Homeຂ່າວການພັດທະນາອົງການກວດສອບເຜີຍ ພຽງດ່ານຂົວມິດຕະພາບ I ແຫ່ງດຽວ ລັດສູນລາຍຮັບມະຫາສານ ຈາກການຍົກເວັ້ນພາສີ-ອາກອນ

ອົງການກວດສອບເຜີຍ ພຽງດ່ານຂົວມິດຕະພາບ I ແຫ່ງດຽວ ລັດສູນລາຍຮັບມະຫາສານ ຈາກການຍົກເວັ້ນພາສີ-ອາກອນ

Published on

ຫລາຍປີຜ່ານມາ, ລັດຖະບານສູນເສຍລາຍຮັບເປັນຈຳນວນຫລວງຫລາຍ ຈາກການຍົກເວັ້ນພາສີ-ອາກອນ ນຳເຂົ້າພາຫະນະ, ກົນຈັກ ແລະ ນ້ຳມັນເຊື້ອໄຟ. ຕາມການເປີດເຜີຍຂອງ ອົງການກວດສອບແຫ່ງລັດ ກ່ຽວກັບການກວດກາການຍົກເວັ້ນພາສີ-ອາກອນ ສະເພາະຢູ່ດ່ານສາກົນຂົວມິດຕະພາບ I ນະຄອນຫລວງວຽງຈັນພົບວ່າ: ສົກປີ 2013-2014 ມີການນຳເຂົ້າພາຫະນະ ແລະ ກົນຈັກຈຳນວນ 1.969 ຄັນ ມີມູນຄ່າຍົກເວັ້ນພາສີ-ອາກອນຫລາຍກວ່າ 212 ຕື້ກີບ, ນຳເຂົ້ານ້ຳມັນເຊື້ອໄຟຫລາຍກວ່າ 63 ລ້ານລິດ ມີມູນຄ່າຍົກເວັ້ນພາສີ-ອາກອນ ຫລາຍກວ່າ 85 ຕື້ກີບ ເຊິ່ງພາຫະນະ, ກົນຈັກທີ່ຍົກເວັ້ນພາສີ-ອາກອນສ່ວນຫລາຍແມ່ນນຳໃຊ້ບໍ່ຖືກເປົ້າໝາຍຂອງກິດຈະການ, ສ່ວນຫລາຍນຳເຂົ້າເພື່ອຈຳໜ່າຍ, ໂດຍສະເພາະລົດຈຳນວນ 210 ຄັນຂອງ 10 ບໍລິສັດ ທີ່ມີມູນຄ່າຍົກເວັ້ນພາສີ-ອາກອນຫລາຍກວ່າ 11 ຕື້ກີບ. ນອກຈາກນີ້ ຍັງມີໂຄງການກໍ່ສ້າງເສັ້ນທາງກາສີ-ເມືອງນານ ໄລຍະທາງຍາວ 68 ກິໂລແມັດ ມູນຄ່າໂຄງການ 28,63 ລ້ານໂດລາສະຫະລັດ ຕາມແຈ້ງການຂອງຄະນະເລຂາທິການລັດຖະບານໄດ້ກຳນົດວ່າ: ການຂໍຍົກເວັ້ນພາສີ-ອາກອນນຳເຂົ້າວັດສະດຸກໍ່ສ້າງ ແລະ ນ້ຳມັນເຊື້ອໄຟ ແມ່ນໃຫ້ກວດກາການຄິດໄລ່ມູນຄ່າຂອງໂຄງການ ວ່າໄດ້ບວກເຂົ້າແລ້ວ ຫລື ບໍ່, ຖ້າບໍ່ໄດ້ບວກໃສ່ກໍເຫັນດີໃຫ້ຍົກເວັ້ນ. ແຕ່ຜ່ານການກວດກາເຫັນວ່າ ໃນມູນຄ່າໂຄງການນີ້ແມ່ນໄດ້ບວກຄ່າພາສີ-ອາກອນເຂົ້າແລ້ວ, ແຕ່ຍັງຂໍຍົກເວັ້ນຕື່ມອີກ ຈຶ່ງເຮັດໃຫ້ບໍລິສັດ ໄດ້ຮັບຍົກເວັ້ນສອງຄັ້ງ ໂດຍລວມມີມູນຄ່າການນຳເຂົ້ານ້ຳມັນທັງໝົດ 38,25 ລ້ານໂດລາສະຫະລັດ, ໃນນັ້ນມີມູນຄ່າຍົກເວັ້ນພາສີ-ອາກອນ ຫລາຍກວ່າ 11,9 ລ້ານໂດລາສະຫະລັດ ແລະ ຕາມການຄິດໄລ່ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ໂຄງການດັ່ງກ່າວ ຈະນຳໃຊ້ນ້ຳມັນປະມານ 13 ລ້ານລິດ, ແຕ່ຜິດດ່ຽງຫລາຍກວ່າ 60 ລ້ານລິດ. ອີກກໍລະນີໜຶ່ງ ແມ່ນໂຄງການກໍ່ສ້າງທາງເວັ້ນຕົວເມືອງຫລວງພະບາງ ມີຄວາມຍາວ 24,04 ກິໂລແມັດ ລວມມີມູນຄ່າກໍ່ສ້າງ 26,24 ລ້ານໂດລາສະຫະລັດ, ກົນຈັກເສຍພາສີອັດຕາ 1% ຈຳນວນ 92 ຄັນ ແລະ ວັດສະດຸອຸປະກອນຕ່າງໆເຊັ່ນ: ເຫລັກເສັ້ນ 4 ພັນໂຕນ, ຊີມັງ 5 ພັນໂຕນ, ນ້ຳມັນກາຊວນ 18 ລ້ານລິດ ຕົກເປັນມູນຄ່າ 11,16 ລ້ານໂດລາສະຫະລັດ ແລະ ນ້ຳມັນແອັດຊັງ 14 ລ້ານລິດ ຕົກເປັນມູນຄ່າ 9 ລ້ານກວ່າໂດລາສະຫະລັດ ແລະ ຕາມການປະເມີນຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໂຄງການດັ່ງກ່າວ ຈະນຳໃຊ້ນ້ຳມັນເຊື້ອໄຟປະມານ 4,66 ລ້ານລິດ ແລະ ຜິດດ່ຽງເຖິງ 27,34 ລ້ານລິດ ມີມູນຄ່າຍົກເວັ້ນພາສີອາກອນ ປະມານ 36 ຕື້ກີບ, ນີ້ແມ່ນບາງຕົວຢ່າງທີ່ໄດ້ກວດພົບ ແລະ ຍັງມີອີກຫລາຍໆໂຄງການທີ່ນຳເຂົ້າ ແລະ ຍົກເວັ້ນພາສີ-ອາກອນຄືດັ່ງກ່າວ ເປັນຈຳນວນຫລາຍ ຢູ່ແຕ່ລະດ່ານໃນຂອບເຂດທົ່ວປະເທດ ເຊິ່ງອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານ ຈະໄດ້ຮ່ວມກັນສືບຕໍ່ກວດກາ ເພື່ອລາຍງານລັດຖະບານມີມາດຕະການແກ້ໄຂ ຕາມລະບຽບກົດໝາຍໃຫ້ເຂັ້ມງວດ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...