spot_img
Homeຂ່າວຕ່າງປະເທດຈີເອັມປົດພະນັກງານ 2 ພັນຄົນໃນອາເມລິກາ

ຈີເອັມປົດພະນັກງານ 2 ພັນຄົນໃນອາເມລິກາ

Published on

ບໍລິສັ​ດ​ເຈ​ເນີຣັລ ມໍ​ເຕີ(ຈີ​ເອັມ)ປົດ​ພະນັກງານ​ຫຼາຍ​ກວ່າ 2 ພັນ​ຄົນ​ຢູ່​ໃນ​ອາ​ເມ​ລິ​ກາ ​ເພາະ​ຄວາມ​ຕ້ອງການ​ອ່ອນ​ແອ​ຕິດ​ຕໍ່​ກັນ​ໃນ​ຫຼາ​ຍ​ໄຕ​ມາດ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ບໍລິສັ​ດ​ເຈ​ເນີຣັລ ມໍ​ເຕີ(ຈີ​ເອັມ) ປະກາດ​ປົດ​ພະນັກງານ​ຫຼາຍ​ກວ່າ 2 ພັນ​ຄົນ​ຢູ່​ໂຮງງານ​ປະກອບ​ລົດ 2 ​ແຫ່ງ​ໃນ​ລັດ​ໂອ​ໄຮ​ໂອ ​ແລະ ມິ​ຊິ​ແກນ ​ໂດຍ​ເລີ່​ມຕັ້ງ​ແຕ່​ເດືອນ​ມັງກອນ​ປີ 2017, ຊຶ່ງ ຈີ​ເອັມລະບຸ​ວ່າ ຜູ້​ບໍລິ​ໂພ​ກ​ໄດ້​ຫຼຸດ​ຄວາມ​ຕ້ອງການ​ຊື້​ລົດ​ສ່ວນ​ບຸກຄົນ ຂະນະ​ທີ່​ເພີ່ມ​ຄວາມ​ຕ້ອງການ​ໃນ​ລົດ​ບັນທຸກ ​ແລະ ລົດ​ຂັບ​ເຄື່ອນ 4 ລໍ້ ອະ​ເນກປະສົງ(​ເອສຢູວີ).

ທັງ​ນີ້ ຈີ​ເອັມ ​ເປີດ​ເຜີຍ​ວ່າ ທາງ​ບໍລິສັ​ດຈະ​ຍົກ​ເລີກ​ການ​ເຮັດ​ວຽກ​ໃນ​ກະ​ທີ 3 ຢູ່​ໂຮງງານ​ໃນ​ເມືອງ​ລອດ​ສທາວ ລັດ​ໂອ​ໄຮ​ໂອ ​ແລະ ​ເມືອງ​ແລນ​ຊິງ ລັດ​ມິ​ຊິ​ແກນ ​ເນື່ອງ​ຈາກ​ພາວະ​ຕະຫຼາດ​ປ່ຽນ​ໄປ.

ຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...