Homeຂ່າວພາຍ​ໃນອົງການກວດສອບເຜີຍ ຫລາຍ​ທ້ອງ​ຖິ່ນ​ຍັງ​ບໍ່​ເອົາ​ເງິນ​ຂາຍ​ໄມ້​ ມອບ​ເຂົ້າງົບປະມານ​ລັດ

ອົງການກວດສອບເຜີຍ ຫລາຍ​ທ້ອງ​ຖິ່ນ​ຍັງ​ບໍ່​ເອົາ​ເງິນ​ຂາຍ​ໄມ້​ ມອບ​ເຂົ້າງົບປະມານ​ລັດ

Published on

ອົງການ​ກວດ​ສອບ​​ແຫ່ງ​ລັດສະ​ເໜີ​ ລັດຖະບານ​ມີ​ມາດ​ຕະການ​ເຂັ້ມງວດ ​ຕໍ່​ທ້ອງຖິ່ນ​​ໃດ​ ທີ່ນຳ​ໃຊ້​ລາຍ​ຮັບ​ທີ່​ໄດ້​ຈາກ​ການ​ຂາຍ​ໄມ້ ຫລື ຂາຍ​ໄມ້​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ຫລັກການຕ້ອງ​ມອບ​ລາຍ​ຮັບ​ດັ່ງກ່າວ ​ເຂົ້າງົບປະມານ​ໃຫ້​ສຳ​ເລັດ​ໂດຍ​ໄວ.

ພາຍຫລັງ​ເຫັນ​ວ່າ​ມີ​ຫລາຍ​ທ້ອງ​ຖິ່ນ​ຍັງ​ບໍ່​ມອບ​ເງິນດັ່ງກ່າວ ​ເປັນຕົ້ນ​ແຂວງ​ຈຳປາ​ສັກ​​ ໄດ້ນຳ​ໃຊ້​ເງິນ​ຈາກ​ການ​ຂາຍ​ໄມ້​ຈຳນວນ 63 ຕື້ກວ່າ​ກີບ ​ແຕ່​ໄດ້​ມອບ​ຄືນ​ເຂົ້າງົບປະມານ​ດ້ວຍ​ວິທີ​ການ​ຈົດ​ຮັບ-ຈົດ​ຈ່າຍ​ໃນ​ສົກ​ປີ 2014-2015, ສ່ວນ​ການ​ກວດກາ​ການ​ຂາຍ​ໄມ້​ ບໍ່​ຖືກ​ຕ້ອງຕາ​ມລະບຽບ​ມີ​ບໍລິ​ມາດ​ຫລາຍ​ກວ່າ 105 ພັນ​ແມັດ​ກ້ອນ ຕົກ​ເປັນມູນ​ຄ່າ​ຫລາຍ​ກວ່າ 46 ລ້ານ​ໂດ​ລາ​ສະຫະລັດ ຫລື ປະມານ 375 ຕື້ກວ່າ​ກີບ; ​ເຫັນ​ວ່າ​ມີ 4 ຮູບ​ແບບ ຄື​ບໍ່​ຜ່ານ​ການ​ປະມູນ ມີ​ບໍລິ​ມາດ 4.107 ກວ່າ​ແມັດ​ກ້ອນ ມີ​ມູນ​ຄ່າ​ຫລາຍ​ກວ່າ 21 ລ້ານ​ໂດ​ລາ​ສະຫະລັດ, ຂາຍ​ໃຫ້​ບໍລິສັດ​ບໍ່​ມີ​ທະບຽນ​ປຸງ​ແຕ່ງ​ໄມ້​ຫລາຍ​ກວ່າ 37 ພັນ​ແມັດ​ກ້ອນ ມູນ​ຄ່າ​ຫລາຍ​ກວ່າ 18 ລ້ານ​ໂດ​ລາ​ສະຫະລັດ, ຂາຍ​ຄືນ​ໃຫ້​ຜູ້​ກະທຳ​ຜິດ (​ໂຮງງານ​ປຸງ​ແຕ່ງ​ໄມ້) ລວມມີ​ບໍລິ​ມາດ​ຫລາຍ​ກວ່າ 6.839 ​ແມັດ​ກ້ອນ ມູນ​ຄ່າ 3 ລ້ານ​ກວ່າ​ໂດ​ລາ​ສະຫະລັດ.

ຈາກກໍລະນີ​ດັ່ງກ່າວ ​ຫລາຍ​ທ້ອງ​ຖິ່ນ​ອ້າງ​ເຫດຜົນ​ວ່າ ​ເປັນ​ໄມ້​ເກດ​ຕໍ່າ, ​ໄມ້​ທ່ອນ​ສັ້ນ ຫລື ບໍລິສັດ​ອື່ນ​ບໍ່​ສາມາດ​ຊື້​ໄດ້ ​ແລະ ຮູບ​ແບບ​ຂາຍ​ຫລຸດ​ລາຄາ​ໄມ້ ​ທີ່​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ວາງ​ອອກ​ມີ​ບໍລິ​ມາດ 13 ພັນ​ກວ່າ​ແມັດ​ກ້ອນ ລວມມີ​ມູນ​ຄ່າ​ຫລາຍ​ກວ່າ 3,4 ລ້ານ​ໂດ​ລາ​ສະຫະລັດ. ຕໍ່​ບັນຫາ​ດັ່ງກ່າວ​ຈຶ່ງ​ສະ​ເໜີ​ໃຫ້​ຫົວໜ່ວຍ​ງົບປະມານ​ທີ່​ມີ​ລາຍ​ຮັບ​ຈາກ​ການ​ຂາຍ​ໄມ້​ນອນ​ໃນ​ໂກ​ຕ້າ​ ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ໃຫ້​ມອບ​ເຂົ້າລວມສູນ​ງົບປະມານ​ລັດ ​ແລະ ​ເປັນ​ແຫ​ລ່ງລາຍ​ຮັບ​ພູດ​ສູນ​ກາງ 100% ຕາມ​ລະບຽບ​ກົດໝາຍ​ກຳນົດ​ໄວ້, ຖ້າ​ເປັນ​ລາຍ​ຮັບ​ຈາ​ກການ​ຂາຍ​ໄມ້​ຢຶດ​ແມ່ນ​ໃຫ້​ແບ່ງປັນ​ເຂົ້າງົບປະມານ​ສູນ​ກາງ 50% ​ແລະ ງົບປະມານ​ທ້ອງ​ຖິ່ນ 50% ຕາມ​ຄຳ​ສັ່ງ​ນາຍົກ ​ແລະ ຕໍ່​ກໍລະນີ​ຜູ້​ຕົກລົງ​ໃຫ້​ນຳ​ໃຊ້​ເງິນ​ຂາຍ​ໄມ້​ບໍ່​ຖືກຕ້ອງ​ກໍ​ຕ້ອງ​ໃຫ້​ມີ​ຄວາມ​ຮັບຜິດຊອບ​ຕໍ່​ການ​ຕົກລົງ​ຂອງ​ຕົນ​ຕາມ​ລະບຽບ ຫລື ຕ້ອງ​ມີ​ການ​ເກັບ​ກູ້​ຄືນ​ໃຫ້​ລັດ ​ແລະ ກໍລະນີ​ເປັນ​ພຶດຕິ​ກຳ​ເຂົ້າຄ່າ​ຍການ​ສໍ້​ລາດ​ບັງ​ຫລວງ​ກໍ​ຕ້ອງ​ໄດ້​ດຳ​ເນີນ​ຄະດີຕາມ​ລະບຽບ​ກົດໝາຍ​ຢ່າງ​ເຂັ້ມງວດ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...