spot_img
Homeຂ່າວການພັດທະນາຄ່າບໍລິການອິນເຕີເນັດແພງສັ່ນສະເທືອນຮອດສະພາ

ຄ່າບໍລິການອິນເຕີເນັດແພງສັ່ນສະເທືອນຮອດສະພາ

Published on

ຄ່າບໍລິການອິນເຕີເນັດແພງສັ່ນສະເທືອນຮອດສະພາ ຂະນະທີ່ຜູ້ປະກອບການອິນເຕີເນັດໃຫ້ເຫດຜົນວ່າບັນຫາທີ່ແພງ ແລະ ສັນຍານຊັກຊ້າຍ້ອນທຸກຢ່າງນໍາເຂົ້າໝົດກັບການລົງທຶນສູງ.

ສະມາຊິກສະພາທ້ອງຖິ່ນຊີ້ແຈງບັນຫາຄ່າບໍລິການອິນເຕີເນັດແພງເກີນໄປຈົນຮ້ອນຫູຜູ້ຊົມໃຊ້ ຂະນະຄ່າບໍລິການອິນເຕີເນັດຢູ່ບັນດາປະເທດເພື່ອນບ້ານ ແລະ ສະມາຊິກອາຊຽນຖືກວ່າຢູ່ລາວຫລາຍເທົ່າ.

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 7 ພະຈິກ ໄດ້ພິຈາລະນາຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີການສື່ສານ, ຂໍ້ມູນ ແລະ ຂ່າວສານ ເຊິ່ງສະເໜີ ໂດຍລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານເພື່ອຄຸ້ມຄອງການເຄື່ອນໄຫວທຸລະກິດການພັດທະນາ ແລະ ການນໍາໃຊ້ເຕັກໂນໂລຊີການສື່ສານ, ຂໍ້ມູນ & ຂ່າວສານ ທັງພາກລັດ ແລະ ເອກະຊົນ. ພາຍຫຼັງທີ່ຮັບຟັງການລາຍງານແລ້ວບັນດາສະມາຊິກສະພາແຫ່ງຊາດກໍ່ໄດ້ປະກອບຄຳເຫັນ ແລະ ພ້ອມກັນຕັ້ງຄຳຖາມເຖິງລາຄາການບໍລິການອິນເຕີເນັດໃນປະເທດເຮົາຍັງແພງຖ້າທຽບໃສ່ພາກພື້ນ.

ຕໍ່ບັນຫາດັ່ງກ່າວ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ກ່າວວ່າ: ສໍາລັບລາຄາອິນເຕີເນັດໃນປະເທດເຮົາແມ່ນແພງ ແລະ ຊ້າ ເນື່ອງຈາກວ່າລະບົບໂທລະຄົມມະນາຄົມບໍລິສັດໃດບໍລິສັດໜຶ່ງໃນປະເທດເຮົາແມ່ນເປັນການລົງທຶນຈຳນວນຫຼາຍຖ້າທຽບໃສ່ຈຳນວນຄົນ 5 ລ້ານກວ່າຄົນ ໃນຈຳນວນປະຊາກອນນີ້ບໍ່ໝາຍວ່າຈະນຳໃຊ້ອິນເຕີເນັດທັງໝົດການນຳໃຊ້ມີພຽງແຕ່ 25% ເທົ່ານັ້ນ. ໃນນັ້ນ, ( ນຳໃຊ້ເຂົ້າໃນວຽກລັດ, ພາກທຸລະກິດ 15% ແລະ 10% ແມ່ນກຸ່ມໄວລຸ້ນທີ່ນໍາໃຊ້ທາງ ເຟສບຸ໊ກ ແລະ ອື່ນໆທີ່ບໍ່ແມ່ນເສດຖະກິດ ) ນອກຈາກລົງທຶນແລ້ວໃນແຕ່ລະປີບັນດາບໍລິສັດທີ່ໃຫ້ບໍລິການຍັງໄດ້ລົງທຶນໃສ່ການອັບເກດລະບົບ, ປ່ຽນຖ່າຍລະບົບ, ບຳລຸງຮັກສາລວມເປັນທຶນຈຳນວນຫຼາຍ. ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ກ່າວວ່າ: ຕົ້ນທຶນໃນການນຳເຂົ້າອິນເຕີເນັດໃນປະເທດເຮົາແມ່ນແພງ, ສ່ວນແນວທາງແກ້ໄຂຂອງພວກເຮົາຈະພະຍາຍາມກວດກາບໍລິສັດທີ່ໃຫ້ບໍລິການນີ້ຕ້ອງບໍ່ໃຫ້ໂຄສະນາຊວນເຊື່ອເກີນຂອບເຂດທີ່ໃຫ້ບໍລິການໄດ້. ຜ່ານມາເຈົ້າໜ້າທີ່ກ່ຽວຂ້ອງກໍ່ໄດ້ໃຫ້ຢຸດບໍລິການອິນເຕີເນັດດາຕ້າອັນລິມິດ ແລະ ອື່ນໆ, ໃນອະນາຄົດພວກເຮົາຕ້ອງມີລະບົບ ຫຼື ດາຕ້າເຊັນເຕີຢູ່ພາຍໃນປະເທດຂໍ້ມູນໃດທີ່ສຳຄັນເປັນຕົ້ນແມ່ນໃນເຟສບຸ໊ກ ແລະ ອື່ນໆ ພວກເຮົາຈະເກັບໄວ້ຢູ່ດາຕ້າເຊັນເຕີແລ້ວກະຈາຍໄປຫາຜູ້ບໍລິການ ເຊິ່ງຈະເຮັດໃຫ້ຕົ້ນທຶນຕໍ່າ ແລະ ເພີ່ມຄວາມໄວຂຶ້ນປັດຈຸບັນກໍາລັງຄົ້ນຄວ້າດາຕ້າເຊັນເຕີກັນຢູ່.

ທ່ານກ່າວຕື່ມອີກວ່າ: ພ້ອມດຽວກັນນັ້ນກໍ່ຈະອອກກົດໝາຍກ່ຽວກັບການອອກຄື້ນຄວາມຖີ່ເພື່ອຮິບໂຮມເອົາ ຄວາມຖີ່ທີ່ຊັບພະຍາກອນເຮົາມີເພື່ອມາແຈກຢາຍຜູ້ໃດນຳໃຊ້ມີປະສິດທິຜົນກໍ່ໃຫ້ຜູ້ນັ້ນຄືຫຼາຍປະເທດເຂົາເຈົ້າປະຕິບັດກັນ. ພ້ອມນັ້ນ, ການກວດກາພວກເຮົາກໍ່ແຕ່ງຕັ້ງຄະນະສະເພາະຢູ່ກະຊວງເພື່ອກວດກາບັນດາພາກສ່ວນບໍລິການ ເພື່ອບໍ່ໃຫ້ເອົາປຽບຜູ້ບໍລິໂພກເປັນຕົ້ນແມ່ນຕິດຕາມການໂຄສະນາໃຫ້ບໍລິການ, ການເກັບເງິນ ແລະ ອື່ນໆ ເຊິ່ງໃນປັດຈຸບັນພວກເຮົາສາມາດຢັ້ງຢືນໄດ້ແມ່ນເປັນໄປຕາມທີ່ໄດ້ກຳນົດໄວ້ໃນດຳລັດຕ່າງໆ.

ທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດເຂດ 1 ນະຄອນຫຼວງວຽງຈັນ ກ່າວວ່າ: ຄ່າທຳນຽມ ຫຼື ຄ່າບໍລິການອິນເຕີເນັດໃນປະເທດເຮົາເຫັນວ່າລາຄາຈະແພງກວ່າບັນດາປະເທດໃນພາກພື້ນ ເຊີ່ງຈະເປັນຂໍ້ຈໍາກັດໜຶ່ງທີ່ຈະແຂ່ງຂັນດ້ານເຕັກໂນໂລຊີ ຫຼື ແຂ່ງຂັນທາງດ້ານທຸລະກິດບາງຢ່າງທີ່ຕິດພັນກັບເຕັກໂນໂລຊີ.

ທ່ານກ່າວຕື່ມອີກວ່າ: ໃນມາດຕາທີ 42 ຂອງຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີການສື່ສານ, ຂໍ້ມູນ & ຂ່າວສານກໍ່ເຊັ່ນກັນໄດ້ລະບຸວ່າ: ໄດ້ໃຫ້ບໍລິການຢ່າງມີຄຸນນະພາບສະດວກວ່ອງໄວ ແລະ ເປັນທຳ, ໃນທີ່ນີ້ຄວາມໝາຍຄຳວ່າເປັນທຳເນື່ອງຈາກວ່າ: ຢາກຮູ້ວ່າ ຄວາມໄວອິນເຕີເນັດໃນປັດຈຸບັນພວກເຮົາພໍໃຈຈ່າຍ ຍົກຕົວຢ່າງ 1 ກິກ 2 ກິກ ຫຼື 3 ກິກ ຫຼື 500 ເມັກ ພວກເຮົາພໍໃຈຈ່າຍແຕ່ຈະກວດໄດ້ແນວໃດວ່າຄວາມໄວທີ່ປ່ອຍອອກນັ້ນແມ່ນຖືກຕ້ອງນີ້ຄື ຄວາມເປັນທຳ, ຜູ້ໃຊ້ບໍລິການຈະກວດໄດ້ແນວໃດ? ຫຼື ຈະມີກົດໝາຍ ຫຼື ມີນິຕິກຳລຸ່ມກົດໝາຍໃຫ້ມີລະບຸວ່າເປັນແນວໃດ? ສິ່ງທີ່ປະຊາຊົນທຸລະກິດ ຫຼື ພາກສ່ວນນໍາໃຊ້ອິນເຕີເນັດໃຫ້ຄວາມສົນໃຈວ່າຄວາມໄວທີ່ປ່ອຍອອກໄປໄດ້ຕາມການເກັບຄ່າບໍລິການ ຫຼື ບໍ່?.

ຈາກສໍານັກຂ່າວເອບີຊີລາວ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...