Homeຂ່າວຕ່າງປະເທດທ່ານ ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ ​ວະລາດີເມຍ ປູຕິນ ປະທານາທິບໍດີຣັດ​ເຊຍ​

ທ່ານ ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ ​ວະລາດີເມຍ ປູຕິນ ປະທານາທິບໍດີຣັດ​ເຊຍ​

Published on

ທ່ານ​ ຫຼີ​ເຄີ້ສຽງ​ ພົບ​ປະ​ກັບ​ທ່ານ​ປູ​ຕິນ ໃນຕອນ​ບ່າຍ​ວັນ​ທີ 8 ພະຈິກ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ ວຼາດີເມຍ ປູຕິນ ປະທານາທິບໍດີຣັດ​ເຊຍ​ ຢູ່​ວັງ​​​ແກຣມ​ແລັງ ນະຄອນຫຼວງ​ມົສກູ.

ທ່ານ​ ຫຼີ​ເຄີ້ສຽງ​ ກ່າວ​ວ່າ, ຈີນ ​ແລະ ຣັດ​ເຊຍ​ເປັນ​ປະ​ເທດ​ໃກ້​ຄຽງ​ໃຫຍ່​ທີ່​ສຸດ ​ແລະ ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​, ​ໂດຍສາຍ​ພົວພັນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍ​ຕົວ​ກ້າວໜ້າ​ຢ່າງ​ໝັ້ນ​ທ່ຽງ, ​ແລະ​ໄ ດ້​ຮັບ​ໝາກຜົນ​ໃໝ່​ຢ່າງຫຼວງ​ຫຼາຍ. ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ສອງ​ຝ່າຍ, ​ເທົ່າ​ນັ້ນ​ຫາກ​ຍັງ​ມີ​ຜົນ​ດີ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ. ສອງ​ຝ່າຍ​ຄວນ​ປະຕິບັດຄວາມເຫັນເປັນເອກະສັນກັນລະຫວ່າງປະມຸກ​ລັດ​ສອງ​ປະ​ເທດ​ໃຫ້​ດີ, ​ເພື່ອຊຸກຍູ້​ໃຫ້​ສາຍ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່​ອີກ​.

ທ່ານ ​ປູ​ຕິນ ກ່າວ​ວ່າ, ຜົນສຳ​ເລັດ​ໃນ​ການ​ພົບ​ປະ​ເປັນ​ປະຈຳ​ຂອງນາຍົກລັດຖະມົນຕີສອງປະ​ເທດນັ້ນ, ​ໄດ້​ຊຸກຍູ້​ການພັ​ດທະ​ນາ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ລະຫວ່າງ​ສອງ​ຝ່າຍ. ຣັດ​ເຊຍ​ຍິນ​ດີ​ສືບ​ຕໍ່​ເປີດ​ກວ້າງ​ການ​ລົງທຶນ​ສອງ​ຝ່າຍ​ກັບ​ຈີນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ການ​ເງິນ​ ແລະ ​ອື່ນໆ, ທັງຊຸກຍູ້​ການ​ພົວພັນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​​ໃຫ້​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວຈາກ: ສຳນັກຂ່າວເອບີຊີລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...