົນ

ຮອງປະທານປະເທດ ຕ້ອນຮັບປະທານອົງການກາແດງ ແລະ ຊີກວົງເດືອນແດງສາກົນ

Published on

ວັນ​ທີ 22 ພະຈິກຜ່ານມານີ້, ທີ່​ທໍານຽບປະທານ​ປະ​ເທດ ທ່ານ ພັນຄໍາ ວິພາ​ວັນ ຮອງ​ປະທານ​ປະ​ເທດ ​ໄດ້​ໃຫ້ກຽດຕ້ອນຮັບການ​​ເຂົ້າຢ້ຽມ​ຂໍ່ານັບ​ຂອງ ​ທ່ານ ຕາ​ດາ​ເຕຣຸ ​ໂກ​ໂນະ ( tadateru Konoc ) ປະທານສະຫະພັນ​ກາ​ແດງ ​ແລະ ຊີກ​ວົງ​ເດືອນ​ແດງ​ສາກົນ, ທັງ​ເປັນ​ປະທານອົງການ​ກາ​ແດງຍີ່ປຸ່ນ ພ້ອມຄະນະ ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ.

​​ໃນໂອກາດດັ່ງກ່າວ, ທ່ານ ພັນ​ຄໍາ ວິພາ​ວັນ ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ, ຍິນ​ດີ​ຕ້ອນຮັບ ແລະ ຕີ​ລາຄາ​ສູງຕໍ່ ທ່ານ ຕາ​ດາ​ເຕຣຸ ​ໂກ​ໂນະ​ ​ ທີ່​ໄດ້​ນຳພາ​ຄະນະ​ ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້, ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ສຳຄັນ ​ເຂົ້າ​ໃນ​ການ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືອັນ​ດີງາມ ລະຫວ່າງ​ ອົງການ​ກາ​ແດງລາວ ກັບ ສະຫະພັນ​ກາ​ແດງ ​ແລະ ຊີກ​ວົງ​ເດືອນ​ແດງ​ສາກົນ ​ໃຫ້​ນັບ​ມື້ດີ​ຂຶ້ນ​ເລື້ອຍໆ. ພ້ອມ​ທັງ​ ສະ​ແດງ​ຄວາມ​ຂອບ​ໃຈຕໍ່ອົງການ​ດັ່ງກ່າວ ທີ່​ໄດ້​ໃຫ້ການ​ສະໜັບສະໜູນຊ່ວຍ​ເຫ​ລື​ອດ້ານ​ຕ່າງໆ​ແກ່ ສປປ ລາວ ​ໃນ​ໄລຍະ​ຜ່ານ​ມາ ອັນ​ໄດ້​ປະກອບສ່ວນ​ສຳຄັນ​ ເຂົ້າ​ໃນການສົ່ງ​ເສີມ​ວຽກ​ງານ​ສຸຂະພາບ, ວຽກ​ງານ​ໄພພິບັດ, ວຽກ​ງານ​ເລືອດ ​ແລະ ການ​ຊ່ວຍ​​ເຫລືອບັນ​ເທົາ​ທຸກ​ແກ່​ປະຊາຊົນ​ລາວ ​​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ ຈາກ​ໄພ​ທໍາມະ​ຊາດ​ໄດ້​ເປັນ​ຢ່າງ​ດີ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...