Homeຂ່າວພາຍ​ໃນທີມຊາດລາວ ເອົາຊະນະ ມົງໂກລີ 3-0 ຜ່ານເຂົ້າຮອບຮອງຊະນະເລີດ ພົບກັບ ເນປານ 12 ພະຈິກນີ້

ທີມຊາດລາວ ເອົາຊະນະ ມົງໂກລີ 3-0 ຜ່ານເຂົ້າຮອບຮອງຊະນະເລີດ ພົບກັບ ເນປານ 12 ພະຈິກນີ້

Published on

ການແຂ່ງຂັນບານເຕະ AFC SOLIDARITY CUP 2016 ຈັດການແຂ່ງຂັນທີ່ ປະເທດມາເລເຊຍ ລະຫວ່າງວັນທີ 02-15 ພະຈິກ 2016 ມີທີມເຂົ້າຮ່ວມທັງໝົດ 7 ທີມ ແບ່ງເປັນ 2 ກຸ່ມ ທີມຊາດລາວ ຖືກຈັດຢູ່ໃນກຸ່ມ B ຮ່ວມກັບ ສີລັງກາ, ມົງໂກລີ, ເຂດປົກຄອງພິເສດ ມາເກົ້າ.

ຜົນການແຂ່ງຂັນໃນ ຮອບແບ່ງກຸ່ມຂອງ ທີມຊາດລາວ ມີດັ່ງນີ້
ທີມຊາດລາວ 2-1 ທີມຊາດສີລັງກາ
ທີມຊາດລາວ 1-4 ເຂດປົກຄອງພິເສດ ມາເກົ້າ
ທີມຊາດລາວ 3-0 ທີມຊາດມົງໂກລີ

ຈົບການແຂ່ງຂັນໃນ ຮອບແບ່ງກຸ່ມ ທີມຊາດລາວ ເປັນອັນດັບທີ 2 ມີ 6 ຄະແນນ ຈາການຊະນະ 2 ເສຍ 1 ຜ່ານເຂົ້າໄປແຂ່ງຂັນໃນ ຮອບຮອງຊະນະເລີດ ພົບກັບ ທີມຊາດເນປານ ທີເປັນອັບດັບທີ 1 ຂອງກຸ່ມ A.

ຕາຕະລາງແຂ່ງຂັນໃນ ຮອບຮອງຊະນະເລີດ ມີດັ່ງນີ້
ວັນທີ 12 ພະຈິກ ເວລາ 15:30
ທີມຊາດເນປານ ພົບກັບ ທີມຊາດລາວ
ເວລາ 18:30
ເຂດປົກຄອງພິເສດ ມາເກົ້າ ພົບກັບ ທີມຊາດບຣູໄນ

ເຮົາມາຮ່ວມສົ່ງກຳລັງໃຈ ໄປເຊຍທັບນັກກິລາ ບານເຕະ ທີມຊາດລາວ ຊຸດໃຫຍ່ນຳກັນ ໃຫ້ພວກເຂົາສາມາດ ຄວ້າແຊ້ມໃນລາຍການນີ້ ມາຄອງໃຫ້ໄດ້ ເພື່ອເປັນ ການຮຽກສັດທາ ຈາກແຟນບານກັບຄືນມາ.

ພາບຈາກ the-afc.com

ທີ່ມາຂ່າວຈາກ: 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...