Homeຂ່າວພາຍ​ໃນເທຄວັນໂດ ທົ່ວປະເທດ ຊີງຂັນເອກອັກຄະລັດຖະທູດ ສ ເກົາຫຼີ ຄັ້ງທີ 3 ຈະເປີດສາກໃນທ້າຍເດືອນນີ້

ເທຄວັນໂດ ທົ່ວປະເທດ ຊີງຂັນເອກອັກຄະລັດຖະທູດ ສ ເກົາຫຼີ ຄັ້ງທີ 3 ຈະເປີດສາກໃນທ້າຍເດືອນນີ້

Published on

ການແຂ່ງຂັນກິລາເທຄວັນໂດ ທົ່ວປະເທດ ຊີງຂັນທ່ານເອກອັດຄະລັດຖະທູດ ສ ເກົາຫຼີ ປະຈຳສປປ ລາວ ຄັ້ງທີ 3 ປະຈຳປີ 2016 ເພື່ອເປັນການສົ່ງເສີມທັບນັກກິລາລາວ ໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ພ້ອມທັງສ້າງໂອກາດໃຫ້ນັກກິລາທັງຮຸ່ນໃໝ່ ແລະ ເກົ່າ ຕັ້ງແຕ່ອາຍຸ 15 ປີ ໄດ້ຮ່ວມແຂ່ງຂັນເພື່ອສະສົມຄະແນນ ຈຳນວນ 120 ຄະແນນ ທີ່ສະຫະພັນກິລາເທຄວັນໂດແຫ່ງຊາດ ກໍານົດໄດ້ຕາມເງື່ອນຈຶ່ງສາມາດເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11​ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບໃນຕົ້ນປີ 2018.

ພິທີຖະແຫຼງຂ່າວ ການກະກຽມເປີດການແຂ່ງຂັນກິລາເທຄວັນໂດ ທົ່ວປະເທດ ຊີງຂັນທ່ານເອກອັດຄະລັດຖະທູດ ສ ເກົາຫຼີ ປະຈຳສປປ ລາວ ຄັ້ງທີ 3 ປະຈຳປີ 2016 ໄດ້ມີຂຶ້ນ ເມື່ອວັນທີ 18 ພະຈິກ ຜ່ານມາ ທີ່ຫ້ອງການປະສານງານ ຄະນະກຳມະການໂອແລມປິກແຫ່ງຊາດລາວ ເມືອງຈັນທະບູລີ ນະຄອນ ຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສິງຄຳ ນາລິນ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ກະເສມ ອິນທະລາ ຮອງເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດ ແລະ ທ່ານ ຄິກເຊີນຣີ ຕາງໜ້າສະຖານເອກອັກຄະລະຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍບັນດາຄະນະບໍລິຫານງານ ສະຫະພັນເທຄວັນໂດແຫ່ງຊາດລາວ ແລະ ແຂກຖືກເຊີນ ຄະຫຼອດຮອດບັນດາສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

ໂອກາດນີ້, ທ່ານ ສີວັນນາກອນ ມະລີວັນ ຮອງປະທານສະຫະພັນ ເທຄວັນໂດແຫ່ງຊາດລາວ ກ່າວວ່າ: ລາຍການແຂ່ງຂັນຄັ້ງນີ້ ຈັດຂຶ້ນເປັນຄັ້ງທີ 3 ເປົ້າໝາຍສຳຄັນຫຼັກໆ ກໍ່ເພື່ອເປັນການສົ່ງເສີມທັບນັກກິລາເທຄວັນໂດລາວ ໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ແລະ ສ້າງໂອກາດໃຫ້ນັກກິລາທັງຮຸ່ນໃໝ່ ແລະ ເກົ່າ ຕັ້ງແຕ່ອາຍຸ 15 ປີ ຂຶ້ນໄປ ໄດ້ຮ່ວມແຂ່ງຂັນເພື່ອສະສົມຄະແນນຂອງຕົນ ທີ່ສະຫະພັນກິລາເທຄວັນໂດແຫ່ງຊາດ ກໍານົດໄດ້ຕາມເງື່ອນ ຈຳນວນ 120 ຄະແນນ ຈຶ່ງສາມາດເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11​ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບໃນຕົ້ນປີ 2018.​ ພ້ອມກັນນັ້ນ, ກໍ່ຍັງເປັນການກຽມຄວາມພ້ອມ ໃຫ້ທັບນັກກິລາເທຄວັນໂດທີມຊາດລາວ ເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ເປັນເຈົ້າພາບ ໃນກາງປີ 2017.​ ຄຽງຄູ່ກັນນັ້ນ, ກໍ່ຍັງເປັນການເປີດໂອກາດ ໃຫ້ນັກກິລາຮຸ່ນໃໝ່ໄດ້ກ້າສະແດງອອກດ້ານຄວາມສາມາດຂອງຕົນເອງ ເພື່ອພັດທະນາຕົນເອງ ສາມາດກະໂດດຂັ້ນກ້າວສູ່ທີມຊາດ ໂດຍການສະໜັບສະໜູນຂອງສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ມູນຄ່າ 177 ລ້ານກີບ.

ຂະນະທີ່ ທ່ານ ຈັນທະວົງ ປັນຍາສິລິ ເລຂາທິການສະຫະພັນເທຄວັນໂດແຫ່ງຊາດ ກໍ່ໄດ້ລາຍງານໃຫ້ຮູ້ວ່າ: ລາຍການແຂ່ງຂັນດັ່ງກ່າວ ຈະດຳເນີນຕັ້ງແຕ່ເຊົ້າ ເວລາ 8:30 ໂມງ ລະຫວ່າງວັນທີ 26-27 ພະຈິກ 2016 ທີ່ສະຫໍກອງປະຊຸມແຫ່ງຊາດ (ຫຼັກ5) ນະຄອນຫຼວງວຽງຈັນ ເຊິ່ງມີການຊີງໄຊກັນທັງໝົດ 97 ລາຍການ ຈາກປະເພດຕໍ່ສູ້ປ້ອງກັນຕົວ 72 ລາຍການ ໃນນີ້ ມີຮຸ່ນເຍົາວະຊົນ ອາຍຸບໍ່ເກີນ 8 ປີ, 10 ປີ,​12 ປີ, 15 ປີ, 17 ປີ ແລະ ຮຸ່ນທົ່ວໄປ ທັງຍິງ ແລະ ຊາຍ ສ່ວນປະເພດປຸ້ມເຊ້ ມີ 25 ລາຍການ ຈາກ 5 ຮຸ່ນ ຄື: ຮຸ່ນ 10 ປີ,​12 ປີ, 15 ປີ, 17 ປີ ແລະ ຮຸ່ນທົ່ວໄປ ທັງຍິງ ແລະ ຊາຍ ມາຈາກ 23 ພາກສ່ວນ, ໃນນັ້ນ ປະກອບມີ 8 ແຂວງແລະ 15 ສະໂມສອນ ຄື: ຊຽງຂວາງ, ຫຼວງພະບາງ, ບໍ່ແກ້ວ, ອຸດົມໄຊ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈຳປາສັກ ສ່ວນ 13 ສະໂມສອນ ປະກອບມີ ລ້ານຊ້າງ, ກອງທັບ, ວີິໄອເອັສ, ຕະວັນ, ເສືອນ້ອຍ, ຮ່ອງສຸພາບ, ກຸນະວົງ, ນັນດາ, ເອັສເຄ, ດຣັງ, ມສ ໄຊເຊດຖາ, ທີເອັມ, ໂຮງຮຽນພອນສະຫວັນກິລາ-ກາຍະກຳ, ໂຊກໄຊ ແລະ ມະຫາວິທະຍາໄລແຫ່ງຊາດ.

ຂ່າວຈາກ: 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...