spot_img
Homeຂ່າວຕ່າງປະເທດໂຄໂລມບີ ດິນເຈື່ອນເສຍຊີວິດ 9 ຄົນ

ໂຄໂລມບີ ດິນເຈື່ອນເສຍຊີວິດ 9 ຄົນ

Published on

ຕາມຂ່າວຕ່າງປະເທດ09 ພະຈິກ 2016

ເກີດ​ເຫດ​ຝົນຕົກ​ໜັກ​ດິນ​ເຈື່ອນ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​​ເໜືອ​ຂອງ​ໂຄໂລມ​ບີ​ໃນ​ວັນ​ທີ 8 ພະຈິກ​ທີ່​ຜ່ານ​ມາ ​ເປັນ​ເຫດ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 9 ຄົນ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ສຳນັກງານ​ຈັດການ​ຄວາມ​ສ່ຽງ ​ແລະ ​ໄພພິບັດ​ສຸກ​ເສີນ​ແຫ່ງ​ຊາດ​ໂຄໂລມ​ບີ​ລະບຸ​ວ່າ ​ຝົນ​ທີ່​ຕົກລົງ​ມາ​ຢ່າງ​ໜັກ​​ເຮັດ​ໃຫ້​ເກີດ​ດິນ​ເຈື່ອນ​ຢູ່​ໃນ​ເມືອງ​ເອລຕຳ​ໂບ ທີ່​ຫ່າງ​ໄກ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ ຊຶ່ງ​ໃນ​ເບື້ອງ​ຕົ້ນ​ພົບ​ຜູ້​ເສຍ​ຊີວິດ​ແລ້ວ​ຢ່າງ​ໜ້ອຍ 9 ຄົນ ​ແລະ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບຢ່າງ​ໜ້ອຍ 3 ຄົນ,ຊຶ່ງ​ທາງ​ການ​ທ້ອງ​ຖິ່ນ​ລະບຸ​ວ່າ ຝົນ​ທີ່​ຕົກລົງ​ມາ​ຢ່າງ​ໜັກ ​ແລະ ຕໍ່​ເນື່ອງ​ຫຼາຍ​ມື້ ​ໃນ​ເຂດ​ພູ​ຢູ່​ໃກ້​ຄຽງ​ກັບ​ທາງ​ຫຼວງ​ຄື​ຕົ້ນຕໍ​ທີ່​ນຳ​ໄປ​ສູ່​ການ​ເກີດ​ເຫດ​ດິນ​ເຈື່ອນ​ໃນ​ເທື່ອ​ນີ້.

ຜູ້ອໍານວຍການ​ສຳນັກງານ​ຈັດການ​ໄພພິບັດ​ປະຈຳ​ແຂວງ​ອັນ​ຕິ​ໂອ​ກິ​ອາ​ເປີດ​ເຜີຍ​ວ່າ ປະລິມານ​ດິນ​ເຈື່ອນ​ລົງ​ມາ​ຈາກ​ພູ​ໃນ​ຄັ້ງ​ນີ້​ຢູ່​ທີ່​ປະມານ 50 ພັນ​ແມັດ​ກ້ອນ ​ແລະ ຍັງ​ບໍ່​ສາມາດ​ສະຫຼຸບ​ໄດ້​ແນ່ນອນ​ວ່າ ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຈະ​ຕ້ອງ​ໃຊ້​ເວລາ​ດົນ​ເທົ່າ​ໃດ​ໃນ​ການ​ແປງ​ເສັ້ນທາງ​ໃຫ້​ສາມາດ​ກັບ​ມາ​ໃຊ້​ງານ​ໄດ້​ຕາມ​ປົກກະຕິ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...