Homeສຸຂະພາບ ແລະ ສີ່ງແວດລ້ອມສປປ ລາວ ເລັ່ງເພື່ອລົບລ້າງພາວະການຂາດສານອາຫານ

ສປປ ລາວ ເລັ່ງເພື່ອລົບລ້າງພາວະການຂາດສານອາຫານ

Published on

ເພື່ອຢ້ຳເຖິງຄວາມມຸ້ງໝັ້ນຂອງສປປ ລາວ ໃນການສຸມໃສ່ລົບລ້າງພາວະການຂາດສານອາ ຫານພາຍໃນປະເທດ. ກອງເລຂາຄະນະກຳມະການ ວຽກງານໂພຊະນາການແຫ່ງຊາດ ໂດຍການສະໜັບສະໜູນຈາກສະຫະພາບເອີຣົບ ແລະ ອົງການ UNICEF ໄດ້ຈັດກອງປະຊຸມປຶກສາຫາລືຂະບວນການໂຕະມົນ ດ້ານວຽກງານໂພຊະນາການແຫ່ງຊາດ ຄັ້ງທີ 2 ໃນວັນທີ 17 ພະຈິກ 2016 ທີ່ນະ ຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີສປປ ລາວ,ລັດຖະມົນຕີກະຊວງການເງິນ, ມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ຕາງໜ້າອົງການ UNICEF ແລະ ທ່ານ ເອກອັກຄະລັດຖະທູດເອີຣົບປະຈຳ ສປປ ລາວ, ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງແຂວງຕ່າງໆເຂົ້າຮ່ວມນໍາດ້ວຍ.

ທ່ານຮອງນາຍົກລັດຖະມົນຕີ ສົມດີ ດວງດີ ກ່າວວ່າ: ຕະຫລອດໄລຍະຜ່ານມາຍາມໃດພັກ ແລະ ລັດຖະບານ ສປປ ລາວ ໄດ້ຖືເອົາວຽກງານໂພຊະນາການເປັນໜຶ່ງໃນບູລິມະສິດ ແລະ ວາລະຂອງຊາດ, ເຊິ່ງໄດ້ມີການຈັດຕັ້ງກົນໄກປະສານງານຫລາຍພາກສ່ວນ, ພ້ອມທັງໄດ້ເອົາໃຈໃສ່ຈັດສັນງົບປະມານ, ຂົນຂວາຍການສະໜັບສະໜູນຂອງສາກົນ ແລະ ສັງຄົມ ເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ຜ່ານວິທີການແບບປະສົມປະສານຈັດຕັ້ງປະຕິບັດຍຸດທະສາດວຽກງານໂພຊະນາການ, ແຜນປະຕິບັດງານແຫ່ງຊາດ ແລະ ການບັນລຸເປົ້າໝາຍລະດັບຊາດ ແລະ ສາກົນ.           ພ້ອມດຽວກັນນີ້,  ທ່ານ ສົມດີ ດວງດີ ຍັງໄດ້ຢໍ້າເຖິງຄວາມຈຳເປັນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ກົງຈັກຢູ່ໃນຂັ້ນແຂວງ ແລະ ເມືອງ ເພື່ອສົ່ງເສີມການວາງແຜນແບບຫລາຍພາກສ່ວນ, ການຂຶ້ນງົບປະມານ, ການຕິດຕາມກວດກາ ແລະ ການລາຍງານໃຫ້ເປັນປະຈໍາ.

ໃນໂອການດຽວກັນ ທ່ານລັດຖະມົນຕີກະຊວງສາທາລະນະສຸກກໍໄດ້ໃຫ້ຮູ້ວ່າ: ອີງຕາມຂໍ້ມູນໃໝ່ກ່ຽວກັບລະດັບພາວະການຂາດສານອາຫານ ໃນສປປ ລາວ ແມ່ນໄດ້ມີການປັບປຸງໃຫ້ດີຂຶ້ນເປັນບາງສ່ວນ, ຂໍ້ມູນການສຳຫລວດຫລ້າສຸດສະແດງໃຫ້ເຫັນວ່າ ມີການຫລຸດລົງຂອງຈຳນວນຜູ້ທີ່ມີການພັດທະນາຊ້າ ຢູ່ໃນເດັກນ້ອຍ ທີ່ມີອາຍຸ 5 ປີ ຈາກ 44% ໃນປີ 2011 ມາເປັນ 36% ໃນປີ 2015, ໃນນັ້ນເດັກນ້ອຍທີ່ອາໃສຢູ່ໃນເຂດຊົນນະບົດຫ່າງໄກສອກຫລີກ ມີທ່າອ່ຽງທີ່ຈະພົບບັນຫາດ້ານພັດ ທະນາການຊ້າ ຫລາຍກ່ວາເດັກນ້ອຍທີ່ອາໃສຢູ່ໃນເຂດຕົວເມືອງ. ໃນບາງແຂວງ ແມ່ນມີລະດັບຂອງຜູ້ທີ່ມີພັດທະນາການຊ້າ ທີ່ກົງກັບມາດຕະຖານຂອງອົງການອານາໄມໂລກ ທີ່ເປັນບັນຫາດ້ານສາທາລະນະສຸກທີ່ຮ້າຍແຮງ. ສະນັ້ນ, ກອງປະຊຸມດັ່ງກ່າວ ມັນມີຄວາມສຳຄັນຫລາຍ ເພາະເປັນເວທີລະດົມການສະໜັບສະໜູນ, ເປັນເວທີແລກປ່ຽນປຶກສາຫາລື ແລະ ໃຫ້ມີການຈັດຕັ້ງປະຕິບັດແບບໜຶ່ງດຽວຮ່ວມກັນຫລາຍຂະແໜງການ ເພື່ອນຳເອົາມາດຕະການບູລິມະສິດ ໄປຈັດຕັ້ງປະຕິບັດໃນພື້ນທີ່ບ່ອນດຽວກັນ, ເວລາດຽວກັນ ແລະ ເຂົ້າເຖິງເປົ້າໝາຍດຽວກັນ. ພ້ອມດຽວກັນນີ້ ກອງປະຊຸມຍັງໄດ້ອອກຖະແຫລງການໂດຍມີສ່ວນຮ່ວມທຸກຝ່າຍ ທີ່ຈະສືບຕໍ່ໃຫ້ຄຳໝັ້ນສັນຍາ ແລະ ສະໜັບສະໜູນ ເພື່ອບັນລຸຈຸດປະສົງ ແລະ ເປົ້າໝາຍ ຂອງຍຸດທະສາດວຽກງານໂພຊະນາການແຫ່ງຊາດ.

ຂ່າວຈາກ: laophatthananewspaper
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...