Homeຂ່າວການພັດທະນາສ້າງດ່ານສາກົນວັງເຕົ່າຄືບໜ້າກວ່າ 70% ຄາດໄດ້ເປີດໃຊ້ຕົ້ນປີໜ້າ

ສ້າງດ່ານສາກົນວັງເຕົ່າຄືບໜ້າກວ່າ 70% ຄາດໄດ້ເປີດໃຊ້ຕົ້ນປີໜ້າ

Published on

ໃກ້ຮອດຈຸດໝາຍປາຍທາງ ສໍາລັບໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ມາຮອດເວລານີ້ການກໍ່ສ້າງມີຄວາມຄືບໜ້າຫຼາຍກວ່າ 70% ແລະຄາດວ່າທ້າຍປີນີ້ຈະສໍາເລັດໂດຍພື້ນຖານ ເພື່ອກຽມພ້ອມເປີດການນໍາໃຊ້ຢ່າງເປັນທາງການ ໃນຕົ້ນປີ 2017 ທ່ານຫົວໜ້າດ່ານໝັ້ນໃຈວ່າ: ພາຍຫຼັງທີ່ໄດ້ເປີດນໍາໃຊ້ແລ້ວຈະມີຫຼາຍຢ່າງທີ່ເກີດຜົນປະໂຫຍດຕາມມາ.

ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ໃຫ້ຮູ້ກ່ຽວກັບຄວາມ ຄືບໜ້າໂຄງການພັດທະນາກໍ່ສ້າງດ່ານ ສາກົນວັັງເຕົ່າໃໝ່ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວເປັນຍຸດທະສາດ ທີ່ສໍາຄັນຂອງແຂວງຈໍາປາສັກ ທີ່ໄດ້ຈັດຕັ້ງປະຕິບັດຕາມແຜນນະໂຍບາຍຂອງ ລັດຖະບານ ໂດຍສະເພາະແມ່ນການຮອງຮັບໃຫ້ແກ່ການພັດທະນາທາງ ດ້ານເສດຖະກິດ-ສັງຄົມ, ຮອງຮັບໃຫ້ ແກ່ການເຂົ້າ-ອອກສິນຄ້າໃຫ້ມີຄວາມສະດວກສະບາຍ ລວມທັງການເຂົ້າ-ອອກປະເທດ ຊຶ່ງໂຄງການດັ່ງກ່າວໄດ້ ລົງມືກໍ່ສ້າງມາແຕ່ຕົ້ນປີ 2013, ໃນມູນຄ່າການກໍ່ສ້າງທັງໝົດ 98 ຕື້ກວ່າກີບ ຊຶ່ງແມ່ນບໍລິສັດເອກະຊົນພາຍໃນແຂວງເປັນຜູ້ລົງທຶນ ແລະຮັບເໝົາກໍ່ສ້າງ ໃນກໍານົດເວລາ 3 ປີໃຫ້ສໍາເລັດເຫັນວ່າ ບໍລິສັດດັ່ງກ່າວແມ່ນໄດ້ເລັ່ງມືເຂົ້າໃນການກໍ່ສ້າງດ້ວຍຄວາມເອົາໃຈໃສ່ມາຮອດຂະນະນີ້ສໍາເລັດການກໍ່ສ້າງແລ້ວ 70 ກວ່າສ່ວນຮ້ອຍຍັງເຫຼືອແຕ່ໜ້າວຽກງານການຕົບແຕ່ງພາຍໃນ ແລະພາຍນອກ ຊຶ່ງຄາດວ່າການກໍ່ສ້າງຈະສໍາເລັດ ໂດຍພື້ນຖານໃນທ້າຍປີນີ້ ຫຼັງຈາກນັ້ນ ໃນຕົ້ນປີໜ້າ 2017 ແມ່ນຈະໄດ້ເປີດການນໍາໃຊ້ຢ່າງເປັນທາງການ.

ໃນໂອກາດດຽວກັນນີ້ ທ່ານໄດ້ກ່າວຕື່ມວ່າ: ພາຍຫຼັງທີ່ດ່ານສາກົນວັງເຕົ່າທີ່ເປີດນໍາໃຊ້ຢ່າງເປັນປົກກະຕິແລ້ວຈະມີຫຼາຍຢ່າງທີ່ເກີດຜົນປະໂຫຍດຕາມມາ, ເປັນຕົ້ນແມ່ນຈະເຮັດໃຫ້ການນໍາເຂົ້າ-ສົ່ງອອກສິນຄ້າ ໄດ້ມີຄວາມສະດວກສະບາຍຫຼາຍຂຶ້ນ, ເຮັດໃຫ້ການເຂົ້າ-ອອກ ເມືອງມີຄວາມເປັນລະບຽບຮຽບຮ້ອຍ ທັງກະຕຸກຊຸກຍູ້ເຮັດໃຫ້ຜູ້ຄົນເຂົ້າມາທ່ອງທ່ຽວແຂວງຈໍາປາສັກຫຼາຍຂຶ້ນ, ຖືໄດ້ວ່າດ່ານຈະເຮັດໃຫ້ແຂວງມີໃບໜ້າໃບຕາໃໝ່ ພ້ອມດຽວກັນນີ້ລັດຖະບານໄດ້ອະນຸມັດເນື້ອທີ່ 253 ເຮັກຕາ ເພື່ອພັດທະນາເປັນເຂດເສດຖະກິດພິເສດໃນບໍລິເວນດ່ານສາກົນດັ່ງກ່າວເຊື່ອວ່າຈະເຮັດໃຫ້ການລົງທຶນຕ່າງໆໃນເຂດເສດຖະກິດພິເສດແຫ່ງນີ້ມີບັນຍາກາດພໍສົມຄວນ.

ຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...