Homeຂ່າວພາຍ​ໃນລາວກຽມຕິດຕັ້ງເຄື່ອງກວດສານກໍາມັນຕະພາບລັງສີຢູ່ສະໜາມບິນສາກົນວັດໄຕ

ລາວກຽມຕິດຕັ້ງເຄື່ອງກວດສານກໍາມັນຕະພາບລັງສີຢູ່ສະໜາມບິນສາກົນວັດໄຕ

Published on

ລາວຈະຕິດຕັ້ງເຄື່ອງກວດສານກໍາມັນຕະພາບລັງສີຢູ່ສະໜາມ ບິນສາກົນວັດໄຕ, ນະຄອນ ຫລວງວຽງຈັນໃນໄວໆນີ້, ຫລັງຈາກໄດ້ຮັບການຊ່ວຍເຫລືອເຄື່ອງດັ່ງກ່າວຈາກອົງການພະລັງ ງານນິວເຄລຍສາກົນ, ພາຍໃຕ້ໂຄງການຮ່ວມມືລະຫວ່າງສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສູນປະສານງານຮ່ວມມືຄົ້ນຄວ້າກໍາມັນຕະພາບລັງສີຂອງສະຫະ ພາບເອີຣົບ.

ເຄື່ອງກວດດັ່ງກ່າວປະກອບມີ: HDS101 GN ຈໍານວນ 2 ເຄື່ອງທີ່ສາມາດກວດລັງສີອານຟາ, ເບຕາ, ກາມາ, ນິວເຄລຍ ແລະ ສາມາດຈໍາແນກທາດທີ່ປ່ອຍລັງສີ ແລະ ອ່ານຄ່າການປ່ອຍລັງສີ ແລະ PM1730 ຈໍານວນ 10 ເຄື່ອງປະເພດພົກພາສາມາດກວດລັງສີອານຟາ, ເບຕາ, ກາມາ ແລະ ນິວເຄລຍ ແຕ່ບໍ່ສາມາດອ່ານຄ່າການປ່ອຍລັງສີ, ຊຶ່ງລວມມີມູນຄ່າຫລາຍກວ່າ 238 ພັນໂດລາສະ ຫະລັດ, ໂດຍຈະມອບໃຫ້ກົມການບິນພົນລະເຮືອນກະຊວງໂຍທາທິການ ແລະ ຂົນສົ່ງນໍາໃຊ້ໃນການກວດຫາວັດສະດຸກໍາມັນຕະພາບລັງສີຢູ່ສະໜາມບິນວັດໄຕຢ່າງມີຄຸນນະພາບ.
ພະນັກງານຂັ້ນສູງຈາກສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ໃຫ້ຮູ້ວ່າ: ສານກໍາມັນຕະພາບລັງສີ, ເປັນສານເຄມີທີ່ອັນຕະລາຍຕໍ່ສຸຂະພາບ, ບາງປະເພດແມ່ນເຖິງຂັ້ນເຮັດໃຫ້ຄົນທີ່ໄດ້ຮັບທາດດັ່ງກ່າວເສຍຊີວິດໃນບໍ່ເທົ່າໃດວິນາທີ. ສະນັ້ນການຕິດຕັ້ງເຄື່ອງກວດທາດດັ່ງກ່າວຈຶ່ງເປັນມາດຕະການປ້ອງກັນຄວາມປອດໄພຂັ້ນສູງ, ເພື່ອສະກັດກັ້ນການລັກລອບນໍາເຂົ້າສານເຄມີອັນຕະລາຍຜ່ານສະໜາມບິນສາກົນ, ຊຶ່ງຜ່ານມາເຄື່ອງກວດສານກໍາມັນຕະພາບລັງສີແມ່ນນໍາໃຊ້ສະເພາະໃນວຽກງານຄວາມໝັ້ນຄົງຂອງຊາດເທົ່ານັ້ນ.

ພິທີມອບ-ຮັບເຄື່ອງກວດດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 22 ພະຈິກນີ້, ທີ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ, ໂດຍມີທ່ານເອກອັກຄະລັດຖະທູດສະຫະພາບເອີຣົບປະຈໍາລາວ ລີໂອ ຟາແບກ, ທ່ານ ລັດສະໝີ ພັນທະວົງ ຮັກສາການຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ທ່ານ ບົວຂາວ ຂຸນພຣະຍາ ຮອງຫົວໜ້າກົມການບິນພົນລະເຮືອນ ແລະ ຜູ້ຕາງໜ້າຈາກພາກ ສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມ. ພ້ອມນີ້ກໍໄດ້ຈັດຊຸດຝຶກອົບຮົມການນໍາໃຊ້ເຄື່ອງກວດດັ່ງກ່າວນັບທັງພາກທິດສະດີ ແລະ ການປະຕິບັດຕົວຈິງຈາກຊ່ຽວຊານອົງການພະລັງງານນິວເຄລຍສາກົນເປັນເວລາ 3 ວັນ ເພື່ອຮັບປະກັນໃຫ້ເຈົ້າໜ້າທີ່ກ່ຽວຂ້ອງໄດ້ນໍາໃຊ້ເຄື່ອງດັ່ງກ່າວມີປະສິດທິພາບສູງ.

ຂ່າວຈາກ: ໜັງສືພິມລາວພັດທະນາ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...