spot_img
Homeຂ່າວຕ່າງປະເທດນັກບິນຍິງເຄື່ອງບິນຂັບໄລ່ J-10 ຄົນທໍາອິດຂອງຈີນ ເສຍຊີວິດຂະນະຝຶກບິນປະຈໍາວັນ

ນັກບິນຍິງເຄື່ອງບິນຂັບໄລ່ J-10 ຄົນທໍາອິດຂອງຈີນ ເສຍຊີວິດຂະນະຝຶກບິນປະຈໍາວັນ

Published on

ອີງຕາມການລາຍງານຂອງສໍານັກຂ່າວປະເທດຈີນ ໃນວັນທີ 14 ພະຈິກ 2016 ວ່າ: “ຫຍູຊະວີ່” ໜຶ່ງໃນນັກບິນຮົບຍິງກຸ່ມທໍາອິດຂອງກອງທັບອາກາດຈີນ ຜູ້ຂັບເຄື່ອງບິນຂັບໄລ່ J-10 ປະສົບອຸປະຕິເຫດເສຍຊີວິດລະຫວ່າງການຝຶກຊ້ອມປະຈໍາວັນທີ່ມົນທົນເຫີເປ່ຍ ເມື່ອວັນທີ 12 ພະຈິກທີ່ຜ່າມມາ.

ເມື່ອອາທິດທີ່ຜ່າມມາ ລາວຍັງຮ່ວມສະແດງບິນຜາດໂຜນໃນງານແອຣໂຊວທີ່ຈູໄຫ່ ໂດຍຮັບສາຍຍາວ່າ “ນົກຍຸງທອງ” ເປັນນັກບິນ 1 ໃນ 4 ຄົນຂອງຈີນທີ່ສາມາດຂັບເຄື່ອງບິນຂັບໄລ່ J-10 ຮຸ່ນທີ 3 ໄດ້.

ຕາມການລາຍງານບອກວ່າ: ລະຫວ່າງລາວຝຶກບິນປະຈໍາວັນຮ່ວມກັບນັັກບິນຊາຍ 1 ຄົນ ໄດ້ເກີດອຸປະຕິເຫດຂຶ້ນ ໂດຍນັກບິນຊາຍທີ່ຝຶກບິນຮ່ວມກັນສາມາດດີດລອດຕົວອອກມາໄດ້ສໍາເລັດແຕ່ໄດ້ຮັບບາດເຈັບ ສ່ວນຕົວລາວບໍ່ສາມາດດີດລອດອອກມາໄດ້.

ທັ້ງນີ້ “ຫຍູຊະວີ່” ເກີດປີ 1986 ທີ່ເມືອງສົງໂຈວ ມົນທົນເສສວນ ໃນປີ 2005 ລາວເປັນໜຶ່ງໃນນັກຮຽນນາຍຮ້ອຍຍິງ 16 ຄົນ ທີ່ເສັງເຂົ້າ ແລະຮຽນຈົບໄດ້ນັກບິນຂອງກອງທັບອາກາດຈີນ ນອກຈາກນີ້ເມື່ອປີ 2009 ລາວຍັງໄດ້ເປັນສະມາຊິກໜຶ່ງໃນຝູງບິນໜ່ວຍບິນຜາດໂຜນ ຂອງກອງທັບປົດປ່ອຍປະຊາຊົນຈີນອີກດ້ວຍ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...