Homeນານາສາລະ6 ວິທີກໍາຈັດຮອຍດໍາຂອງຂີ້ແຮ້ ແບບໄດ້ຜົນທີ່ສຸດ

6 ວິທີກໍາຈັດຮອຍດໍາຂອງຂີ້ແຮ້ ແບບໄດ້ຜົນທີ່ສຸດ

Published on

ຮອຍດຳຂອງຂີ້ແຮ້ ນັບວ່າເປັນບັນຫາໃຫຍ່ທີ່ສຸດ ທີ່ເຮັດໃຫ້ສາວໆຂາດຄວາມໝັ້ນໃຈ ບໍ່ວ່າຈະຕອນຍົກແຂນ, ໃສ່ເສື້ອກ້າມ, ເກາະເອິກ ແມ່ນຂາດຄວາມໝັ້ນໃຈທີ່ສຸດ ມື້ນີ້ແອັດມິນ ຈະມາແນະນຳວິທີ ກຳຈັດຮອຍດຳຂອງຂີ້ແຮ້ ແບບເຫັນຜົນທີ່ສຸດ ເພື່ອເຮັດໃຫ້ສາວໆ ມີຄວາມໝັ້ນໃຈຂຶ້ນ

  1. ໝາກນາວ ກັບນໍ້າເຜິ້ງ: ໂດຍເອົານໍ້າໝາກນາວ ປະສົມກັບນໍ້າເຜິ້ງ ແລ້ວທາລົງເທິງຜິວ ຈາກນັ້ນ ປະໄວ້ປະມານ 15 ນາທີ ແລ້ວລ້າງອອກ, ແລ້ວເຈົ້າຈະສັງເກດເຫັນຄວາມແຕກຕ່າງຢ່າງຊັດເຈນ
  2. ໝາກນາວ ກັບໝາກແຕງກວາ: ພຽງແຕ່ເອົານໍ້າໝາກນາວ ມາປະສົມກັບແຕງກວາ ແລ້ວເອົາໄປປັ່ນ ກັບຂີ້ໝິ້ນ ຈາກນັ້ນ ເອົາສ່ວນປະສົມນັ້ນ ໄປທາຂີ້ແຮ້ ປະໄວ້ 20 ນາທີ ເພື່ອປ່ອຍໃຫ້ສານອາຫານ ຊຶມເຂົ້າຜິວໜັງ ແລ້ວເຈົ້າກໍຈະໄດ້ຂີ້ແຮ້ທີ່ຂາວງາມ
  3. ໝາກນາວ ກັບແອັບເປິ່ນ: ໂດຍການເອົານໍ້າໝາກນາວ ມາປະສົມກັບແອັບເປິ່ນ (ຫາກນໍ້າແອັບເປິ່ນບໍ່ມີ ກໍສາມາດເອົານໍ້າອະງຸ່ນແທນໄດ້) ຈາກນັ້ນໃຫ້ໃຊ້ສຳລີ ມາຈຸບກັບນໍ້າທີ່ປະສົມກັນແລ້ວ ເອົາມາເຊັດບໍລິເວນຂີ້ແຮ້ ປະໄວ້ 20 ນາທີ ແລ້ວລ້າງອອກໃຫ້ສະອາດ, ເທົ່ານີ້ ຂີ້ແຮ້ກໍກັບມາຂາວຂຶ້ນໄດ້
  4. ໝາກແຕງກວາ ຫຼືມັນຝຣັ່ງ: ເອົາມາປາດເປັນປ່ຽງບາງໆ ແລ້ວປະໄວ້ຂີ້ແຮ້ ປະມານ 20 ນາທີ ເພາະສາມາດເຮັດໃຫ້ຂີ້ແຮ້ຂາວຂຶ້ນໄດ້
  5. ໝາກຂາມ ກັບນໍ້າເຜິ້ງ: ດ້ວຍການເອົາໝາກຂາມ 1 ກຳມື ມາປະສົມກັບນໍ້າເຜິ້ງ ແລ້ວມາທາກ້ອງວົງແຂນ ປະໄວ້ 5-10 ນາທີ ແລ້ວລ້າງອອກ ເຮັດອາທິດລະ 2​ ເທື່ອ ຈະເຮັດໃຫ້ຂີ້ແຮ້ຂາວຂຶ້ນແນ່ນອນ
  6. ໝາກຫຸ່ງ: ໂດຍການເອົາໝາກຫຸ່ງສຸກ ມາປາດເປັນປ່ຽງບາງໆ ແລ້ວຖູຂີ້ແຮ້ ຈົນຮູ້ສຶກວ່າ ນໍ້າໃນໝາກຫຸ່ງໝົດ ເອນໄຊໃນໝາກຫຸ່ງ ຈະຊ່ວຍໃຫ້ຂີ້ແຮ້ຂາວຂຶ້ນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...