Homeຂ່າວພາຍ​ໃນລັດກຳນົດຂາຍຊີ້ນໝູຢູ່ນະຄອນຫຼວງ ສູງສຸດບໍ່ໃຫ້ເກີນ 35 ພັນກີບຕໍ່ກິໂລ

ລັດກຳນົດຂາຍຊີ້ນໝູຢູ່ນະຄອນຫຼວງ ສູງສຸດບໍ່ໃຫ້ເກີນ 35 ພັນກີບຕໍ່ກິໂລ

Published on

ຖືວ່າເປັນຂ່າວດີສຳລັບປະຊາຊົນ ໃນການຊື້ຊີ້ນໝູ ເພື່ອບໍລິໂພກ, ທາງກະຊວງອຸດສາຫະກຳ ແລະການຄ້າ ຮ່ວມກັບພະແນກອຸດສາຫະກຳ ແລະການຄ້າ ນະຄອນຫຼວງ ວາງວິໄສທັດ ໄລຍະຍາວ ກ່ຽວກັບການຄຸ້ມຄອງລາຄາ

ໃນຕອນບ່າຍຂອງວັນທີ 21 ພະຈິກ ທາງພະແນກອຸດສາຫະກຳ ແລະການຄ້າ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມ ຮ່ວມກັບຜູ້ປະກອບການ ແລະຜູ້ເລາະເກັບຊື້ໝູ (ນາຍຮ້ອຍ) ເພື່ອກຳນົດປັບ ລົງລາຄາຂາຍໝູຕາມທ້ອງຕະຫຼາດ.

ທ່ານ ເບີລິນ ເພັດຈັນທະລາດ ຫົວໜ້າພະແນກອຸດສາຫະກຳ ແລະການຄ້ານະຄອນຫຼວງ ໄດ້ເວົ້າວ່າ: ສຳລັບລາຄາໃໝ່ ກຳນົດຂາຍໜ້າຟາມໝູເປັນລາຄາ 19,000 ກີບຕໍ່ກິໂລ (ນໍ້າໜັກໝູ 100 ກິໂລ), ນາຍຮ້ອຍ ກຳນົດລາຄາ 23,000 ກີບຕໍ່ກິໂລ, ຂອດນາຍຮ້ອຍສົ່ງໃຫ້ ລູກຂຽງໃນທ້ອງຕະຫຼາດ ຊີ້ນລວມ 28,000 ກີບຕໍ່ກິໂລ, ຫຼັງຈາກນັ້ນລູກຂຽງ ຫຼືແມ່ຄ້າຂາຍຍ່ອຍ ໃນທ້ອງຕະຫຼາດຈະມາແຍກປະເພດຂາຍ ໂດຍກຳນົດໃຫ້ຂາຍຕໍ່ສົດ 33,000 ກີບ ແລະສູງສຸດ 35,000ກີບຕໍ່ກິໂລ ເຊິ່ງທີ່ປະຊຸມໄດ້ເປັນເອກະພາບຮັບຮອງເປັນທີ່ຮຽບຮ້ອຍ (ລາຄາດັ່ງກ່າວຈະມີການຫາລືຄືນຕາມກົນໄກຕະຫຼາດທຸກໆສາມເດືອນ) ຫຼັງຈາກນັ້ນ ໃນວັນທີ 22 ພະຈິກ 2016 ພະແນກອຸດສາຫະກຳ ແລະການຄ້າ ຈະອອກແຈ້ງການເພື່ອໃຫ້ທຸກພາກສ່ວນຈັດຕັ້ງປະຕິບັດ

ທ່ານເບີລິນ ເພັດຈັນທະລາດ ໄດ້ເວົ້າອີກວ່າ: ການແຈ້ງການປັບລາຄາໃນຄັ້ງນີ້ ເພື່ອເປັນການປົກປ້ອງສິດ, ຜົນປະໂຫຍດຜູ້ຊົມໃຊ້ໃຫ້ມີຄວາມຍຸດຕິທຳ ບົນພື້ນຖານກົນໄກຕະຫຼາດ, ຫຼີກລຽງ ການເອົາລັດເອົາປຽບກັນ ລະຫວ່າງຜູ້ຊື້ ແລະຜູ້ຂາຍ ທັງຮັບປະກັນໃຫ້ສັງຄົມ ມີຄວາມສະຫງົບ,

ຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...