Homeຂ່າວການພັດທະນາໂຮງງານຢາເລກ 2 ວຽງຈັນ ຮ່ວມສົມທົບທຶນ ປະຕິສັງຂອນພະທາດຫລວງ

ໂຮງງານຢາເລກ 2 ວຽງຈັນ ຮ່ວມສົມທົບທຶນ ປະຕິສັງຂອນພະທາດຫລວງ

Published on

ຂປລ. ​ໃນ​ວັນ​ທີ 16 ພະຈິກນີ້, ທີ່​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ໄດ້​ມີ​ການ​ມອບ-ຮັບ​ເງິນ ຈຳນວນ 22 ລ້ານ​ກີບ ຈາກ​ໂຮງງານ​ຢາເລກ 2 ວຽງ​ຈັນ ເພື່ອ​ສົມທົບ​ທຶນ​ເຂົ້າ​ໃສ່​​ໂຄງການປະຕິສັງຂອນ ພະທາດຫລວງວຽງຈັນ ຕາງໜ້າ​ມອບ​ໂດຍ ທ່ານ ນາງ ​ເກີດ​ແກ້ວ ຈິດ​ຕິ​ຍະ​ວົງ ຄະນະ​ອຳນວຍ​ການໂຮງງານ​ຢາ​ເລກ 2 ວຽງ​ຈັນ, ຮັບ​ໂດຍ ທ່ານ ນາງ ​ແພງ​ຈັນ ​ແພງ​ເມືອງ ຫົວໜ້າ​ກົມ​ແຜນການ ​ແລ​ະ ການ​ເງິນ. ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລ​ະ ທ່ອງ​ທ່ຽວ, ພ້ອມ​ທັງ​ເປັນອະນຸກຳມະການ ​ໂຄງການ​ປະຕິສັງຂອນ​ ພະ​ທາດຫລວງ​ວຽງ​ຈັນ.

ໃນ​ໂອກາດ​ດັ່ງກ່າວ, ທ່ານ ນາງ ​ແພງ​ຈັນ ​ແພງ​ເມືອງ ​ກໍໄດ້​ສະ​ແດງ​ຄວາມຍ້ອງຍໍຊົມ​ເຊີຍ ​ຂອບ​ອົກ​ຂອບ​ໃຈຕໍ່​ ທ່ານ ນາງ ​ເກີດ​ແກ້ວ ຈິດ​ຕິ​ຍະ​ວົງ ຄະນະ​ອຳນວຍ​ການ​ ໂຮງງານ​ຢາ​ເລກ 2 ວຽງ​ຈັນ ທີ່ນຳ​ເອົາ​ວັ​ດຖຸປັດ​ໄຈ​ ມາ​ປະກອບສ່ວນສົມທົບ​ ໃນໂຄງການປະຕິສັງຂອນພະທາດຫລວງວຽງຈັນ, ພ້ອມ​ທັງ​​ໄດ້ຮຽກຮ້ອງ​ມາ​ຍັງ​ສັງຄົມ​ ​ແລະ ພາກສ່ວນ​ຕ່າງໆ ​ໃຫ້​ສືບ​ຕໍ່​ປະກອບສ່ວນ​ວັດຖຸ​ມີຄ່າ ເຂົ້າ​ໃນ​ໂຄງການ​ດັ່ງກ່າວ ​ໃຫ້​ຫລາຍ​​ເພີ່ມ​ຂຶ້ນ​ເລື້ອຍໆ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...