Home​ຂ່າວບັນເທິງJackie Chan (ເສິນຫຼົງ) ​ໄດ້ຮັບ​ລາງວັນຜົນສຳ​ເລັດ​ຕະຫຼອດການ

Jackie Chan (ເສິນຫຼົງ) ​ໄດ້ຮັບ​ລາງວັນຜົນສຳ​ເລັດ​ຕະຫຼອດການ

Published on

ເມື່ອວັນ​ທີ 12 ພະຈິກ​ທີ່ຜ່ານມາ ຄະນະ​ມົນຕີ​ສະ​ຖາ​ບັນ​ສິລະປະ ​ແລະ​ ເຕັກນິກ​​ຮູບ​ເງົາ​ຂອງ​ອາ​ເມ​ລິ​ກາ​ໄດ້​ມອບ​ລາງວັນ​ຜົນສຳ​ເລັດ​ຕະຫຼອດ​ການ​ໃຫ້​ແກ່​ທ່ານ Jackie Chan ນັກສະ​ແດງ​ຮູບ​ເງົາ​ຈີນ​ລວມທັງ​ນັກສະ​ແດງ​ອັງກິດ ​ແລະ ​ອາ​ເມ​ລິ​ກາ 3 ທ່ານ, ​ເພື່ອ​ຊົມ​ເຊີຍ​ການປະກອບສ່ວນທີ່​ດີ​ເດັ່ນ​​ໃນ​ວົງ​ການ​ຮູບ​ເງົາ. ​ໂດຍທ່ານ​ Jackie Chan ​ແມ່ນ​ຊາວ​ຈີນ​ຜູ້​ທຳ​ອິດ​ທີ່​ໄດ້​ຮັບລາງວັນ​ອັນ​ຊົງ​ກຽດ​ດັ່ງກ່າວ.

​ທ່ານ​ Jackie Chan ກ່າວຫຼັງ​ຮັບ​ລາງວັນ​ວ່າ: “ຜ່ານຈາກ​ຄວາມ​ຫ້າວຫັນ​ມາ​ເປັນ​ເວລາ 50 ກວ່າ​ປີ​ໃນ​ຂະ​ແໜງ​ການ​ຮູບ​ເງົາ, ຂ້າພະ​ເຈົ້າ​ໄດ້​ຮັບ​ລາງວັນ​ອອສກ້າ​ຫຼັງ​ຖ່າຍຮູບ​ເງົາ 200 ກວ່າ​ເລື່ອງ​ ແລະ ຫຼາຍ​ເທື່ອ​ກໍ​ປະສົບ​ອຸ​ບັດ​ເຫດ​ເປັນ​ຕົ້ນ​ໃຫ້ກະດູກ​ຫັກ​. ຂ້າພະ​ເຈົ້າ​ຂອບ​ໃຈ​​​ເຂດ​ພິ​ເສດ​ຮົງ​ກົງ​ເຊິ່ງ​ເປັນ​ບ້ານ​ເກີດ​​ເມືອງ​ນອນຂອງ​ຕົນ​ ແລະ​ ປະ​ເທດ​ຈີນ​ເຊິ່ງ​ເປັນ​ປະຊາ​ຊາດ​ຂອງ​ຕົນ ​ແລະ ຂ້າພະ​ເຈົ້າ​​ພາກພູມ​ໃຈ​ທີ່​ເກີດ​ເປັນ​ຄົນ​ຈີນ.”

166

 

ຂ່າວຈາກ: http://laos.cri.cn/681/2016/11/14/222s208723_1.htm
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...