spot_img
Homeຂ່າວຕ່າງປະເທດເດັກນ້ອຍໄນຈີເຣຍ 75,000 ຄົນກຳລັງຈະເສຍຊີວິດຍ້ອນຄວາມອົດຢາກ

ເດັກນ້ອຍໄນຈີເຣຍ 75,000 ຄົນກຳລັງຈະເສຍຊີວິດຍ້ອນຄວາມອົດຢາກ

Published on

ສຳນັກຂ່າວເອເອຟພີລາຍງານຈາກນະຄອນອາບູຈາ ປະເທດ ໄນຈີເຣຍ ເມື່ອວັນທີ 15 ພະຈິກ ວ່າ. ກຸ່ມຕິດອາວຸດຫົວຮຸນແຮງ ໂບໂກ ຮາຣາມ ສ້າງຄວາມຫາຍະນະແກ່ພາກຕະເວັນອອກສຽງເໜືອຂອງໄນຈີເຣຍ ນັບຕັ້ງແຕ່ຈັບອາວຸດຕໍ່ສູ້ກັບລັດຖະບານໃນປີ 2004 ເຮັດໃຫ້ປະຊາຊົນໃນພື້ນທີ່ຕ້ອງອົບພະຍົບກາຍເປັນຜູ້ພັດຖິ່ນຫຼາຍລ້ານຄົນ

ທ່ານ ປີເຕີຣ ລຸນເບຣີກ ຜູ້ປະສານງານດ້ານມະນຸດສະທຳຂອງຢູເອັນ ກ່າວວ່າ ຈາກການປະເມີນຫຼ້າສຸດ ປະຊາຊົນປະທານ 14 ລ້ານຄົນຈຳເປັນຕ້ອງໄດ້ຮັບຄວາມຊ່ວຍເຫຼືອດ້ານມະນຸດສະທຳຢ່າງຮ່ີບດ່ວນ ໂດຍໃນຈຳນວນນີ້ມີເດັກນ້ອຍປະມານ 400,000 ຄົນ ໃນຂະນະທີ່ເດັກນ້ອຍອີກປະມານ 75,000 ຄົນ ອາດເສຍຊີວິດເພາະຄວາມອົດຢາກ ໃນອີກບໍ່ພໍເທົ່າໃດເດືອນຕໍ່ໜ້ານີ້

 

ຂ່າວຈາກ: http://www.dailynews.co.th/foreign/536729
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...