Homeຍ້ອງຍໍຄົນດີເດັ່ນລັດຖະບານລາວໄດ້ມອບຫລຽນໄຊແຮງງານໃຫ້ກັບນັກຮຽນທີ່ເຄີຍສ້າງຊື່ສຽງໃຫ້ກັບປະເທດລາວ

ລັດຖະບານລາວໄດ້ມອບຫລຽນໄຊແຮງງານໃຫ້ກັບນັກຮຽນທີ່ເຄີຍສ້າງຊື່ສຽງໃຫ້ກັບປະເທດລາວ

Published on

ລັດຖະບານລາວໄດ້ມອບຫລຽນໄຊແຮງງານໃຫ້ກັບນັກຮຽນທີ່ເຄີຍສ້າງຊື່ສຽງໃຫ້ກັບປະເທດລາວ ທີ່ຍາດໄດ້ຫລຽນຄຳ ໃນການແຂ່ງຂັນບົດຄົ້ນຄວ້າວິທະຍາສາດ ຢູ່ ສປ ຈີນ

15107273_1195686867191238_3307380655191744583_n

ກົມພະລະ ແລະ ສິລະປະສຶກສາ, ກະຊວງສຶກສາທິການ ແລະກິລາ ໄດ້ຈັດພິທີປະດັບຫລຽນໄຊແຮງງານໃຫ້ກັບນັກຮຽນລາວ ທີ່ສາມາດຍາດໄດ້ 1 ຫລຽນຄຳ, 1 ຫລຽນເງິນ ແລະ 2 ຫລຽນທອງແດງ ໃນການແຂ່ງຂັນບົດຄົ້ນຄວ້າວິທະຍາສາດ ທີ່ ນະຄອນຊຽງໄຮ ສປ ຈີນ ໃນລະຫວ່າງວັນທີ 22-27 ກໍລະກົດ 2016 ທີ່ຜ່ານມາ (ນອກຈາກນີ້ຍັງໄດ້ປະດັບໃຫ້ກັບອາຈານນຳພາ ແລະ ຜູ້ອຳນວຍການໂຮງຮຽນ ທີ່ໄດ້ອົບຮົມນັກຮຽນໃຫ້ມີຄວາມຮູ້ຄວາມສາມາດ).
ເຊິ່ງພິທີປະດັບຫລຽນໄຊ ໄດ້ຈັດຂຶ້ນໃນຕອນເຊົ້າວັນສຸກທີ 11 ພະຈິກ 2016 ທີ່ຜ່ານມາການປະດັບຫລຽນຄັ້ງນີ້ແມ່ນ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເປັນກຽດປະດັບຫລຽນໄຊ ຊັ້ນ I, ຊັ້ນ II ແລະ ຫລຽນກາແຮງງານ.

881

ຜົນງານທີ່ເຮັດໃຫ້ໄດ້ຮັບການປະດັບຫລຽນ
– ຫລຽນຄຳ 1 ຫລຽນ ແມ່ນໄດ້ຈາກບົດຄົ້ນຄວ້າ ຈູ່ຈີ່ໃນກອງຂີ້ຄວາຍ ຕົວແທນຈາກໂຮງຮຽນ ມສ ສົມປັນຍາ (ຮ່ວມກັບປະເທດສະຫະລັດອາເມລິກາ, ປະເທດຫວຽດນາມ ແລະ ປະເທດໄທ)
– ຫລຽນເງິນ 1 ຫລຽນ ແມ່ນບົດຄົ້ນຄວ້າ ການພະຈົນໄພຂອງມົດກັດໃບໄມ້ ຈາກໂຮງຮຽນ ມສ ໄຊຍະບູລີ (ຮ່ວມ)
– ຫລຽນທອງ 2 ຫລຽນ ແມ່ນບົດຄົ້ນຄວ້າ ເຜິ້ງກັບດອກໄມ້ ຈາກໂຮງຮຽນ ມສ ວຽງຈັນ ແລະ ບົດຄົ້ນຄວ້າ ຫຍ້າຝຣັ່ງ ຈາກໂຮງຮຽນ ມສ ໂນນສະຫວ່າງ (ຮ່ວມ) ເຊິ່ງນີ້ກໍ່ແມ່ນຜົນງານຂອງຮັກຮຽນລາວໃນການແຂ່ງຂັນບົດຄົ້ນຄວ້າວິທະຍາສາດ ພາຍໃຕ້ ວັນປະຫວັດສາດທຳມະຊາດໂລກ (Global Natural History Day) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-27 ກໍລະກົດ 2016 ມີທີມເຂົ້າຮ່ວມທັງຫມົດຈຳນວນ 97 ທີມ ຈາກ 10 ປະເທດ (USA, Hawaii, China, Hongkong, Vietnam, Thailand, Philippines, Laos, Myanmar and Cambodia)

 

ຂ່າວຈາກ: Lao Youth Radio FM 90.0 Mhz
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...