spot_img
Homeຂ່າວພາຍ​ໃນກອງປະຊຸມສະພາປິດລົງດ້ວຍຜົນສຳເລັດ ແລະໄດ້ຮັບຮອງຫລາຍບັນຫາສຳຄັນຂອງຊາດ

ກອງປະຊຸມສະພາປິດລົງດ້ວຍຜົນສຳເລັດ ແລະໄດ້ຮັບຮອງຫລາຍບັນຫາສຳຄັນຂອງຊາດ

Published on

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ສຳເລັດລົງຢ່າງຈົບງາມ ໃນວັນທີ 18 ພະຈິກ 2016 ພາຍຫຼັງດໍາເນີນມາເປັນເວລາ 20 ວັນ ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍ ບັນດາທ່ານອະດີດການນຳພັກ-ລັດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ  ແລະບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ.

ທ່ານນາງ ປານີ ຢາທໍ່ຕູ້ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ດໍາເນີນມາເປັນເວລາ 20 ວັນ, ດ້ວຍບັນຍາກາດຟົດຟື້ນ ແຫ່ງການເສີມຂະຫຍາຍສະຕິປັນຍາ, ສິດປະຊາທິປະໄຕ ແລະດ້ວຍຄວາມຮັບຜິດຊອບການເມືອງ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ພ້ອມກັບການປະກອບ ສ່ວນສຳຄັນຂອງບັນດາກະຊວງ, ອົງການທີ່ກ່ຽວຂ້ອງທີ່ໄດ້ເປັນເຈົ້າການສະເໜີ, ຊີ້ແຈງອະທິບາຍເນື້ອໃນຕ່າງໆຕໍ່ກອງປະຊຸມໄດ້ປະກອບສ່ວນສຳຄັນເຮັດໃຫ້ການພິຈາລະນາ, ຮັບຟັງການລາຍງານ, ພິຈາລະນາ ແລະຮັບຮອງເອົາບັນຫາສຳຄັນຂອງຊາດຄື:

  1. ກອງປະຊຸມໄດ້ຮັບເອົາທ່ານ ອິນໂຮມ ຈັນເສນາ ເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ຕາມການສະເໜີ ຂອງຄະນະປະຈຳສະພາແຫ່ງຊາດ
  2. ກອງປະຊຸມພິຈາລະນາ ແລະຮັບຮອງເອົາການສະເໜີດັດແກ້ຕົວເລກມະຫາພາກແຜນ 4 ປີ (2017-2020) ກ່ຽວກັບແຜນພັດທະນາເສດຖະ ກິດ-ສົງຄົມ, ແຜນງົບປະມານ ແລະແຜນເງິນຕາ; ການຈັດຕັ້ງປະຕິບັດແຜນປະຈໍາສົກປີ 2015-2016 ແລະແຜນປະຈຳປີ 2017 ຕາມການສະເໜີຂອງລັດຖະບານ
  3. ກອງປະຊຸມໄດ້ພິຈາລະນາ ແລະຮັບຮອງເອົາບົດລາຍງານການແກ້ໄຂ ຜົນການກວດສອບສົກປີ 2013-2014, ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2014-2015 ແລະບົດສະຫຼຸບການເຄື່ອນໄຫວ ວຽກງານຂອງອົງການກວດສອບແຫ່ງລັດ ປະຈຳສົກປີ 2015-2016 ແລະແຜນປະ 2017
  4. ກອງປະຊຸມໄດ້ພິຈາລະນາ ແລະຮັບຮອງເອົາບົດລາຍງານການຕິດຕາມກວດກາຂອງຄະນະປະຈຳ ສະພາແຫ່ງຊາດກ່ຽວກັບການອອກນິຕິກຳລຸ່ມກົດໝາຍຂອງອົງການອຳນາດລັດ ແລະການຕິດຕາມກວດກາຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະທຳມະຊາດຈາກການນຳໃຊ້ສານເຄມີອັນຕະລາຍເກີນຄ່າມາດຕະຖານ
  5.  ພິຈາລະນາຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2011-2015), ວຽກງານປະຈຳປີ 2016 ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2016-2020), ວຽກງານຈຸດສຸມປີ 2017 ຂອງອົງການ ໄອຍະການປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດ
  6. ພິຈາລະນາຮັບຮອງເອົາບົດລາຍງານການເຄື່ອນໄຫວ ວຽກງານຂອງສະພາແຫ່ງຊາດໃນ 6 ເດືອນທ້າຍປີ 2016 ແລະທິດທາງແຜນການປີ 2017.

ພ້ອມນີ້ກອງປະຊຸມຍັງໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາກົດໝາຍຈຳນວນ 15 ສະບັບ ໃນນັ້ນ; ກົດໝາຍສ້າງໃໝ່ 2 ສະບັບຄື: ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ແລະກົດໝາຍວ່າດ້ວຍເຕັກໂນໂລຊີ, ການສື່ສານ, ຂໍ້ມູນ-ຂ່າວສານ; ກົດໝາຍປັບປຸງ 12 ສະບັບມີ: ກົດໝາຍວ່າດ້ວຍທາງຫຼວງ, ກົດໝາຍວ່າດ້ວຍທະນາຍຄວາມ, ກົດໝາຍວ່າດ້ວຍການລ້ຽງສັດ ແລະສັດຕະວະແພດ, ກົດໝາຍວ່າດ້ວຍການປ້ອງກັນ ແລະກັກກັນພືດ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍສື່ມວນຊົນ, ກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ, ກົດໝາຍວ່າດ້ວຍການຕິດຕາມກວດກາສະພາແຫ່ງຊາດ ແລະສານປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະກົດໝາຍວ່າດ້ວຍການກວດສອບແຫ່ງລັດ. ສ່ວນກົດໝາຍທາບທາມ 1 ສະບັບແມ່ນການປະມວນກົດໝາຍອາຍາ.

ຄຽງຄູ່ກັບການພິຈາລະນາຮັບຮອງເອົາບັນຫາສຳຄັນທີ່ໄດ້ກ່າວມາຂ້າງເທີງນັ້ນ, ໃນໄລຍະການດຳເນີນກອງປະ ຊຸມຕະຫຼອດ 20 ວັນ ໄດ້ມີປະຊາຊົນສົ່ງຄວາມຄິດເຫັນຜ່ານໂທລະສັບສາຍດ່ວນ 156 ຈຳນວນ 1.665 ສາຍ ຊຶ່ງພົວພັນ ກັບເຖິງການຄຸ້ມຄອງບໍລິຫານລັດ, ການຄຸ້ມຄອງເສດຖະກິດ-ສັງຄົມ, ໃນນັ້ນ, ສ່ວນຫຼາຍພົວພັນເຖິງທີ່ດິນ, ເສັ້ນທາງຄົມມະນາຄົມ ແລະເງິນເດືອນຂອງພະນັກງານ-ລັດຖະກອນ ຕໍ່ກັບບັນຫາທີ່ສົ່ງມາທາງສາຍດ່ວນດັ່ງກ່າວສະພາແຫ່ງຊາດ ໄດ້ສັງລວມເປັນຂໍ້ມູນໃຫ້ສະມາຊິກສະພາແຫ່ງຊາດປະກອບຄຳເຫັນຕໍ່ເນື້ອໃນຕ່າງໆ ແລະອີກສ່ວນໜຶ່ງ ໄດ້ສັງລວມສົ່ງໃຫ້ກຳມາທິການທີ່ກ່ຽວຂ້ອງ ຂອງສະພາແຫ່ງຊາດສືບຕໍ່ປະສານສົມທົບກັບກະຊວງ, ອົງການທີ່ກ່ຽວຂ້ອງ ແລະອົງການປົກຄອງທ້ອງຖິ່ນ ເພື່ອພິຈາລະນາແກ້ໄຂໃຫ້ຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະລະບຽບການ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...