Homeຂ່າວຕ່າງປະເທດລັດເຊຍພ້ອມຟື້ນສໍາພັນຫຼັງ USA ໄດ້ຜູ້ນໍາໃໝ່

ລັດເຊຍພ້ອມຟື້ນສໍາພັນຫຼັງ USA ໄດ້ຜູ້ນໍາໃໝ່

Published on

ລັດຖະມົນຕີຊ່ວຍ ອອກມາຢືນຢັນ ລັດເຊຍພ້ອມຟື້ນສໍາພັນ ຫຼັງສາຫະລັດ ໄດ້ຜູ້ນໍາຄົນໃໝ່.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານເມື່ອວັນທີ 14 ພະຈິກທີ່ຜ່າມມາວ່າ: ເຊີເກ ໄຮອັບຄອນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຂອງລັດເຊຍກ່າວວ່າ: ລັດເຊຍພ້ອມທີ່ຈະປັບປຸງຄວາມສໍາພັນ ກັບສາຫະລັດທັນທີຫຼັງຈາກທີ່ ໂດນັລ ທຣັມ ຊະນະການເລືອກຕັ້ງ ແຕ່ທາງລັດເຊຍ ຮັບຮູ້ແຜນນະໂຍບາຍຂອງ ໂດນັລ ທຣັມ ພຽງເລັກໜ້ອຍເທົ່ານັ້ນ ແລະຮູ້ສຶກວ່າ ຄໍາໝັ້ນຕ່າງຈາກຊ່ວງການຫາສຽງເລືອກຕັ້ງ ຮວມທັ້ງນະໂຍບາຍການທໍາງານດຽວຂອງເຂົາດ້ວຍ.

ຂະນະດຽວກັນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຂອງລັດເຊຍ ກ່າວອີກວ່າ: ລັດເຊຍຈະຍັງຄົງສະໜັບສໜູນການຈັດການນິວເຄຍອີລານບໍ່ປ່ຽນແປງ ແມ້ທຣັມ ຫາສຽງໄວ້ວ່າຫາກເຂົາໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ຈະຍົກເລີກສັນຍາຕ່າງໆກໍຕາມ.

 

ບົດຄວາມຫຼ້າສຸດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...

ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ,...