spot_img
Homeຂ່າວການພັດທະນາທະນາຄານໂລກຢືນຢັນ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ຕື່ມອີກ

ທະນາຄານໂລກຢືນຢັນ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ຕື່ມອີກ

Published on

​ໃນ​ວັນ​ທີ 10 ພະຈິ​ກນີ້, ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ, ລັດຖະມົນຕີ​ກະຊວງ​ການ​ເງິນ ​ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ​ ທ່ານ​ ນາງ Ms victroyia kwakwa ຮອງ​ປະທານ​ທະນາຄານ​ໂລກ​ ປະ​ຈໍາ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ພ້ອມ​ດ້ວຍ​ຄະນະ ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ. ​ໃນ​ການປຶກສາ​ຫາລື​ກ່ຽວ​ກັບ​ໂຄງການ​ນໍ້າ​ເທີນ 2 ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ໂຄງການ​ ສາມາດ​ເປັນ​ໂຄງການ​ຕົວ​ແບບ ​ແລະ ​ເປີດ​ໂຄງການ​ຢ່າງ​ເພິ່ງ​ພໍ​ໃຈ ພາຍ​ໃນ​ເດືອນ​ທັນວາ​ ປີ 2017 ນີ້.

ພ້ອມ​ດຽວ​ກັນ, ທ່ານນາງ Ms victroyia kwakwa ​ໄດ້​​ສະແດງຄວາມຂອບໃຈ ຕໍ່ທ່ານຮອງ​ນາ ຍົກລັດຖະມົນຕີ ທີ່ໄດ້ສະຫລະເວລາອັນມີຄ່າ ຕ້ອນຮັບຢ່າງ​ອົບ​ອຸ່ນ ​ໃນຄັ້ງນີ້. ພ້ອມ​ທັງ​ຂອບ​ໃຈ​ ຕໍ່ລັດຖະບານ​ລາວ ​ໃນ​ການ​ສະໜັບສະໜູນ​ ການ​ສ້າງ​ກອບ​ການ​ຮ່ວມ​ມື ລະຫວ່າງ ທະນາຄານ​ໂລກ ​ແລະ ສປປ ລາວ ແລະ ​ຂໍ​ຊົມ​ເຊີຍ​ລັດຖະບານ​ລາວ​ ໃນ​ການ​ນໍາ​ໃຊ້​ເງິນ​ຊ່ວຍ​ເຫລືອ​ເຂົ້າ​ໃນ​ ບັນດາ​ໂຄງການ​ຕ່າງໆ ​ຕາມ​ທີ່​ໄດ້​ຕົກລົງ​ກັນ ​ໂດຍ​ສະ​ເພາະແມ່ນ​ແຜນ​ງານ​ດຸ່ນດ່ຽງ​ງົບປະມານ ​ດ້ານ​ການ​ເຕີບ​ໂຕ​ສີຂຽວ. ພ້ອມ​​ນັ້ນ, ທະນາຄານ​ໂລກ ​ໄດ້​ຢືນຢັນ​ຈະ​ສືບ​​ໃຫ້ການ​ຊ່ວຍ​ເຫລືອ ​ແລະ ຈະເພີ່ມ​ທຶນ​ການ​ຊ່ວຍ​ເຫລືອ​ໃຫ້​ແກ່ ສປປ ລາວ ຕື່ມ​ອີກ.

ໃນ​ໂອກາດ​ນີ້, ທ່ານຮອງ​ນາຍົກລັດຖະມົນຕີ ກໍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ, ຊົມ​ເຊີຍຕໍ່​ທ່ານ​ ນາງ Ms victroyia kwakwa ພ້ອມ​ຄະນະ​ໃນ​ຄັ້ງ​ນີ້. ​ເຊິ່ງຈະ​ເປັນ​ການ​ ປະກອບສ່ວນ​ອັນ​ສໍາ​ຄັນ​ ​​ເພື່ອສືບ​ຕໍ່​ເຂົ້າ​ໃນ​ການ​ຊ່ວຍ​ເຫລືອ​ ຂອງ​ທະນາຄານ​ໂລກ​ ຕໍ່​ລັດຖະບານ​ລາວ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນ 5 ປີ​ ທີ່​ຫາ​ກໍໍ່ຖືກ​ຮັບຮອງ, ພ້ອມ​ທັງ​ເປັນ​ການ​ແລກປ່ຽນ ບາງ​ຄວາມ​ຄິດ, ​ຄວາມເຫັນ ​ແລະ ຄວາມ​ເປັນ​ຫວ່ງກ່ຽວ​ກັບ ​ຄວາມ​ສ່ຽງ​ຂອງ​ສະພາບ​ເສດຖະກິດ​ມະຫາ​ພາກ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...