Home​ຂ່າວບັນເທິງຮອງລັດຖະມົນຕີ ຖວທ ຕ້ອນຮັບຄະນະມິດແກຮນ ອິນເຕີເນເຊັນນໍ 2016

ຮອງລັດຖະມົນຕີ ຖວທ ຕ້ອນຮັບຄະນະມິດແກຮນ ອິນເຕີເນເຊັນນໍ 2016

Published on

ຂປລ. ວັນທີ 15 ພະຈິກ 2016ນີ້ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລວງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະ ມິດແກຣນ ອິນເຕີເນເຊັນນໍ 2016 (Miss Grand International) ເຊິ່ງນຳໂດຍ ທ່ານ ນະວັດ ອິສໄກລສິນ ປະທານກອງປະກວດ Miss Grand Thailand ໃນໂອກາດເດີນທາງ ມາຮ່ວມງານ ບຸນນະມັດສະການພະທາດຫລວງ ທີ່ ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 13-16 ພະຈິກນີ້.

ໃນໂອກາດດັ່ງກ່າວ ທ່ານ ບົວເງິນ ຊາພູວົງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ຊົມເຊີຍຕໍ່ ທ່ານ ນະວັດ ອິສໄກລສິນ ທີ່ນຳພາຄະນະມາເຮັດກິດຈະກຳໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນ ການຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງກອງປະກວດ ມິດລາວ – ມີດແກຮນ ອິນເຕີເນເຊັນນໍ ນອກຈາກນັ້ນ ທ່ານ ຍັງໄດ້ເຊື້ອເຊີນເອົາ ນາງສາວລາວເຂົ້າຮ່ວມກອງປະກວດ ໃນເວທີ ພາກພຶ້ນ ແລະ ສາກົນ ເພື່ອແລກປ່ຽນ ວັດທະນະທຳອັນ ດີງາມ ຂອງ ສປປ ລາວ ໃຫ້ຊາວໂລກໄດ້ຮັບຮູ້..

ພ້ອມນີ້ ທ່ານ ນະວັດ ອິສໄກລສິນ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ບົວເງິນ ຊາພູວົງ ທີ່ໄດ້ສະຫລະເວລາ ໃຫ້ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້ ພ້ອມທັງ ແຈ້ງຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ໃຫ້ທ່ານ ຮອງລັດຖະມົນຕີ ໄດ້ຮັບຊາບຕື່ມອີກ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...