spot_img
Homeເກມ10 ອັນດັບບໍລິສັດພັດທະນາເກມທີ່ລວຍທີ່ສຸດໃນໂລກ

10 ອັນດັບບໍລິສັດພັດທະນາເກມທີ່ລວຍທີ່ສຸດໃນໂລກ

Published on

​ເມື່ອເວົ້າເຖິງວີດີໂອເກມ ແນ່ນອນຢູ່ແລ້ວວ່າບໍ່ມີໃຜບໍ່ຮູ້ຈັກກັນແນ່ນອນ ເພາະອຸດສາຫະກຳເກມໃນປັດຈຸບັນນີ້ຖືວ່າຂະຫຍາຍໂຕກັນໄດ້ໄວແລະກວ້າງອອກໄປເລື້ອຍໆ ຫຼືເວົ້າໄດ້ວ່າບໍ່ມີທາງທີ່ຈະລົ້ມສະຫຼາຍໄປໄດ້ເລີຍ. ເຊິ່ງວີດີໂອເກມຖ້າທຽບອະດີດກັບປັດຈຸບັນແມ່ນມີການປັບປຸງແລະກ້າວໜ້າໄປຫຼາຍແລ້ວ ບໍ່ວ່າຈະເປັນທາງດ້ານກຣາບຟິກ, ລະບົບສຽງ ແລະເທັກໂນໂລຈີຕ່າງໆ. 

        ສິ່ງທີ່ເຮັດໃຫ້ອຸດສາຫະກຳເກມຂະຫຍາຍໂຕໄວມາໄດ້ປານນີ້ ແນ່ນອນວ່າຈະເປັນໃຜບໍ່ໄດ້ນອກຈາກພວກເຮົາເກມເມີ້ທັງຫຼາຍ ທີ່ໄດ້ຊ່ອຍກັນດັນໃຫ້ມັນເກີດຂຶ້ນມາ ແລະມື້ນີ້ເຮົາຈະພາໄປຊົມກັນວ່າມີບໍລິສັດໃດແດ່ທີ່ຕິດອັນດັບບໍລິສັດພັດທະນາເກມທີ່ລວຍທີ່ສຸດໃນໂລກ ກັບການຈັດ 10 ອັນດັບກັນເລີຍ. 

10. Square Enix

        ບໍລິສັດ Square Enix ຈາກປະເທດຍີ່ປຸ່ນ ເຊິ່ງເປັນທີ່ຮູ້ຈັກກັນດີໃນບັນດາເກມເມີ້ວ່າເປັນເຈົ້າຂອງເກມຊີຣີດັງແບບ Final Fantasy, Kingdom Hearts ແລະ Dragon Quest, ໂດຍສະເພາະແມ່ນ Final Fantasy ທີ່ຂາຍໄດ້ຫຼາຍກວ່າ 110 ລ້ານຊຸດໄປເມື່ອປີ 2014. ນອກຈາກນີ້ຍັງເປັນເຈົ້າຂອງເກມຊື່ດັງແບບ Tomb Raider ທີ່ຊື້ສິດທິມາຈາກ Eidos ແລະມູນຄ່າຂອງບໍລິສັດແຫ່ງນີ້ສູງເຖິງ 1,260 ລ້ານຫຼຽນເລີຍ. 

9. Ubisoft

        ບໍລິສັດທີ່ໃຫຍ່ເປັນອັນດັບທີ 3 ຂອງໂລກຮອງຈາກ Activision ແລະ EA ເຊິ່ງກໍ່ຕັ້ງໂດຍອ້າຍນ້ອງ Guillemot ຜູ້ເປັນເຈົ້າຂອງເກມ Assassin’s Creed, Splinter Cell, Rainbow Six, Ghost Recon ລວມແລ້ວບໍລິສັດແຫ່ງນີ້ມີມູນຄ່າກວ່າ 1,840 ລ້ານຫຼຽນ. 

8. Konami

        ບໍລິສັດທີ່ມີສິນຄ້າ ແລະບໍລິການຫຼາກຫຼາຍ ລວມໄປເຖິງຕູ້ອາເຂດ ແລະຕູ້ສລ໋ອດແມກຊີນ, ແນ່ນອນວ່າມີເທຣດດິ້ງກາຣ໌ດເກມແບບຢູກິໂອ ແລະສູນສຸຂະພາບອີກຫຼາຍແຫ່ງ, ແຕ່ໃນສ່ວນຂອງເກມນັ້ນບໍລິສັດແຫ່ງນີ້ເປັນເຈົ້າຂອງ Silent Hill, Castlevania, Metal Gear ເຮັດໃຫ້ Konami ມີມູນຄ່າຢູ່ທີ່ 3,240 ລ້ານຫຼຽນ. 

7. Electronic Arts

        Electronic Arts ຫຼື EA ຜູ້ເປັນເຈົ້າຂອງວີດີໂອເກມປະເພດກິລາຫຼາກຫຼາຍປະເພດເຊັ່ນ: Madden NFL, Fifa. ນອກຈາກນີ້ຍັງມີເກມຕິດຕະຫຼາດແບບ Need for Speed, Medal of Honor, The Sims ແລະ Command and Conquer ເຊິ່ງໂຕບໍລິສັດໄດ້ເລີ່ມເຮັດເກມລົງຟາກຄອນໂຊລຄື: Mass Effect ລົງໃຫ້ກັບ Xbox ແລະ Playstation ລວມໄປເຖິງ Star Wars: Knights of the Old Republic ອີກນຳ, ບໍລິສັດແຫ່ງນີ້ມີມູນຄ່າສູງເຖິງ 4,140 ລ້ານຫຼຽນ. 

6. Namco Bandai

        ບໍລິສັດຈາກຍີ່ປຸ່ນທີ່ແຕ່ກ່ອນມີຊື່ວ່າ Namco ເຊິ່ງເປັນເຈົ້າຂອງເກມອາເຂດຂະໜາດໃຫຍ່ຜູ້ເປັນເຈົ້າຂອງ PacMan ແລະອີກຫຼາຍເກມ, ຈົນໄດ້ມາລວມໂຕກັບທາງ Bandai ໃນປີ 2005 ກໍສ້າງເກມມີຊື່ສຽງຫຼາຍເກມອອກມາເຊັ່ນ: ຊີຣີ Tekken ແລະ Naruto. ເຊິ່ງມູນຄ່າລວມຂອງບໍລິສັດແມ່ນຢູ່ທີ່ 4,740 ລ້ານຫຼຽນ

5. Activision Blizzard

        Activision ລວມກັບທາງ Vivendi Games ໃນປີ 2008 ແລະກາຍມາເປັນ Activision Blizzard ເພື່ອລວມພະລັງຂຶ້ນເປັນຜູ້ນຳໃນດ້ານອຸດສາຫະກຳເກມ ເຊິ່ງເປັນເຈົ້າຂອງຊີຣີ Call of Duty, Halo, World of Warcraft ແລະອື່ນໆອີກຫຼາກຫຼາຍ ເຮັດໃຫ້ບໍ່ໜ້າແປກໃຈເລີຍທີ່ມູນຄ່າຂອງບໍລິສັດແຫ່ງນີ້ຈະສູງເຖິງ 4,850 ລ້ານຫຼຽນ. 

4. Sega

        Sega ເປັນບໍລິສັດຄອນໂຊລຢ່າງເຕັມຮູບແບບ ເຊິ່ງມີສັນຍະລັກບໍລິສັດເປັນເໝັ້ນສີຟ້າ Sonic the Hedgehog ອີກທັງຍັງເນັ້ນທີ່ການຮ່ວມມືກັບບໍລິສັດອື່ນເພື່ອພັດທະນາເກມເປັນຫຼັກ ເຮັດໃຫ້ບໍລິສັດແຫ່ງນີ້ມີມູນຄ່າສູງເຖິງ 4,900 ລ້ານຫຼຽນ. 

3. Nintendo

        ບໍລິສັດຜູ້ມີປະຫວັດມາດົນນານເຖິງ 125 ປີ ແລະເປັນເຈົ້າຂອງເກມຫຼາກຫຼາຍຊະນິດບໍ່ວ່າຈະເປັນທັງກາຣ໌ດເກມ ແລະວີດີໂອເກມ ແລະຍັງເປັນເຈົ້າຂອງໂຕລະຄອນລະດັບໂລກແບບ Mario ທີ່ມາຈາກເກມ Super Mario Bros ແລະພັດທະນາລົງເຄື່ອງເກມແບບ Super Nintendo ແລະ Gameboy ໃນອະດີດຈົນຮອດທຸກມື້ນີ້ Wii and Wii U ແລະເປັນເຈົ້າຂອງ Mario, Pokémon, The Legend of Zelda ແລະອີກຫຼາກຫຼາຍ ເຮັດໃຫ້ມູນຄ່າຂອງບໍລິສັດແຫ່ງນີ້ກ້າວມາສູງເຖິງ 6,280 ລ້ານຫຼຽນກັນເລີຍ. 

2. Microsoft Studios

        Microsoft Studios ກໍ່ຕັ້ງຂຶ້ນເມື່ອປີ 2002 ພ້ອມກັບເຄື່ອງ Xbox ເຊິ່ງເປັນເທັກໂນໂລຈີຂອງທາງ Microsoft ທີ່ເຂົ້າມາຍາດສ່ວນແບ່ງຕະຫຼາດເກມຄອນໂຊລໄດ້ຢ່າງເຫຼືອເຊື່ອ. ນອກຈາກນີ້ພວກເຂົາຍັງຜະລິດເກມໃຫ້ກັບ Windows PC ແລະໂທລະສັບ ເຮັດໃຫ້ບໍລິສັດແຫ່ງນີ້ມີມູນຄ່າເຖິງ 12,820 ລ້ານຫຼຽນ. 

1. Sony Computer Entertainment

        ບໍລິສັດຜູ້ເປັນເຈົ້າຂອງສຸດຍອດເຄື່ອງເກມຄອນໂຊລ Sony’s Playstation ເຊິ່ງຄອງແຊັມສຸດຍອດເຄື່ອງເກມໃນຕອນນີ້ ອີກທັງຍັງເປັນເຈົ້າຂອງເກມສຸດຍອດແບບ God of War, Gran Turismo ເຊິ່ງພຽງ 2 ເກມນີ້ກໍເຮັດໃຫ້ Sony Computer Entertainment ມີມູນຄ່າກວ່າ 13,400 ລ້ານໃນທີ່ສຸດ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...