Homeຂ່າວຕ່າງປະເທດລະເບີດຂ້າຕົວຕາຍ ໂຈມຕີມັດສະຍິດຊີອະ ກາງເມືອງຫລວງອັບການິສະຖານ ເສຍຊີວິດຢ່າງໜ້ອຍ 27 ຄົນ

ລະເບີດຂ້າຕົວຕາຍ ໂຈມຕີມັດສະຍິດຊີອະ ກາງເມືອງຫລວງອັບການິສະຖານ ເສຍຊີວິດຢ່າງໜ້ອຍ 27 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ພະຈິກຜ່ານມານີ້ວ່າ ເກີດເຫດໂຈມຕີດ້ວຍລະເບີດຂ້າຕົວຕາຍ ຢູ່ມັດສະຍິດບາເຄີ ອູນ ໂອລູມ ຊຶ່ງເປັນມັດສະຍິດຂອງຊາວມຸດສະລິມ ນິກາຍຊີອະ ໃນນະຄອນຫລວງກາບູນ ປະເທດອັບການິສະຖານ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 27 ຄົນ ແລະ ໄດ້ຮັບບາດເຈັບອີກປະມານ 35 ຄົນ.

ເຈົ້າໜ້າທີ່ທາງການອັບການິສະຖານ ໄດ້ອອກມາເປີດເຜີຍວ່າ ມືລະເບີດໄດ້ໃຊ້ວິທີການຍ່າງເຂົ້າມາພາຍໃນມັດສະຍິດ ແລ້ວທຳການຈູດກະນວນລະເບີດ ທ່າມກາງຝູງຊົນຈຳນວນຫລາຍ, ປັດຈຸບັນ ຍັງບໍ່ທັນມີກຸ່ມໃດໆອອກມາສະແດງຄວາມຮັບຜິດຊອບ ຊຶ່ງໃນໄລຍະບໍ່ພໍເທົ່າໃດເດືອນມານີ້ ຊາວອັບການິສະຖານ ທີ່ມີຜູ້ນັບຖືນິກາຍຊີອະ ປະມານ 15% ຂອງປະຊາກອນທັງໝົດ ໄດ້ຕົກເປັນເປົ້າຂອງການໂຈມຕີ ຈາກຄວາມຮຸນແຮງທາງສາສະໜາໜາ ນັບຫລາຍຄັ້ງ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...