spot_img
Homeຂ່າວຕ່າງປະເທດງົວ 3 ໂຕໂຊກດີທີ່ສຸດໃນໂລກ ລອດຕາຍຫຼັງນິວຊີແລນແຜ່ນດິນໄຫວ ແລະນໍ້າຖ້ວມອີກ

ງົວ 3 ໂຕໂຊກດີທີ່ສຸດໃນໂລກ ລອດຕາຍຫຼັງນິວຊີແລນແຜ່ນດິນໄຫວ ແລະນໍ້າຖ້ວມອີກ

Published on

ສື່ຕີຂ່າວວ່າ ງົວ 3 ໂຕຄ້າງຢູ່ເທິງພື້ນທີ່ຂະໜາດນ້ອຍໆ ຫຼັງເກີດແຜ່ນດິນໄຫວທີ່ນິວຊີແລນ ກ່ອນໄດ້ຮັບການຊ່ວຍເຫຼືອ.

 ຄວາມຄືບໜ້າເຫດແຜ່ນດິນໄຫວທີ່ປະເທດນິວຊີແລນ ເມື່ອວັນທີ 13 ພະຈິກ ຕອນນີ້ປະຊາຊົນແດນກີວີເລີ່ມກັບເຂົ້າໄປເກັບເຄື່ອງຂອງໃນທີ່ພັກອາໄສ ຫຼັງຈາກແຜ່ນດິນໄຫວ ເຮັດໃຫ້ເຄື່ອງຂອງໃນບ້ານເຮືອນ ແລະຮ້ານຄ້າໄດ້ຮັບຄວາມເປ່ເພ ສ່ວນຄວາມເສຍຫາຍນັ້ນຄາດວ່າມີມູນຄ່າຫຼາຍພັນລ້ານດອນລານິວຊີແລນ.

ໃນລະຫວ່າງທີ່ເຈົ້າໜ້າທີ່ໜ່ວຍກູ້ໄພ ບິນສໍາຫຼວດຄວາມເສຍຫາຍ ໄດ້ພົບງົວ 3 ໂຕຄ້າງຢູ່ເທິງພື້ນທີ່ຂະໜາດນ້ອຍໆ ໄປໃສບໍ່ໄດ້ ເພາະເກີດແຜ່ນດິນສະໄລດ ໂດຍເຮັດໃຫ້ພື້ນທີ່ອ້ອມຮອບຍຸບລົງໄປຈາກແຮງສັ່ນສະເທືອນຂອງແຜ່ນດິນໄຫວ ແລະລອບທີ່ສອງເກີດຂຶ້ນເມື່ອວັນທີ 14 ພະຈິກທີ່ຜ່ານມາ ໂດຍສື່ຕ່າງປະເທດຫຼາຍສໍານັກໄດ້ແຊພາບນີ້ອອກໄປພ້ອມທັງບອກວ່າ “ ງົວ 3 ໂຕນີ້ເປັນງົວທີ່ໂຊກດີທີ່ສຸດໃນໂລກ ”.

ສ່ວນການປະເມີນຄວາມເສຍຫາຍທີ່ເກີດຈາກແຜ່ນດິນໄຫວຄັ້ງນີ້ນັ້ນ ນາຍົກລັດຖະມົນຕີ ຈອນ ຄີ ຂອງນິວຊີແລນເປີດເຜີຍວ່າ ຄວາມເສຍຫາຍຈາກແຜ່ນດິນໄຫວຂະໜາດ 7.8 ຣິກເຕີ ເກີດຂຶ້ນເມື່ອ (ວັນທີ 13 ພະຈິກ )  ແລະຄັ້ງທີສອງ ( ວັນທີ 14 ພະຈິກ ) ໃນລະດັບ 6.2 ຣິກເຕີ ອາດຈະຄິດເປັນມູນຄ່າອາດເປັນຫຼາຍພັນລ້ານດອນລານິວຊີແລນ ໂດຍມີຜູ້ເສຍຊີວິດຢ່າງໜ້ອນ 2 ຄົນ ແລະຍັງເຮັດໃຫ້ຖະໜົນລວມທັງບ້ານເຮືອນໄດ້ຮັບຄວາມເສຍຫາຍ ປະຊາຊົນຈໍ່ນວນຫຼາຍຕ້ອງອົບພະຍົກຂຶ້ນສູ່ທີ່ສູງ ຫຼັງຈາກມີຄໍາເຕືອນເລື່ອງສຶນາມິ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...