Homeຂ່າວເຫດການລະວັງ! ພະຍາດໄຂ້ເລືອດອອກ ມີຜູ້ຕິດເຊື້ອເພີ່ມເປັນ 4.800 ກວ່າຄົນແລ້ວ ​

ລະວັງ! ພະຍາດໄຂ້ເລືອດອອກ ມີຜູ້ຕິດເຊື້ອເພີ່ມເປັນ 4.800 ກວ່າຄົນແລ້ວ ​

Published on

ໜ່ວຍ​ເຝົ້າ​ລະວັງ​ພະຍາດ​​, ກະຊວງ​ສາທາລະນະ​ສຸກ​​ລາຍງານວ່າ: ເຖິງແມ່ນວ່າສະພາບອາກາດຂອງປະເທດເຮົາຈະກ້າວເຂົ້າສູ່ລະດູແລ້ງ ແລະ ເລີ່ມໜາວກໍຕາມ, ແຕ່ປັດຈຸບັນ​ການລະບາດ​ຂອງ​​​ໄຂ້ຍຸງ​ລາຍ​ຢູ່​ຫລາຍແຂວງມີ​ແນວ​ໂນ້ມ​ເພີ່ມ​ຂຶ້ນ, ໂດຍສະເພາະແມ່ນບັນດາແຂວງພາກໃຕ້ ແລະ ນະຄອນຫຼວງວຽງຈັນ, ​ຊຶ່ງນັບແຕ່ເດືອນມັງກອນມາຮອດດຽວນີ້ທົ່ວປະເທດມີຍອດຜູ້ຕິດເຊື້ອແລ້ວຫຼາຍກວ່າ 4.800 ຄົນ, ເພີ່ມຂຶ້ນຈາກເດືອນຜ່ານມາ 600  ກວ່າຄົນ, ໃນນັ້ນມີຜູ້ເສຍຊີວິດ 10 ຄົນຄື: ແຂວງຈໍາປາສັກມີຜູ້ຕິດເຊື້ອ 1,269 ກໍລະນີ​, ເສຍ​ຊີວິດ 7 ຄົນ, ນະຄອນຫຼວງວຽງຈັນ 889 ກໍລະນີ, ​ເສຍ​ຊີວິ 1 ຄົນ; ຄຳມ່ວນ 601 ກໍລະນີ; ບໍລິຄຳໄຊ 596 ກໍລະນີ, ສຍ​ຊີວິດ 1 ຄົນ; ສະຫັວນນະເຂດ 565 ກໍລະນີ; ສາລະວັນ 194 ກໍລະນີ, ເສຍຊີວິດ 1 ຄົນ; ອັດຕະປື 156 ກໍລະນີ; ວຽງຈັນ  135 ກໍລະ ນີ; ເຊກອງ  122 ກໍລະນີ; ຫຼວງພະບາງ 124 ກໍລະນີ; ​ອຸດົມໄຊ 88 ກໍລະນີ; ຫຼວງນ້ຳທາ 26 ກໍລະນີ; ໄຊຍະບູລີ 15 ກໍລະນີ; ບໍ່ແກ້ວ  7 ກໍລະນີ; ໄຊສົມບຸນ 6 ກໍລະນີ  ແລະ ແຂວງ​ອື່ນໆ​ອີກຈຳນວນໜຶ່ງ.

ເຖິງວ່າຜ່ານມາ, ກະຊວງ​ສາທາລະນະ​ສຸກ ແລະ ອຳນາດການປົກຄອງໄດ້ສຸມໃສ່ການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວຢ່າງຈິງຈັງ ດ້ວຍການຮ່ວມ​ມືກັນໂຄສະນາ ແນະນຳປະຊາຊົນ​ປ້ອງ​ກັນ​ຕົນ​ເອງ ​ແລະ ທຳລາຍ​ແຫລ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ​ຢູ່​ຕາມ​ບ້ານເຮືອນ ​ແລະ ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ຕ່າງໆ, ແຕ່ກໍເຫັນວ່າການລະບາດຂອງພະຍາດດັ່ງກ່າວຍັງບໍ່ມີແນວໂນມຫລຸດລົງ, ກົງກັນຂ້າມຊ້ຳພັດມີລັກສະນະຂະຫຍາຍອອກສູ່ວົງກ້ວາງ, ແຕ່ເຖິງຢ່າງໃດກໍຕາມເນື່ອງຈາກປັດຈຸບັນສະພາບອາກາດມີການປ່ຽນແປງ, ຊຶ່ງອາດເປັນເງື່ອນໄຂໃຫ້ແກ່ຍຸງລາຍພາ ຫະນຳເຊື້ອໄຂເລືອດອອກຂະ ຫຍາຍພັນໄດ້ໄວ ແລະ ອາດມີການລະບາດຂອງໄຂ້ເລືອດ ອອກດັ່ງທີ່ເຄີຍເປັນມາ, ຈຶ່ງນຳສະເໜີໃຫ້ພວກເຮົາທຸກຄົນຈົ່ງເພີ່ມທະວີການເຝົ້າລະວັງ ແລະ ປະຕິບັດມາດຕະການໂຕ້ຕອບ, ຖ້າມີລັກສະນະການເກີດເປັນຈຸ້ມໃຫ້ລາຍງານກະຊວງສາທາລະນະສຸກດ່ວນ ແລະ ສົ່ງຂ່າວໃຫ້ສູນກາງຊາບຖ້າຕ້ອງ ການຄວາມຊ່ວຍເຫຼືອ

ສຳລັບພາກສ່ວນກ່ຽວຂ້ອງກໍໃຫ້ເພີ່ມທະວີໃນການສະກັດກັ້ນ ແລະ ປ້ອງກັນພະຍາດດັ່ງກ່າວຢ່າງເຂັ້ມງວດ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ​ເປັນເຈົ້າການປະຕິບັດຄຳ​ຂັວນ 5 ປ ທີ່​ກະຊວງ​ສາທາລະນະ​ສຸກ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ​ຄື:

  1. ປິດ​ຝາ​ພາຊະນະ​ທີ່​ເກັບ​ນ້ຳ​ໃນ​ເຮືອນ ​ແລະ ນອກ​ເຮືອນ​​ເພື່ອ​ບໍ່​ໃຫ້​ຍຸງ​ມາ​ໄຂ່​ໃສ່.
  2. ປ່ຽນ​ນ້ຳ​ໃນ​ພາຊະນະ​ເຊັ່ນ: ​ເຕົ້າ​ດອກ​ໄມ້, ນ້ຳ​ຮອງ​ຕີນ​ຕູ້, ຖ້ານ​ຮອງ​ຈອກ​ນ້ຳ.
  3. ປ່ອຍ​ປາ​ຫາງ​ນົກ​ຍູງ​ເພື່ອ​ກິນ​ໜອນ​ນ້ຳ.
  4. ປັບປຸງ​ການ​ອະນາ​ໄມ​ສິ່ງ​ແວດ​ລ້ອມ​ອ້ອມ​ເຮືອນ​ບໍ່​ໃຫ້​ມີ​ກະ​ໂປະ​, ກະປ໋ອງ, ຢາງ​ຕີນລົດ​ເກົ່າ​ທີ່​ມີ​ນ້ຳ​ຂັງ
  5. ປະຕິບັດ​ໃຫ້​ເປັນນິ​ໃສ​ປະຈຳ​ທຸກໆ​ອາທິດ ​

ຖ້າ​ຫາກ​ເປັນ​ໄຂ້​ໃຫ້​ໄປ​ພົບ​ແພດ​ໝໍ​ດ່ວນເພື່ອສາມາດຈຳກັດພະຍາດນີ້ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ແລະດັບສູນ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...