Homeຂ່າວການພັດທະນາປັບປຸງເສັ້ນທາງ T4 ນະຄອນຫລວງວຽງຈັນ ໃຫ້ສັນຈອນສະດວກຫລາຍຂຶ້ນ

ປັບປຸງເສັ້ນທາງ T4 ນະຄອນຫລວງວຽງຈັນ ໃຫ້ສັນຈອນສະດວກຫລາຍຂຶ້ນ

Published on

ຂປລ. ​ໂຄງການ​ປັບປຸງ​ເສັ້ນທາງ T4 ​ເຊິ່ງ​ເປັນ​​ໂຄງການ​ໜຶ່ງ​​ ເພື່ອ​ຍົກ​ລະດັບມາດຕະຖານ​ຂອງ​ເສັ້ນທາງ ​ໃນ​ນະຄອນຫລວງ​ວຽງ​ຈັນ. ຮັບປະກັນ ໃຫ້ການສັນຈອນໄປມາມີຄວາມສະດວກ ຫລາຍ​ຍິ່ງຂຶ້ນ.

ຕາມ​ການ​ແຈ້ງ​ໃຫ້​ຮູ້​ ຂອງ​ໜ່ວຍງານວິຊາ​ການ​ພາກ​ສະໜາມ​ ໃນ​ທ້າຍ​ອາທິດ​ຜ່ານ​ມາ​​ໃຫ້ວ່າ: ໂຄງການ​ດັ່ງກ່າວ, ​ໂດຍ​ແມ່ນ​ ບໍລິສັດ​ ໄທ​ວັດ ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ ​ເຊິ່ງ​​ໄດ້​ຮັບທຶນ​ຈາກ​ອົງການ​ໄອ​ດາ ໃນ​ການ​​ປັບປຸງ​ເສັ້ນທາງ ​​ໂດຍ​ໄດ້​ແບ່ງ​ອອກ​ເປັນ 3 ​ໄລຍະ ລວມມີ: ​​ໄລຍະ​ທີ​ໜຶ່ງ​ແມ່ນ ​ເລີ່​ມ​​ແຕ່ສີ່​ແຍກໄຟ​ແດງ​ທາດຫລວງ-​ສາມ​ແຍກເຂົ້າ​ດົງ​ຄໍາ​ຊ້າງ, ຢູ່​ໃນ​​ໄລຍະ​ນີ້​ ຈະ​ລວມມີ​ການ​ວາງ​ທໍ່​ລະບາຍ​ນໍ້າ​ເສຍ ​ຝາກໜຶ່ງ​ຄືນ​ໃໝ່​ໝົດ ​ແລະ ລົງ​ຢາງ​ອັດສະ​ຟານ​ອີກຊັ້ນ​ໜຶ່ງ; ສ່ວນ​​ໄລຍະ​ທີ​ສອງ ຈະ​ມີ​ແຕ່​ລົງ​ຢາ​ງອັດສະ​ຟານ​ຕື່ມ​ອີກ​ຊັ້ນ​ໜຶ່ງ​​ ໂດຍ​ເລີ່​ມ​ແຕ່​ສາມ​ແຍກໄຟ​​ແດງ ​ໂພນ​ສີນ​ວນ-ກະຊວງການ​ຕ່າງປະ​ເທດ ​ແລະ ​ໄລ​ຍະສຸດ​ທ້າຍ​​ ຈະ​ເລີ່​ມ​ແຕ່​ສີ່​ແຍກ​ໄຟ​ແດງ ​ໂພນ​ໄຊ-ສີ່​ແຍກ​ໄຟ​ແດງ​ທາດຫລວງ.

​
ໃນ​ໂອກາດ​ນີ້, ທາງ​ຜູ້​ປະສານ​ງານ ບໍລິສັດຮັບ​ເໝົາ ກໍ​ຂໍ​ຝາກ​ເຖິງຜູ້​ແມ່​ປະຊາຊົນ​ ຜູ້​ທີ່​​ໃຊ້​ລົດ​ໃຊ້​ຖະໜົນ​​ໃນເສັ້ນທາງ​ດັ່ງກ່າວ​
ໃຫ້​ມີ​ຄວາມ​ລະມັດລະວັງ ຄ່ອຍ​ໄປ​ຄ່ອຍ​ມາ​ໃນ​ໄລຍະ​ທີ່​ມີ​ການ ກໍ່ສ້າງ​ເສັ້ນທາງ​ ກໍ​ຄືຜູ້​ທີ່​ມາ​ພົວພັນ​ວຽກ​ງານ​ນຳສຳນັກງານ​, ອົງການຕ່າງໆ ຢູ່​ບໍລິ​ເວນທີ່​ມີ​ການ​ກໍ່ສ້າງ​ ຄວນ​ຈອດ​ລົດ​ໃຫ້​ເປັນ​ລະບຽບ, ບໍ່​ຄວນ​ຈອດ​ຊ້ອນ​ສອງ ​​ເພື່ອ​ຄວາມ​ສະດວກ​ໃຫ້​ແກ່​ການ​ກໍ່ສ້າງ, ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ທ່ານ​ເອງ, ຄົນ​ອ້ອມ​ຂ້າງ ອັນ​ຈະ​ເຮັດ​ໃຫ້​ເກີດ​ບັນຫາ​ລົດ​​ແອ​ອັດ ​ແລະ ສ່ຽງຕໍ່​ການ​ເກີດ​ອຸບັດ​ຕິ​ເຫດຕາມ​ທ້ອງ​ຖະໜົນ​. ພ້ອມ​ນັ້ນ ກໍ​ຂໍ​ໃຫ້ຫລີກ​ເວັ້ນການນຳ​ໃຊ້​ເສັ້ນທາງ​ດັ່ງກ່າວ ຖ້າ​ບໍ່ມີ​ຄວາມ​ຈຳ​ເປັນ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...