Homeນານາສາລະກິນແອັບເປິ່ນ ມື້ລະໜ່ວຍ ໃຫ້ປະໂຫຍດຫຼາຍກວ່າທີ່ຄິດ

ກິນແອັບເປິ່ນ ມື້ລະໜ່ວຍ ໃຫ້ປະໂຫຍດຫຼາຍກວ່າທີ່ຄິດ

Published on

ແອັບເປິ່ນເປັນສານອາຫານຈຳພວກຄາໂບໄຮເດດ ແລະມີວິຕາມິນຊີເປັນຫຼັກ ເຊິ່ງປະລິມານວິຕາມິນຊີ ຈະຫຼາຍ ຫຼືໜ້ອຍແມ່ນຂຶ້ນຢູ່ກັບສາຍພັນ, ເວລາເກັບກ່ຽວ ແລະຄວາມສົດ, ເນື້ອແອັບເປິ່ນ 100 ກຼາມ, ມີວິຕາມິນຊີ ປະມານ 6 ມິນລີກຼາມ ແລະໃຫ້ພະລັງງານ 59 ແຄລໍລີ່ ບໍ່ເຮັດໃຫ້ຕຸ້ຍ ແຕ່ແອັບເປິ່ນກໍມີສານອາຫານທີ່ມີປະໂຫຍດ ຊະນິດອື່ນທົດແທນ ແບບບໍ່ນ້ອຍໜ້າໝາກໄມ້ອື່ນໆ

ພະລັງງານທີ່ໄດ້ຈາກແອັບເປິ່ນ ມີລັກສະນະພິເສດທີ່ໜ້າສົນໃຈຄື ແອັບເປິ່ນຈະໃຫ້ພະລັງງານຕໍ່າ, ພະລັງງານຂອງແອັບເປິ່ນຄື ນໍ້າຕານຟຣັກໂທສ ເຊິ່ງເປັນນໍ້າຕານທີ່ປ່ຽນຮູບເປັນພະລັງງານຊ້າ ໃນຮ່າງກາຍ ຊ່ວຍໃຫ້ບໍ່ຮູ້ສຶກຢາກອາຫານ, ອິ່ມດົນ, ເຮັດໃຫ້ລະດັບນໍ້າຕານໃນເລືອດບໍ່ຫຼາຍ ຈຶ່ງເໝາະສົມກັບຄົນທີ່ເປັນເບົາຫວານ

ເປືອກ ແລະເນື້ອຂອງແອັບເປິ່ນເປັນເສັ້ນໃຍອາຫານທີ່ມີຊື່ວ່າ “ເພັກຕິນ” ທີ່ມີຄຸນສົມບັດພອງໂຕໄດ້ງ່າຍ ຊ່ວຍເຮັດໃຫ້ອະໄວຍະວະໃນທາງເດີນອາຫານ ມີການເຮັດວຽກເປັນປົກກະຕິ, ເພີ່ມປະສິດທິພາບ ໃນການຂັບຖ່າຍ ເຊິ່ງເປັນການຊ່ວຍປ້ອງກັນມະເຮັງລຳໄສ້ໃຫຍ່ໄດ້ ແລະຍັງຊ່ວຍຈັບຄໍລາເຈນບໍ່ໃຫ້ດູດຊຶມເຂົ້າສູ່ຮ່າງກາຍ, ປ້ອງກັນພະຍາດຫົວໃຈ ແລະຄວາມດັນເລືອດສູງ

ນອກຈາກນີ້ ແອັບເປິ່ນຍັງອຸດົມດ້ວຍວິຕາມິນ, ເກືອແຮ່ ແລະສານອາຫານທີ່ມີປະໂຫຍດອີກຫຼາຍຊະນິດ ທັງວິຕາມິນເອ, ບີ1, ບີ2, ບີ6, ໄບໂອຕິນ, ກົດໂຟລິກ, ກົດແພນໂທເທີນິກ, ເກືອແຮ່ ແລະອື່ນໆອີກຫຼາຍຢ່າງ, ຍັງມີກົດອິນຊີ ອີກ 2​ ຊະນິດຄື ກົດມາລິກ ແລະກົດທາທາຣິກ ທີ່ຊ່ວຍໃນການຍ່ອຍອາຫານ ຈຳພວກໂປຣຕີນ ແລະໄຂມັນ.

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...